ປກສ ສີສັດຕະນາກຈັບມືກາວອັນຕະລາຍມາດໍາເນີນຄະດີ

- thief 1 - ປກສ ສີສັດຕະນາກຈັບມືກາວອັນຕະລາຍມາດໍາເນີນຄະດີ
- kitchen vibe - ປກສ ສີສັດຕະນາກຈັບມືກາວອັນຕະລາຍມາດໍາເນີນຄະດີ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນໄດ້ຈັບຕົວທ້າວ ໄຊຊະນະ (ໂຊເລ້) ອາຍຸ 35 ປີຢູ່ບ້ານວັດນາກ, ເມືອງສີ ສັດຕະນາກມາດໍາເນີນຄະດີຕາມລະບຽບກົດໝາຍໃນຂໍ້ຫາລັກຊັບພົນລະເມືອງ, ພາຍຫລັງຜູ້ກ່ຽວກໍ່ເຫດລັກຄຳຮູບປະພັນໜັກ 30 ກວ່າບາດຂອງປະຊາຊົນບ້ານດຽວກັນ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກປະຊາຊົນຢູ່ບ້ານວັດນາກວ່າມີຄົນຮ້າຍງັດເອົາຊັບສິນຢູ່ພາຍໃນເຮືອນຂອງຕົນ ແລະ ກວາດເອົາຊັບສີນມີຄ່າໄປຄື: ສາຍຄໍຄຳ 3 ເສັ້ນ, ສາຍແຂນຄຳ 3 ເສັ້ນ, ຄຳແທ່ງ 1 ແທ່ງ, ຕຸ້ມຫູຄຳ 1 ຄູ່, ສາຍແອວທອງນາກ 1 ເສັ້ນ, ແຫວນຄຳ 2 ວົງ ລວມມີນໍ້າໜັກຫລາຍກວ່າ 30 ບາດ, ພ້ອມເງິນ 2 ລ້ານກີບ ແລະ ພັນກວ່າໂດລາສະຫະລັດ. ຈາກການລົງເກັບກຳຂໍ້ມູນຫລັກຖານຕ່າງໆ ແລະ ຄັດຈອນເປົ້າໝາຍຈຶ່ງສາມາດຈັບຕົວຄົນຮ້າຍໄດ້ຄື: ທ້າວ ໄຊຊະນະ ທີ່ຢູ່ເຮືອນໃກ້ກັນຈຶ່ງໄດ້ຈັບຕົວມາດໍາເນີນຕາມລະບຽບກົດໝາຍ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ກ່ອນໜ້ານີ້ ເຄີຍເຮັດວຽກເປັນກຳມະກອນຢູ່ເຮືອນຫລັງດັ່ງກ່າວ ແລະ ຮູ້ວ່າໃນເຮືອນມີຕູ້ເຊັບ, ຈາກນັ້ນຈຶ່ງກໍ່ເຫດລັກເຂົ້າເຮືອນແລ້ວງັດຕູ້ເຊັບໃນຫ້ອງນອນ, ໂດຍໄດ້ຄຳຮູບປະພັນຫລາຍສິບບາດ ແລະ ເງິນຈໍານວນໜຶ່ງໄປ.

- Visit Laos Visit SALANA BOUTIQUE HOTEL - ປກສ ສີສັດຕະນາກຈັບມືກາວອັນຕະລາຍມາດໍາເນີນຄະດີ

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ສໍາລັບຄຳຮູບປະພັນທີ່ຜູ້ກ່ຽວລັກໄປນັ້ນສາມາດເກັບກູ້ຄືນໄດ້ຈຳນວນໜຶ່ງ ແລະ ກໍໄດ້ມອບໃຫ້ເຈົ້າຂອງເດີມແລ້ວ.

- 3 - ປກສ ສີສັດຕະນາກຈັບມືກາວອັນຕະລາຍມາດໍາເນີນຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!