ຄະນະຜູ້ແທນລາວ ຮຽກຮ້ອງໃຫ້ປະເທດຄູ່ຮ່ວມພັດທະນາສືບຕໍ່ສະໜັບສະໜູນຊ່ວຍເຫຼືອກຸ່ມປະເທດດ້ອຍພັດທະນາ


ໃນວັນທີ 17 ກັນຍານີ້, ຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດ ຂອງກຸ່ມປະເທດດ້ອຍພັດທະນາ ປະຈຳປີ 2020 (The Annual 2020 High-Level Meeting of the Ministers of Foreign Affairs of the Least Developed Countries), ນຳໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ລັດຖະບານ ນຳພາຄະນະເຂົ້າຮ່ວມກອງປະຊຸມ ໂດຍມີປະເທດຕ່າງໆເຂົ້າຮ່ວມທັງໝົດ 47 ປະເທດ.


ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນເປັນປະຈຳທຸກປີ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຊຶ່ງເປັນເວທີໃຫ້ແກ່ ບັນດາລັດຖະມົນຕີຕ່າງປະເທດ ຂອງ ກຸ່ມປະເທດດ້ອຍພັດທະນາ (LDCs) ລວມທັງຜູ້ຕາງໜ້າຈາກ ບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ເພື່ອມາຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຕ່າງໆ ແລະ ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ (Istanbul Programme of Action – IPoA) ສໍາລັບປະເທດດ້ອຍພັດທະນາ ຂອງອົງການ ສປຊ.


ທ່ານຮອງລັດຖະມົນຕີ ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໜ້າຂອງ ສປປ ລາວ ໃນການຕັ້ງປະຕິບັດແຜນດຳເນີນງານ IPoA ລວມທັງຍົກໃຫ້ເຫັນບັນດາຜົນສຳເລັດ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະຜ່ານມາ. ພ້ອມຍົກໃຫ້ເຫັນເຖິງ ຜົນກະທົບທີ່ມາຈາກການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະທີ່ຕິດພັນກັບຂົງເຂດເສດຖະກິດ-ສັງຄົມ ເປັນຕົ້ນແມ່ນ ດ້ານການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ ຊຶ່ງນຳໄປສູ່ການສູນເສຍລາຍຮັບຢ່າງຫຼວງຫຼາຍສຳລັບປະເທດ ລວມໄປເຖິງຜົນກະທົບໄລຍະຍາວຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍມິຕິ. ສະນັ້ນ, ໃນທ່າມກາງສະພາບການດັ່ງກ່າວ ສປປ ລາວ ຈຶ່ງໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ສະຖາບັນການເງິນສາກົນຕ່າງໆ ສືບຕໍ່ສະໜັບສະໜູນຊ່ວຍເຫຼືອບັນດາປະເທດດ້ອຍພັດທະນາເປັນຕົ້ນແມ່ນໃນຮູບແບບຂອງ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຊຶ່ງມີຄວາມສຳຄັນຢ່າງຍິ່ງ ປະກອບສ່ວນເຂົ້າໃນການສ້າງນະໂຍບາຍໄລຍະສັ້ນ-ກາງ-ຍາວ ເພື່ອຮັບປະກັນວ່າ ປະຊາຊົນ, ຄົວເຮືອນ ແລະ ບັນດາທຸລະກິດທີ່ໄດ້ຮັບຜົນກະທົບອັນໜັກໜ່ວງ ສາມາດໄດ້ຮັບການສະໜັບສະໜູນທີ່ຈຳເປັນ.
ນອກນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມຄືບໜ້າໃນຂະບວນການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາຂອງປະເທດ ຊຶ່ງອົງການ ສປຊ ຈະມີການປະເມີນ ສປປ ລາວ ເປັນຮອບທີສອງ ໃນຕົ້ນປີ 2021 ໂດຍຄາດວ່າ ສປປ ລາວ ຈະສາມາດຜ່ານເກີນການປະເມີນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໄດ້ຢ່າງໜ້ອຍ 2 ໃນ 3 ເກນ ຫຼື ອາດຈະຜ່ານທັງໝົດ 3 ເກນ ແລະ ຈະກ້າວເຂົ້າສູ່ໄລຍະຂ້າມຜ່ານໃນຕໍ່ໜ້າ. ເຖິງແນວໃດກໍ່ຕາມ, ອີງໃສ່ສະພາບການລະບາດຂອງ ພະຍາດໂຄວິດ-19 ໃນປັດຈຸບັນ ສປປ ລາວ ອາດມີການພິຈາລະນາຂັ້ນຕອນໃນການຫຼຸດພົ້ນຄືນໃໝ່ ເພື່ອຮັບປະກັນໃຫ້ແກ່ການຫຼຸດພົ້ນດັ່ງກ່າວ ມີຄຸນະພາບ ແລະ ມີລັກສະນະຍືນຍົງ.