ບັນດາປະເທດທີ່ຮັ່ງມີຊື້ຫຼາຍກ່ວາເຄິ່ງໜຶ່ງຈຳນວນໂດສວັກຊີນໂຄວິດ-19

ບັນດາປະເທດທີ່ຮັ່ງມີຊື້ຫຼາຍກ່ວາເຄິ່ງໜຶ່ງຈຳນວນໂດສວັກຊີນໂຄວິດ-19 -                                                                       4                                               7 1 - ບັນດາປະເທດທີ່ຮັ່ງມີຊື້ຫຼາຍກ່ວາເຄິ່ງໜຶ່ງຈຳນວນໂດສວັກຊີນໂຄວິດ-19
ບັນດາປະເທດທີ່ຮັ່ງມີຊື້ຫຼາຍກ່ວາເຄິ່ງໜຶ່ງຈຳນວນໂດສວັກຊີນໂຄວິດ-19 - kitchen vibe - ບັນດາປະເທດທີ່ຮັ່ງມີຊື້ຫຼາຍກ່ວາເຄິ່ງໜຶ່ງຈຳນວນໂດສວັກຊີນໂຄວິດ-19

ໂດຍອີງຕາມການວິເຄາະຂອງອົງການ Oxfam ໃຫ້ຮູ້ວ່າ: ມີວັກຊີນ 5 ຊະນິດທີ່ກຳລັງໄດ້ຮັບການທົດລອງຢູ່ໃນຂັ້ນຕອນສຸດທ້າຍ. ບັນດາປະເທດທີ່ຮັ່ງມີໄດ້ຊື້ເອົາຫຼາຍກ່ວາເຄິ່ງໜຶ່ງຂອງປະລິມານໂດສວັກຊີນແລ້ວ.

Oxfam ປະກາດເມື່ອວັນທີ 16 ກັນຍາວ່າ: ບັນດາປະເທດທີ່ຮັ່ງມີ, ມີພົນລະເມືອງກວມ 13% ຂອງພົນລະເມືອງໃນທົ່ວໂລກ ແລະ ໄດ້ຊື້ຫຼາຍກ່ວາເຄິ່ງໜຶ່ງຂອງປະລິມານໂດສວັກຊີນໂຄວິດ-19 ທີ່ຈະມີແຜນຜະລິດໃນຕໍ່ໜ້ານີ້.

ບັນດາປະເທດທີ່ຮັ່ງມີຊື້ຫຼາຍກ່ວາເຄິ່ງໜຶ່ງຈຳນວນໂດສວັກຊີນໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ບັນດາປະເທດທີ່ຮັ່ງມີຊື້ຫຼາຍກ່ວາເຄິ່ງໜຶ່ງຈຳນວນໂດສວັກຊີນໂຄວິດ-19

ວັກຊີນ 5 ຊະນິດທີ່ວ່ານັ້ນລວມມີ: AstraZeneca, Gamaleya/Sputnik, Moderna, Pfizer ແລະ Sinovac. Oxfam ໃຫ້ຮູ້ເພີ່ມເຕີມວ່າ: ຖ້ານັບທັງ 5 ຊະນິດວັກຊີນດັ່ງກ່າວ, ໂລກມີຄວາມອາດສາມາດຜະລິດໄດ້ພຽງ 5,9 ຕື້ໂດສ, ຕົວເລກນີ້ພຽງພໍໃຫ້ແຕ່ 3 ຕື້ຄົນເທົ່ານັ້ນ. ໃນນີ້ 5,3 ຕື້ໂດສ ແມ່ນຖືກສັ່ງຈອງຊື້ໄວ້ແລ້ວ ແລະ 2,7 ຕື້ໂດສ (51%) ໃນຈຳນວນນັ້ນ ແມ່ນບັນດາປະເທດ ແລະ ເຂດແຄວ້ນຕ່າງໆເປັນຜູ້ພັດທະນາຂຶ້ນມາເຊັ່ນ: ສະຫະລັດອາເມລິກາ, ອັງກິດ, ສະຫະພາບເອີຣົບ, ອົດສະຕຣາລີ, ຮົງກົງ, ມາເກົ້າ, ຍີ່ປຸ່ນ, ສະວີເດັນ ແລະ ອິສລາເອວ ຊຶ່ງພວກເຂົາເຈົ້າມີສິດຄອບຄອງຢູ່ແລ້ວ.

ຍັງອີກ 2,6 ຕື້ໂດສ ແມ່ນບັນດາປະເທດກຳລັງພັດທະນາເຊັ່ນ: ອິນເດຍ, ບັງກະລາເທດ, ຈີນ, ບຣາຊີວ, ອິນໂດເນເຊຍ, ແມັກຊິກໂກ ແລະ ປະເທດອື່ນຈຳນວນໜຶ່ງຈອງແລ້ວ.

Oxfarm ໃຫ້ຮູ້ອີກວ່າ: ໜຶ່ງໃນວັກຊີນທີ່ມີຄວາມອາດສາມາດທີ່ສຸດກໍຄືວັກຊີນ Moderna ນັ້ນ ໄດ້ຮັບເງິນພາສີໄປແລ້ວ 2,5 ຕື້ USD. Moderna ຍັງມີແຜນຈະສ້າງກຳໄລ ດ້ວຍການຂາຍວັກຊີນທັງໝົດທີ່ຕົນຜະລິດໄດ້ໃຫ້ກັບບັນດາປະເທດທີ່ຮັ່ງມີ.

ຂ່າວ: ລູກເມືອງພວນ.

ບັນດາປະເທດທີ່ຮັ່ງມີຊື້ຫຼາຍກ່ວາເຄິ່ງໜຶ່ງຈຳນວນໂດສວັກຊີນໂຄວິດ-19 - 5 - ບັນດາປະເທດທີ່ຮັ່ງມີຊື້ຫຼາຍກ່ວາເຄິ່ງໜຶ່ງຈຳນວນໂດສວັກຊີນໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!