ICIJ ກ່າວຫາທະນາຄານຂະໜາດໃຫ່ຍຫຼາຍແຫ່ງໃນໂລກວ່າປະໃຫ້ ‘ ເງິນເປື້ອນ ’ ຈະລາຈອນ

icij ກ່າວຫາທະນາຄານຂະໜາດໃຫ່ຍຫຼາຍແຫ່ງໃນໂລກວ່າປະໃຫ້ ‘ ເງິນເປື້ອນ ’ ຈະລາຈອນ -                                                                       4                                               17 1 - ICIJ ກ່າວຫາທະນາຄານຂະໜາດໃຫ່ຍຫຼາຍແຫ່ງໃນໂລກວ່າປະໃຫ້ ‘ ເງິນເປື້ອນ ’ ຈະລາຈອນ
icij ກ່າວຫາທະນາຄານຂະໜາດໃຫ່ຍຫຼາຍແຫ່ງໃນໂລກວ່າປະໃຫ້ ‘ ເງິນເປື້ອນ ’ ຈະລາຈອນ - kitchen vibe - ICIJ ກ່າວຫາທະນາຄານຂະໜາດໃຫ່ຍຫຼາຍແຫ່ງໃນໂລກວ່າປະໃຫ້ ‘ ເງິນເປື້ອນ ’ ຈະລາຈອນ

ສະມາຄົມນັກຂ່າວເພື່ອການກວດສອບສາກົນໄດ້ດຳເນີນການກວດສອບຕໍ່ທະນາຄານຂະໜາດໃຫ່ຍ 5 ແຫ່ງ, ເຊັ່ນ:  PMorgan Chase, HSBC, Standard Chartered, Deutsche Bank ແລະ New York Mellon.

ອີງຕາມຜົນການກວດສອບຂອງ Buzzfeed News ແລະ ສະມາຄົມນັກຂ່າວເພື່ອການກວດສອບສາກົນ (ICIJ) ປະກາດເມື່ອວັນທີ 20 ກັນຍານີ້ວ່າ: ມີ ‘ເງິນເປື້ອນ’ (ນອກລະບົບ) ເປັນຈຳນວນຫຼວງຫຼາຍບໍ່ຮູ້ທີ່ມາທີ່ແທ້ຈິງ ໄຫຼຜ່ານເຂົ້າທະນາຄານຂະໜາດໃຫ່ຍໃນໂລກໃນຫຼາຍປີທີ່ຜ່ານມາ.

icij ກ່າວຫາທະນາຄານຂະໜາດໃຫ່ຍຫຼາຍແຫ່ງໃນໂລກວ່າປະໃຫ້ ‘ ເງິນເປື້ອນ ’ ຈະລາຈອນ - Visit Laos Visit SALANA BOUTIQUE HOTEL - ICIJ ກ່າວຫາທະນາຄານຂະໜາດໃຫ່ຍຫຼາຍແຫ່ງໃນໂລກວ່າປະໃຫ້ ‘ ເງິນເປື້ອນ ’ ຈະລາຈອນ

ບົດລາຍງານຍັງໃຫ້ຮູ້ວ່າ: ຜົນກຳໄລທີ່ໄດ້ມາຈາກການເຮັດສົງຄາມກັບຢາເສບຕິດ, ຈາກການສໍ້ລາດບັງຫຼວງຂອງບັນດາປະເທດຕ່າງໆໃນໂລກ ກໍຄືເງິນທີ່ໄດ້ມາຈາກຄວາມບໍ່ຊອບທຳຈາກຕົວແບບ Ponzi (ຮູບແບບການລົງທຶນຫຼອກລວງ ທີ່ໃຫ້ຄຳໝັ້ນສັນຍາວ່າຈະນຳມາຜົນກຳໄລທີ່ສູງ ເຊັ່ນດຽວກັນກັບຮູບແບບຫຼາຍຂັ້ນ) ລ້ວນແຕ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວຢູ່ໃນລະບົບທະນາຄານດັ່ງກ່າວ, ໂດຍບໍ່ສົນໃຈຕໍ່ກັບການກ່າວເຕືອນຂອງພະນັກງານໃນທະນາຄານເອງ.

