“ພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນບຸລິມະສິດແຖວໜ້າ”


ແຫຼ່ງຂ່າວຈາກ thoidai, ວັນທີ 17 ກັນຍານີ້ລາຍງານວ່າ: ນັ້ນແມ່ນຄຳຢຶນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນຢູ່ໃນກອງປະຊຸມພິເສດຂອງບັດນາລັດຖະມົນຕີແຮງງານອາຊຽນ ແລະ ລັດຖະມົນຕີການສຶກສາອາຊຽນໃນຂອບກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບ “ການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການປ່ຽນແປງວຽກເຮັດງານທໍາໃນໂລກ” ທີ່ໄດ້ດຳເນີນຕາມຮູບການທາງອອນລາຍ ແລະ ກັບທີໃນຕອນບ່າຍວັນທີ 16 ກັນຍາ.
“ພວກເຮົາຕ່າງກໍຮູ້ດີວ່າ ການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນໜຶ່ງໃນ 3 ບຸລິມະສິດແຖວໜ້າຂອງປະຊາຄົມອາຊຽນ ແລະ ໄດ້ຖືກລະບຸໄວ້ໃນກົດບັດອາຊຽນ. ໄດ້ມີຫຼາຍການເຄື່ອນໄຫວ, ຂໍ້ລິເລີ່ມທີ່ໜ້າສົນໃຈນັ້ນກໍຄືການກໍ່ສ້າງກອບສົມທຽບລະດັບໃນອາຊຽນ, ບັນດາຂໍ້ລິເລີ່ມສ້າງບັນດາເຂດສຶກສາຂັ້ນມະຫາວິທະຍາໄລເພື່ອໃຫ້ບັນດານັກສຶກສາ ລະຫວ່າງ ປະເທດສາມາດໄປມາແລກ ປ່ຽນນຳກັນ, ພິເສດແມ່ນການເປີດຕົວສະພາອາຊີວະສຶກສາ ແມ່ນຄວາມມານະພະຍາຍາມທີ່ໜ້ຊື່ນຊົມ ແລະ ຄວນສືບຕໍ່ຊຸກຍູ້ໃຫ້ແຂງແຮງເພື່ອສາມາດປະຕິບັດ ຢ່າງສຳເລັດຜົນ, ມີຖະແຫຼງການຮ່ວມອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອການປ່ຽນແປງວຽກເຮັດງານທຳໃນໂລກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພື້ນຖານການຜະລິດໃໝ່ ແລະ ຂອງສັງຄົມໃນອະນາຄົດ”.
ຕອນບ່າຍວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມລະດັບສູງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ການປ່ຽນແປງເພື່ອວຽກເຮັດງານທໍາໃນໂລກ. ນີ້ແມ່ນວາລະປະຊຸມພິເສດຂອງກະຊວງແຮງງານ ແລະ ກະຊວງສຶກສາ ບັນດາປະເທດ ອາຊຽນ ໂດຍກະຊວງແຮງງານ-ທະຫານເສຍອົງຄະ ແລະ ສະຫວັດດີການສັງຄົມ ຫວຽດນາມ ສົມທົບກັບ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຈັດຕັ້ງຂຶ້ນ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ :
ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂອບ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແທດເໝາະກັບຄວາມຕ້ອງການພັດທະນາຂອງການພັດທະນາເຕັກໂນໂລຢີ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ, ບັນດານັກອຸປະຖໍາໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ; ປະກອບສ່ວນເຂົ້າໃນ ກອງປະຊຸມສຸດຍອດອາຊຽນ ໃນເດືອນ ພະຈິກ 2020. ທ່ານ ເລວັນແທ່ງ, ຮອງລັດຖະມົນຕີກະຊວງ ແຮງງານ – ທະຫານເສຍອົງຄະ ແລະ ສະຫວັດດີການສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:
“ໃນສະພາບການໂລກທີ່ມີການປ່ຽນແປງຢ່າງໄວວາ ຄືໃນປັດຈຸບັນ, ອາຊຽນ ຍາມໃດກໍຢືນຢັນວ່າ ມະນຸດແມ່ນໃຈກາງຂອງການພັດທະນາ. ເພາະວ່າ ເປົ້າໝາຍສຸດທ້າຍຂອງການເຕີບໂຕ ແລະ ພັດທະນາແບບຍືນຍົງ ແມ່ນເພື່ອມຸ່ງໄປເຖິງການພັດທະນາມະນຸດ ເພື່ອມະນຸດ. ເພາະສະນັ້ນ, ຫວຽດນາມ ຈຶ່ງເລືອກເອົາການພັດທະນາແຫຼ່ງຊັບພະຍາກອນມະນຸດເປັນວຽກງານບຸລິມະສິດໃນປະຊາຄົມສັງຄົມອາຊຽນ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະຊາຄົມເສດຖະກິດ ແລະ ຊຸກຍຸູ້ ພາກພື້ນ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ຄືດັ່ງຫົວຂໍ້ຂອງປີປະທານ ອາຊຽນ 2020”.
ຂ່າວ: thoidai, 17/09/2020