ລົງ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຊ່ວຍ​ເຫລືອ​ປະຊາຊົນ

ລົງ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຊ່ວຍ​ເຫລືອ​ປະຊາຊົນ - 555 53 - ລົງ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຊ່ວຍ​ເຫລືອ​ປະຊາຊົນ
ລົງ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຊ່ວຍ​ເຫລືອ​ປະຊາຊົນ - kitchen vibe - ລົງ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຊ່ວຍ​ເຫລືອ​ປະຊາຊົນ

ໂດຍ: ທິດ​ກໍ່າ

ອີງ​ຕາມ​ຂໍ້​ມູນ​ຈາກກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໃຫ້​ຮູ້​ວ່າ: ​ໄດ້​ມີ​ການ​ຝຶກ​ອົບຮົມ​ບຸກຄະລາ​ກອນ​ຈຳນວນ 100 ຄົນ​ໃຫ້​ກາຍ​ເປັນ​ນັກ​ພັດທະນາ​ລົງ​ໄປ​ພັດທະນາ​ບ້ານ​ທຸກ​ຍາກ​ຊ່ວຍ​ເຫລືອ​ປະຊາຊົນ​ໃນ​ຈຳນວນ 248 ບ້ານ ​ເພື່ອ​ພັດທະນາ​ຄອບຄົວ ​ແລະ ​ໂພຊະ​ນາ​ການ ​ເຊິ່ງບັນດາ​ບ້ານ​ເຫລົ່າ​ນີ້​ມີ​ອັດຕາຄວາມທຸກ​ຍາກ​ສູງ​ ນອນ​ຢູ່​ໃນ 12​ ​ເມືອງ​ທີ່​ເປັນ​ບູລິ​ມະ​ສິດ​ຂອງ​ລັດ​ ຢູ່ 4 ​ແຂວງ​ພາກ​ເໜືອ​ຄື: ​ແຂວງ​ຜົ້ງສາລີ, ຊຽງ​ຂວາງ, ຫົວພັນ ​ແລະ ອຸດົມ​ໄຊ. ​ແຜນການ​ຈັດຕັ້ງປະຕິບັດ​ໂຄງການ​ນີ້​ຈະ​ດຳ​ເນີນ​ໄປ​ຮອດ​ປີ 2024 ຈຶ່ງ​ມາສະ​ຫລຸບ​ກັນ​ວ່າ​ຜົນ​ໄດ້​ຮັບ​ມັນ​ຈະ​ເປັນ​ໄປ​ຕາມ​ການ​ຄາດໝາຍ ຫລື ບໍ່ ?. ​ແຫ​ລ່ງຂ່າວ​ຍັງ​ບອກ​ຕື່ມ​ວ່າ: ບຸກຄະລາ​ກອນ​ທີ່​ໄດ້​ເຂົ້າມາ​ຝຶກ​ອົບຮົມ​ຄັ້ງນີ້​ເປັນ​ຜູ້​ໜຸ່ມ​ແໜ້ນ​ຮຽນ​ວິຊາ​ຊີບ​ໃໝ່ໆ​ຈົບ​ຊັ້ນສູງ ​ແລະ ຊັ້ນປະລິນຍາ ​ໂດຍ​ໄດ້​ຄັດ​ເລືອກ​ຈາກ​ບ້ານ​ເປົ້າໝາຍ ​ເພື່ອ​ມາ​ຝຶກ​ອົບຮົມ​ຄວາມ​ຮູ້, ຄວາມ​ສາມາດ​ຮອບດ້ານ​ຕາມ​ແນວທາງ​ຂອງ​ພັກ ​ແລະ ລັດຖະບານ ​ແຕ່​ບໍ່​ໄດ້​ບັນຈຸ​​ເຂົ້າ​ເປັນ​ລັດຖະກອນ. ​ໃນ​ຈຳນວນ​ນັກ​ພັດທະນາ​ທີ່​ກ່າວ​ມາ​ນີ້ ຫລັງ​ຈາກ​ສຳ​ເລັດ​ບັ້ນຝຶກ​ອົບຮົມ​ແລ້ວ ຕ້ອງ​ໄດ້​ສົ່ງ​ໄປ​ປະຕິບັດ​ໜ້າ​ທີ່​ຕາ​ມບ້ານ​ເປົ້າໝາຍ ​ເຊິ່ງທາງ ທລຍ ຍັງ​ຕ້ອງ​ຊອ​ກ​ເງື່ອນ​ໄຂ ​ແລະ ຈັດ​ຫາ​ວັດຖຸ​ອຸປະກອນ ​ເພື່ອ​ສະດວກ​ໃນ​ການ​ເຮັດ​ວຽກ ​ເປັນຕົ້ນປະກອບ​ລົດຈັກ​ໃຫ້, ​ເຄື່ອງ​ຄອມ​ພິວ​ເຕີ​ພົກ​ພາ, ​ເງິນ​ເດືອນ ​ແລະ ສິ່ງ​ຂອງ​ທີ່​ຈຳ​ເປັນ​ໃຫ້. ສ່ວນວ່າ​ວຽກ​ທີ່​ຕ້ອງ​ໄດ້​ເຮັດ​ຕົວ​ຈິງ​ນັ້ນ ​ແມ່ນ​ເພື່ອ​ກໍ່ສ້າງ​ຮາກ​ຖານ, ຊ່ວຍ​ເຫລືອ ​ແລະ ນຳພາ​ປະຊາຊົນ​ສ້າງ​ລາຍ​ຮັບ​ດ້ວຍ​ການ​ປູກຝັງ-ລ້ຽງສັດ ​ແລະ ຈັດ​ຫາ​ຕະຫລາດ ​ເພື່ອ​ສົ່ງ​ອອກ​ຂາຍ, ຫລີກ​ລ່ຽງການ​ເພິ່ງ​ພາ​ທຳ​ມະ​ຊາດ​ທີ່​ມີ​ລາຍ​ຮັບ​ບໍ່​ແນ່ນອນ ​ແລະ ​ໃຫ້​ໄປ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ລັດ.

ລົງ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຊ່ວຍ​ເຫລືອ​ປະຊາຊົນ - Visit Laos Visit SALANA BOUTIQUE HOTEL - ລົງ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຊ່ວຍ​ເຫລືອ​ປະຊາຊົນ

​ແນວ​ໃດ​ກໍ​ດີ, ​ເວົ້າ​ເຖິງ​ການ​ຫັນ​ລົງ​ຮາກ​ຖານ​ຂອງ​ນັກ​ພັດທະນາ ນັບ​ທັງ​ພະນັກງານ​ທະຫານ-ຕຳຫລວດ ພວກ​ເຮົາ​ເຄີຍ​ຈັດຕັ້ງປະຕິບັດ​ກັນ​ມາ​ແຕ່​ດົນ​ນານ​ແລ້ວ ຄື​ນັບ​ແຕ່​ສະ​ໄໝ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຈົນ​ມາ​ຮອດ​ປັດຈຸບັນ ກໍ​ຍັງ​ສືບ​ຕໍ່​ເຮັດ​ກັນ​ມາ​ໂດຍ​ບໍ່​ໄດ້​ຂາດ. ຕົວຢ່າງ​ສູນ​ກາງ​ລົງ​ແຂວງ, ​ແຂວງ​ລົງ​ເມືອງ, ​ເມືອງ​ລົງ​ບ້ານ ຫລື ທາງ​ສູນ​ກາງ​ລົງ​ໄປ​ສົມທົບ​ທ້ອງ​ຖິ່ນ ​ເພື່ອ​ກໍ່ສ້າງ​ຮາກ​ຖານ​ຢູ່​ຂັ້ນບ້ານ, ກຸ່ມ​ບ້ານ​ໃຫ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ຈົນ​ມາດ​ເຖິງ​ປັດຈຸບັນ ພວກ​ເຮົາ​ກໍ​ຍັງ​ເຮັດ​ກັນ​ມາ​ບໍ່​ໄດ້​ຂາດ ​ເພາະ​ການ​ຫັນ​ລົງ​ຮາກ​ຖານ​ເພື່ອ​ໃກ້ຊິດຕິດ​ແທດ​ປະຊາຊົນ​ນຳພາ​ສ້າງສາ​ໃຫ້​ເຂົາ​ເຈົ້າຢູ່​ດີ​ກິນ​ດີ​ນັ້ນ​ເປັນ​ຍຸດ​ທະ​ສາດ ທັງ​ເປັນຄວາມ​ມຸ້ງ​ຫວັງ​ຂອງ​ພັກ ​ແລະ ລັດຖະບານ​ເຮົາ.