ການກວດສອບຖືກດຳເນີນຈາກ 108 ອົງການຈັດຕັ້ງໜັງສືພິມສາກົນທີ່ມີສຳນັກງານຕັ້ງຢູ່ 88 ປະເທດ ໂດຍອີງຕາມການລາຍງານຫຼາຍພັນສະບັບກ່ຽວກັບການເຄື່ອນໄຫວທີ່ເປັນໜ້າສົງໄສຂອງທະນາຄານໃນທົ່ວໂລກທີ່ສົ່ງໃຫ້ອົງການຈັດຕັ້ງປະຕິບັດກົດໝາຍການເງິນ (FinCEN) ຂອງກະຊວງການເງິນຂອງສະຫະລັດ.

ບັນດາເອກກະສານດັ່ງກ່າວຖືກ Buzzfeed News ແລະ ICIJ ສົງໄສວ່າມີການພົວພັນກັບການເຮັດທຸລະກຳການເງິນຊຶ່ງມີມູນຄ່າສູງເຖິງ 2.000 ຕື້ໂດລາ ທີ່ມີການເຄື່ອນຍ້າຍໃນໄລຍະເວລາແຕ່ປີ 1999-2017.

EU ປັບໃໝ Romania, Ireland ເພາະບໍ່ປະຕິບັດຂໍ້ກຳນົດຕໍ່ຕ້ານການຟອກເງິນ.

ການກວດສອບເປັນພິເສດຕໍ່ 5 ທະນາຄານຂະໜາດໃຫ່ຍນັ້ນ ລວມມີ:  JPMorgan Chase, HSBC, Standard Chartered, Deutsche Bank ແລະ New York Mellon. ບັນດາທະນາຄານເຫຼົ່ານີ້, ຖືກກ່າວຫາວ່າຍັງອະນຸຍາດໃຫ້ມີການເຄື່ອນຍ້າຍຊັບສິນຂອງພວກອາດຊະຍາກຳ ນັບທັງພວກທີ່ຖືກດຳເນີນຄະດີ ຫຼື ຖືກຕັດສິນໂທດໄປແລ້ວໃນຄວາມຜິດລ່ວງລະເມີດຂໍ້ກຳນົດທາງດ້ານການເງິນ.

ຕໍ່ກັບບົດລາຍງານຂອງ   ICIJ,  Deutsche Bank,  Deutsche Bank ໃຫ້ຮູ້ວ່າ: ພາກສ່ວນຄຸ້ມຄອງຂອງທະນາຄານ ໄດ້ມີຂໍ້ມູນຈາກການເປີດເຜີຍຂອງ  ICIJ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະສ້າງຄວາມເຂັ້ມແຂງທີ່ຈຳເປັນເພື່ອຄວບຄຸມທະນາຄານກໍຄືສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບ ແລະ ພັນທະຂອງຕົນ.

ການກວດສອບ   ICIJ ແລະ ຂອງ  Buzzfeed News ໄດ້ເນັ້ນເຖິງການຂາດປະສິດທິພາບອຳນາດຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງສະຫະລັດໃນການປັບປຸງການເຮັດທຸລະກຳທາງການເງິນທີ່ ‘ເປິະເປື້ອນ’.

ຂ່າວ: ລູກເມືອງພວນ.

 

icij ກ່າວຫາທະນາຄານຂະໜາດໃຫ່ຍຫຼາຍແຫ່ງໃນໂລກວ່າປະໃຫ້ ‘ ເງິນເປື້ອນ ’ ຈະລາຈອນ - 3 - ICIJ ກ່າວຫາທະນາຄານຂະໜາດໃຫ່ຍຫຼາຍແຫ່ງໃນໂລກວ່າປະໃຫ້ ‘ ເງິນເປື້ອນ ’ ຈະລາຈອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!