ບັນຫາປິ່ນອ້ອມການຮຽກຊື່
ຫັງຈາກການທ້ອນໂຮມແຜ່ນດິນອານາຈັກລ້ານຊ້າງໄດ້ບໍ່ດົນ ເຈົ້າຟ້າງຸ່ມໄດ້ຈັດການປັບປຸງການປົກຄອງໃຫ້ເຂັ້ມແຂງ ແຕ່ທາງການຄະນະສົງແມ່ນຍັງບໍ່ທັນສາມາດເຮັດການເຜີຍແຜ່ສິນທຳໃຫ້ປະຊາຊົນໄດ້ເຂົ້າໃຈຢ່າງທົ່ວເຖິງ ພະອົງພ້ອມດ້ວຍມະເຫສິ ຈື່ງໄດ້ນິມົນພະມະຫາປາສະມັນຕະເຖລະ ທີ່ເປັນອາຈານຂອງເພີ່ນ ພ້ອມດ້ວຍຄະນະສົງຂື້ນ ມາເຜີຍແຜ່ພຸດທະສາສະ ໜາຢູ່ໃນອານາຈັກລ້ານຊ້າງ.
ເຈົ້າຟ້າງຸ່ມໄດ້ອອກໄປຕ້ອນຮັບຂະບວນມະຫາປາສະມັນແລ້ວ ພະອົງໄດ້ກ່າວກັບຄະນະສົງວ່າ: ທີ່ຫາກໃດ ເຈົ້າກູເຫັນວ່າ ພໍຈະເປັນທີ່ຕັ້ງແຫ່ງສາສະໜາໃຫ້ຈະເລີນໄປພາຍໜ້າຂໍໃຫ້ເຈົ້າກູ ຈົ່ງເລືອກເອົາເຖີດ ເວັ້ນໄວ້ແຕ່ບັນດາໄມ້ໃນອານາເຂດ…ໝາຍຄວາມວ່າສາສະໜາພຸດໄດ້ຝັງຮາກແກ້ວຢ່າງໜັກແໜ້ນຕື່ມ ເຊີ່ງການສະຖາປະນາຂື້ນເປັນສົມເດັດສັງຄະລາດ ເກິດຂື້ນໃນສະໄໝເຈົ້າສາມແສນໄທ ພະອົງໄດ້ສະຖາປະນາສົມເດັດພະມະຫາປາສະມັນຕະເຖລະ ຂື້ນເປັນສົມເດັດມະຫາສາມີເຈົ້າ ແລະ ພະທຳມະເສນາກັບພະສັງຄະເສນາ.
ອິງຕາມເອກະສານປະຫວັດສາດພຸດທະສາສາໜາຂອງອາຈານມະຫາຄຳ ຈຳປາແກ້ວມະນິ ໄດ້ຂຽນໄວ້ວ່າ: ການຂຽນປົກຄອງຄະນະສົງ ແມ່ນພັດທະນາການຈະເລີນຕໍ່ເນື່ອງມາຕະຫລອດ ຄຽຄູ່ກັບລາດຊະອານາຈັກເພາະມີເຈົ້າຊີວິດທາງຄະນະສົງຈື່ງປົກຄອງໃຊ້ລະບົບແບບມີສັງຄະລາດ ເລື່ອງສະມະນະສັກ 6 ຂັ້ນ ປາກົດຊັດເຈນ ນຳໃຊ້ໃນສະໄໝເຈົ້າສຸລິຍະວົງສາ ຄື: ສຳເລັດ ຊາ ຄູ ຫັກຄຳ ລູກແກ້ວ ແລະ ຍອດແກ້ວ ສະໄໝຍັງເປັນລາດຊະອານາຈັກ ກໍແມ່ນມີການປົກຄອງແບບນີ້ຕໍເນື່ອງມາຕະຫລອດ ຕົກມາປີ 1976 ກອງປະຊຸມໃຫຍ່ຄະນະສົງລາວໄດ້ໄຂຂື້ນເດືອນຫົກ ກອງປະຊຸມໄດ້ມີມະຕິຂໍ້ໜື່ງຂຽນໄວ້ແຈ້ງວ່າ: ສຳລັບສະມະນະສັກດັ່ງກ່າວນັ້ນ ແມ່ນສືບຕໍ່ພຽງແຕ່ເປັນຮິດຄອງປະເພນິ…ໝາຍຄວາມວ່າ ຊາວບ້ານສາມາດຫົດສົງພະໄດ້ ຕາມປະເພນີ ພະພຸດທະເຈົ້າເຄີຍແນະນຳພະສົງໄວ້ວ່າ: ລາຊານັງ ອະນຸວັດຕິຕຸງ…ດູກ່ອນພິດຂູທັງຫຼາຍ ພວກທ່ານທັງຫຼາຍ ຈົ່ງອະນຸວັດຄ້ອຍຕາມໃຫ້ສອດຄ່ອງກັບຜູ້ນຳຂອງປະເທດເຖີດ ໝາຍຄວາມວ່າ ການບໍລິຫານຄະນະສົງເລີ່ມຕົ້ນລະບອບໃໝ່ ແມ່ນປັບປຸງໃຫ້ສອດຄ່ອງ ຄຽງຄູ່ກັບລັດຖະບານ ບໍ່ມີເຈົ້າຊີວິດ ຈື່ງບໍ່ມີສັງຄະລາດ ມີແຕ່ປະທານສົງ