​ແຕ່​ກໍ​ໜ້າ​ເສຍດາຍ ​ແລະ ​ເປັນ​ຫ່ວງ​ໃນ​ການ​ລົງ​ຮາກ​ຖານ​ຂອງ​ພະນັກງານ, ທະຫານ, ຕຳຫລວດ​ນັ້ນ ຢູ່​ບາງ​ເມືອງ ຊາ​ທິດ​ກໍ່າ​ໄດ້​ໄປ​ເຫັນ​ຕົວ​ຈິງ ​ແລະ ​ໄດ້​ຟັງ​ປະຊາຊົນ​ເຂົາ​ພາກັນ​ຈົ່ມ​ວ່າ ​ແທນ​ທີ່​ຈະ​ລົງ​ໄປ​ຊ່ວຍ​ເຫລືອ​ນຳພາ​ປະຊາຊົນ​ ແມ່ນ​ໄປ​ສ້າງ​ຄວາມ​ລຳບາກ​ກາກ​ກຳ​ໃຫ້​ເຂົາ, ​ໄປ​ມ້າງ​ເພ​ຄວາມ​ສະຫງົບ​ສຸກ ​ແລະ ຄວາມ​ສາມັກຄີ ​ເປັນຕົ້ນ​ເຂົາ​ຂາຍ​ງົວ​ຂາຍ​ຄວາຍ ​ເພິ່ນ​ກໍ​ໄປ​ເກັບ​ຄ່າ​ທຳນຽມ​ເປັນ​ໂຕ​ລະ, ປະຊາຊົນ​ເຂົາ​ໄປ​ຕັດ​ເອົາ​ໄມ້​ຕາມ​ຫົວ​ໄຮ່​ປາຍ​ນາ​ເຂົາ​ເອງ​ມາ​ເຮັດ​ເຮືອນ​ເຮັດ​ຊານ ຫລື ​ເຜົາ​ຖ່ານ​ຂາຍ​ກໍ​ເກັບ​ຄ່າ​ທຳນຽມ​ເປົາ​ລະ, ປະຊາຊົນ​ເຂົາ​ເອົາ​ຈັກ​ຕັດ​ໄມ້​ຖາງ​ປ່າ​ເພື່ອ​ບຸກ​ເບີກ​ດິນ​ດອນ​ຕອນ​ຫຍ້າ​ຂອງ​ເຂົາ​ເອງ​ເພື່ອ​ທຳ​ການ​ຜະລິດ​ປູກ​ຢາງພາລາ, ​ເຮັດ​ເປັນ​ບ່ອນ​ປູກຝັງ​ລ້ຽງສັດ​ກໍ​ຕ້ອງ​ໄດ້​ເສຍ​ຄ່າ​ທຳນຽມ​ຄັ້ງລະ, ຕອນ​ລະ ທັງໆ​ທີ່​ເຂົາ​ບໍ່​ມີ​ຢູ່​ມີ​ກິນ, ຕ້ອງ​ດິ້ນລົນ​​ເພື່ອ​ໃຫ້​ກຸ້ມ​ປາກ​ກຸ້ມ​ທ້ອງ. ນອກຈາກ​ນັ້ນ ຍັງ​ມີ​ຫລາຍ​ຢ່າງ​ຫລາຍ​ແນວ​ເພິ່ນ​ໄປ​ຫາ​ເລາະ​ປັບ​ໄໝ​ຈົນ​ປະຊາຊົນ​ເຂົາ​ເບື່ອ ​ແລະ ທັງ​ຈົ່ມ​ວ່າ​ພະນັກງານ​ລົງ​ຮາກ​ຖານ​ແບບ​ນີ້, ​ແທນ​ທີ່​ຈະ​ມາ​ນຳພາ​ສ້າງສາ​ໃຫ້​ປະຊາຊົນ​ມີ​ຢູ່​ມີ​ກິນ ພັດ​ມາ​ຫາ​ເລາະ​ປັບ​ໄໝ​ເອົາ​ເງິນ​ເຂົ້າຖົງ​ຕົນ​ເອງ. ການ​ປັບ​ໄໝ​ອັນ​ໃດ​ຄວນ​ອັນ​ໃດ​ບໍ່​ຄວນ​ກໍ​ຕ້ອງ​ໄດ້​ໄຕ່ຕອງ​ຕາມ​ກົດໝາຍ, ​ແຕ່​ອັນ​ນີ້​ພັດ​ມາ​ຂູດ​ຮີດ​ປະຊາຊົນ​ຕື່ມ. ຍິ່ງ​ໄປ​ກວ່າ​ນັ້ນ ກະ​ໂຕ​ພະນັກງານ​ກໍ່ສ້າງ​ຮາກ​ຖານ​ເພິ່ນ​ພັດ​ພາກັນ​ໄປ​ເຮັດ​ເອງ, ຍັງ​ບໍ່​ເປັນ​ຕົວ​ແບບ, ຫ້າມ​ປະຊາຊົນ​ເຮັດ ​ແຕ່​ຕົນ​ເອງ​ພັດ​ພາກັນ​ເຮັດ ​ເປັນຕົ້ນ​ໄປ​ຫາ​ເລາະ​ຕັດ​ໄມ້​ຄ້າ​ໄມ້​ກັບ​ພວກ​ເຄືອ​ຂ່າຍ​ຫາ​ກິນ​ນຳ​ໄມ້​ຢູ່​ທ້ອງ​ຖິ່ນ​ຊົນນະບົດ, ​ໄປ​ຫາ​ເລາະ​ຊອດ​ເອົາ​ປາ​ມາ​ກິນ​ເຫລືອ​ກິນ​ເອົາ​ໄປ​ຂາຍ ​ແລະ ບັນຫາ​ອື່ນໆ​ທີ່​ຍັງ​ມີ​ການ​ຂັດ​ແຍ່ງ​ກັບ​ປະຊາຊົນ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ​ໃຫ້​ຕົນ​ເອງ.

