ມຽນມາເລັ່ງສ້າງໂຮງໝໍຊົ່ວຄາວ ຮັບມືຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ


ຕົວເລກຜູ້ຕິດເຊື້ອໂຄໂຣນາໄວຣັສຢູ່ມຽນມາເພີ່ມຂຶ້ນຕໍ່ເນື່ອງ ໂຮງໝໍໃກ້ເຕັມຈົນຕ້ອງເລັ່ງສ້າງໂຮງໝໍຊົ່ວຄາວ.
ສຳນັກຂ່າວຣອຍເຕີລາຍງານວ່າ: ທາງການມຽນມາເລັ່ງສ້າງໂຮງໝໍຊົ່ວຄາວຂະໜາດ 500 ຕຽງ ຢູ່ເດີ່ນບານເຕະໃນເມືອງຢາງກຸ້ງ ເພື່ອຮອງຮັບຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນທຳລາຍສະຖິຕິແຕ່ລະມື້ຈົນບຸກຄະລາກອນທາງການແພດກັງວົນວ່າລະບົບສາທາລະນະສຸກຂອງປະເທດຈະຮັບບໍ່ໄຫວ.
ວັນທີ 15 ກັນຍາ, ມຽນມາມີຜູ້ຕິດເຊື້ອໃໝ່ 307 ຄົນ ເຊິ່ງເປັນຕົວເລກແຕ່ລະມື້ສູງທີ່ສຸດນັບແຕ່ເຊື້ອໂຄໂຣນາໄວຣັສເລີ່ມລະບາດຢູ່ມຽນມາໃນເດືອນມີນາ ບວກກັບຜູ້ຕິດເຊື້ອໃໝ່ຂອງວັນທີ 16 ກັນຍາອີກ 134 ຄົນ ສົ່ງຜົນໃຫ້ມຽນມາມີຜູ້ຕິດເຊື້ອລວມ 3.636 ຄົນ.
ຂະນະທີ່ໂຮງໝໍ 3 ແຫ່ງຢູ່ເມືອງຢາງກຸ້ງ ເຊິ່ງພົບຜູ້ຕິດເຊື້ອຫລາຍທີ່ສຸດຈົນຮ້ອງຫວນກັບໄປໃຊ້ມາດຕະການລັອກດາວຄັ້ງທີ 2 ຖືກປ່ຽນເປັນສະຖານທີ່ປິ່ນປົວຜູ້ຕິດເຊື້ອ Covid-19 ແລ້ວ.
ບຸກຄະລາກອນການແພດຢູ່ເມືອງຢາງກຸ້ງບາງສ່ວນເປີດເຜີຍວ່າ: ການຮັບມືຂອງລັດຖະບານເປັນສາເຫດໃຫ້ໂຮງໝໍຮອງຮັບຜູ້ຕິດເຊື້ອບໍ່ໄຫວ.