ຊໍາຊຸງກຽມວາງຂາຍກາແລັກຊີໂນ້ດ 7 ໃຫມ່

-             7 - ຊໍາຊຸງກຽມວາງຂາຍກາແລັກຊີໂນ້ດ 7 ໃຫມ່
- kitchen vibe - ຊໍາຊຸງກຽມວາງຂາຍກາແລັກຊີໂນ້ດ 7 ໃຫມ່

ອີງຕາມຂ່າວຕ່າງປະເທດລາຍງານໃນວັນທີ 27 ມິຖຸນານີ້ວ່າ: ບໍລິສັດຊໍາຊຸງຜູ້ຜະລິດໂທລະສັບລາຍໃຫຍ່ທີ່ສຸດຂອງໂລກຈະເລີ່ມວາງຂາຍຊໍາຊຸງ ກາແລັກຊີໂນ້ດ 7 ລຸ້ນປັບປຸງໃຫມ່ ພາຍຫຼັງຮຽກຄືນສິນຄ້າເພາະບັນຫາແບັດເຕີຣີລະເບີດ​ໃນ​ປີຜ່ານມາ. ແນວໃດກໍຕາມ, ບໍລິສັດຊໍາຊຸງ ເອເລັກໂຕນິກ ປະຕິເສດທີ່ຈະຖະແຫຼງຕາມລາຍການດັ່ງກ່າວ.

ຂ່າວການລະງັບຂາຍ ແລະ ຄືນສິນຄ້າເຮັດໃຫ້ຊໍາຊຸງສູນເສຍລາຍຮັບພັນລ້ານ​ໂດ​ລາ ແລະ ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນໃນສິນຄ້າຂອງບໍລິສັດໄປທົ່ວໂລກ, ຜ່ານມາໂທລະສັບມືຖືກາແລັກຊີໂນ້ດ 7 ຈໍານວນ 3 ລ້ານເຄື່ອງ ໄດ້ຖືກສົ່ງກັບມາຍັງບໍລິສັດ, ແຕ່ກຸ່ມນັກເຄື່ອນໄຫວດ້ານສິ່ງແວດລ້ອມ ສະແດງຄວາມກັງວົນວ່າ: ການປະຖິ້ມອຸປະກອນຈໍານວນຫຼາຍເຫຼົ່ານີ້ ຈະເປັນອັນຕະລາຍຕໍ່ສິ່ງແວດລ້ອມ. ສໍານັກຂ່າວຍອນຮັບ ແລະ ສື່ອື່ນໆລາຍງານອ້າງແຫຼ່ງຂ່າວໃນວົງການອຸດສາຫະກໍາວ່າ: ຊໍາຊຸງຈະເລີ່ມວາງຂາຍກາແລັກຊີໂນ້ດ 7 ລຸ້ນປັບປຸງໃຫມ່ ດ້ວຍແບັດເຕີຣີໃຫມ່ ແລະ ລະບົບຊ໋ອບແວຣ໌ທີ່ທັນສະໄໝຂຶ້ນ ໂດຍໃສ່ຊື່ໃຫມ່ວ່າ ກາແລັກຊີໂນ້ດ ແຟນດ້ອມ ເອດິຊັນ (FE) ໃນລາຄາບໍ່ເກີນ 700.000 ວອນ (ປະມານ 5 ລ້ານ​ກວ່າ​ກີບ) ແລະ ຄາດວ່າຈະເລີ່ມວາງຂາຍໃນວັນທີ 7 ກໍລະກົດນີ້.

- Visit Laos Visit SALANA BOUTIQUE HOTEL - ຊໍາຊຸງກຽມວາງຂາຍກາແລັກຊີໂນ້ດ 7 ໃຫມ່
- 5 - ຊໍາຊຸງກຽມວາງຂາຍກາແລັກຊີໂນ້ດ 7 ໃຫມ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!