ຈາກ​ພຶດຕິ​ກຳ​ຂອງ​ພະນັກງານ​ກໍ່ສ້າງ​ຮາກ​ຖານ​ຄື​ແນວ​ນີ້ ມັນ​ກົງ​ກັບ​ຄຳ​ເຫັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ວ່າ: ກ່ຽວ​ກັບ​ເລື່ອງ​ເຈົ້າໜ້າ​ທີ່ ຫລື ພະນັກງານ​ທີ່​ມີ​ການ​ຕັ້ງດ່ານ​ກວດກາ​ໄມ້​ຕາມ​ເຂດ​ບ້ານ​ເມືອງ​ຕ່າງໆ​ພາຍ​ໃນ​ແຂວງ​ຈຳປາ​ສັກ​ໃນ​ຜ່ານ​ມາ ​ໄດ້​ມີ​ມະຕິ​ສັ່ງ​ຫ້າມ​ຕັດ​ໄມ້​ທຳລາຍ​ປ່າ ​ແລະ ສົ່ງ​ອອກ​ຕ່າງປະ​ເທດ​ກໍ​ຈິງ, ​ແຕ່​ກໍ​ເປັນ​ການ​ຫ້າມ​ສະ​ເພາະ​ໄມ້​ໃຫຍ່​ທີ່​ມີນາ​ຍທຶນ​ເຂົ້າມາ​ຊື້ ຫລື ມີນາ​ຍໜ້າ​ນຳພາ​ຕັດ​ຂາຍ​ກັນ​ແບບ​ລັກລອບ ຫລື ​ໄດ້​ຮັບ​ອະນຸມັດ​ຈາກ​ຂັ້ນ​ເມືອງ ​ແລະ ​ແຂວງ​ນັ້ນ, ອັນ​ນີ້​ແມ່ນ​ຫ້າມ​ເດັດຂາດ ​ແລະ ຫ້າມ​ຝ່າຝືນ. ສ່ວນ​ປະຊາຊົນ​ທີ່​ເຂົາ​ຕັດ​ເລື່ອຍ​ໄປ​ເຮັດ​ປຸກ​ສ້າງ​ແທ້ໆ​ນັ້ນ​ແມ່ນ​ນະ​ໂຍບາຍ​ເຂົາ, ຢ່າ​ໄປ​ຍຶດຂອງ​ເຂົາ, ຕ້ອງ​ສົ່ງ​ເສີມ​ໃຫ້​ເຂົາ​ເຮັດ​ເຂົາ​ສ້າງ, ປະຊາຊົນ​ຮັ່ງມີ, ມີ​ເຮືອນ​ງາມ​, ຢູ່​ດີ​ກິນ​ດີ ຈຶ່ງ​ເອີ້ນ​ວ່າ​ ປະ​ເທດ​ຊາດ​ຈະ​ເລີ​ນຮັ່ງມີ. ມີ​ບາງ​​ເມືອງ ພະນັກງານ​ຂັ້ນກຸ່ມ​ທີ່​ຖືກ​ແຕ່ງຕັ້ງຈາກ​ເມືອງ​ລົງ​ສູ່​ຮາກ​ຖານ ​ໄດ້​ອອກ​ລາດຕະ​ເວນ​ພົບ​ເຫັນ​ປະຊາຊົນ​ຂົນ​ໄມ້​ຊິ​ເອົາ​ໄປ​ເຮັດ​ເຮືອນ​ພັດ​ໄປ​ຍຶດ​ເອົາ​ຂອງ​ເຂົາ, ປັບ​ໄໝ​ເຂົາ. ອັນ​ນີ້​ບໍ່​ສົມຄວນ​ເຮັດ ​ເພາະ​ມັນ​ເປັນ​ການ​ຂູດ​ຮີດ​ປະຊາຊົນ. ລັດ​ຕ້ອງ​ເບິ່ງ​ແຍງ​ດູ​ແລ​ປະຊາຊົນ, ຕ້ອງ​ຊ່ວຍ​ເຫລືອ​ນຳພາ​ປະຊາຊົນ​ສ້າງສາ​ພັດທະນາ ບໍ່​ແມ່ນ​ໄປ​ຢູ່​ນຳ​ປະຊາຊົນ​ຫາ​ຈ້ອງ​ແຕ່​ຈັບ​ຜິດ. ​ເປັນ​ພະນັກງານ​ຂອງ​ລັດ​ຕ້ອງ​ມີ​ຈັນ​ຍາ​ບັນ ​ແລະ ​ເບິ່ງ​ແຍງ​ປະຊາຊົນ. ​ເລື່ອງ​ການ​ຖາງ​ປ່າ​ເຮັດ​ສວນ​ກໍ​ຄື​ກັນ ບໍ່​ຄວນ​ໄປ​ຫ້າມ​ເຂົາ, ​ເຂົາ​ຮູ້ຈັກ​ເຮັດ​ຮູ້ຈັກ​ປູກ​ມັນ​ດີ​ແລ້ວ ​ເພາະ​ເຂົາ​ບໍ່​ມີ​ເງິນ​ເດືອນ​ກິນ, ​ເຂົາ​ເປັນ​ຄົນ​ທຸກ​ຈົນ, ​ເຂົາ​ກໍ​ເຮັດ​ໄປ​ຕາມ​ທຳ​ມະ​ຊາດ​ຂອງ​ເຂົາ ຊິ​ໄປ​ຫ້າມ​ເຂົາ​ເຮັດ​ຫຍັງ. ມີ​ພະນັກງານ​ບາງ​ຄົນ​ຫ້າມ​ເຂົາ​ ​ແຕ່​ຕົນ​ເອງ​ພັດ​ໄປ​ຈັບ​ຈ່ອງ​ແທນ ອັນ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ. ຫ້າມ​ເຂົາ​ບໍ່​ໃຫ້​ເຂົາ​ເຮັດ​ເຂົາ​ຊິ​ກິນ​ຫຍັງ, ​ແຕ່​ພໍ​ມີນາ​ຍທຶນ​ຊາວ​ຕ່າງ​ຊາດ​ຈີນ, ຫວຽດ​ເຂົ້າມາ​ສຳ​ປະທານ​ ພັດ​ອະນຸມັດ​ໃຫ້​ເຂົາ​ຢ່າງ​ໄວ ​ໂດຍ​ທີ່​ລັດຖະບານ​ບໍ່​ຮູ້​ນຳ​ກໍ​ມີ ອັນ​ນີ້​ບໍ່​ສົມຄວນ​ເຮັດ. ​ເລື່ອງການ​ສຳ​ປະທານ​ທີ່​ດິນ​ພາຍ​ໃນ​ແຂວງ​ຈຳປາ​ສັກ​ ຫລາຍ​ກວ່າ​ໝູ່​ແມ່ນ​ເມືອງ​ມູນ​ລະ​ປະ​ໂມກ, ມີ​ຫລາຍ​ໂຄງການ​ເຮັດ​ແບບ​ຫລວງຫລາຍ, ​ແບບ​ຈອງ​ດິນ​ໄວ້​ຂາຍ​ຕໍ່​ກໍ​ແມ່ນ​ເຮັດ​ບໍ່​ໄປ​ບໍ່​ມາ, ພໍ​ແຕ່​ຕົວະ​ເອົາ​ເງິນ​ຈາກ​ຂັ້ນ​ເທິງ​ເສຍ​ລ້າ… ນີ້​ຄື​ບັນດາ​ປາກົດການ​ຫຍໍ້​ທໍ້​ທີ່​ມັນ​ຍັງ​ຝັງ​ເລິກ​ຢູ່​ນຳ​ພະນັກງານ​ກໍ່ສ້າງ​ຮາກ​ຖານ​ຢູ່​ຂັ້ນບ້ານ, ກຸ່ມ​ບ້ານ, ມັນ​ມີ​ສາຍ​ໄຍລາມ​ພະ​ລາມ​ຈົວ​ຢູ່​ໃນ​ຫລາຍ​ບ້ານ, ຫລາຍ​ເມືອງ ​ແລະ ທ້ອງ​ຖິ່ນ​ໃນ​ແຕ່ລະ​ແຂວງ​ທີ່​ຕ້ອງ​ໄດ້​ພ້ອມ​ກັນ​ປົດ​ແກ້​ມັນ ບໍ່​ສະ​ເພາະ​ແຕ່​ບາງ​ເມືອງ​ໃນ​ແຂວງ​ຈຳປາ​ສັກ​ເທົ່າ​ນັ້ນ.

ລົງ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຊ່ວຍ​ເຫລືອ​ປະຊາຊົນ - 4 - ລົງ​ຮາກ​ຖານ​ພັດທະນາ​ຊົນນະບົດ​ຊ່ວຍ​ເຫລືອ​ປະຊາຊົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!