ເຫັນຈຸດແຂງແທງຈຸດອ່ອນແລ້ວຕ້ອງແກ້
ໂດຍ: ທິດກໍ່າ
ໃນວັນທີ 10 ກັນຍາທີ່ຜ່ານມາ, ທາງສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມເພື່ອຄົ້ນຄວ້າປຶກສາຫາລືທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກແສງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ຮູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ໃນການສຳມະນາຄັ້ງນີ້ ພາຍໃຕ້ການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ. ຈຸດປະສົງຫລັກໆກໍແມ່ນເພື່ອຄົ້ນຄວ້າປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ຊອກວິທີທາງໃນການຈັດຕັ້ງປະຕິບັດທິດທາງແຜນພັດທະນາຄຸນນະພາບວຽກງານສື່ມວນຊົນທີ່ໄດ້ສະເໜີໃນງານໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 70 ປີທີ່ຜ່ານມາ ແລະ ອັນທີ່ແນ່ແທ້ກໍແມ່ນເພື່ອຫາວິທີອອກຈາກການເຮັດຂ່າວແບບເກົ່າທີ່ມີເນື້ອໃນແຂງກະດ້າງ ຮູບແບບກໍແຫ້ງກະແດ້ງ ບໍ່ມີຊີວິດຊີວາ, ບໍ່ຊັກຊວນອວນຕ້ານຈາກຜູ້ເບິ່ງ, ຜູ້ຊົມທີ່ຊົມແລ້ວກໍຢາກຊົມອີກ.
ວົງການສື່ມວນຊົນເຮົາ ໂດຍລວມແລ້ວນັບແຕ່ໄລຍະປະເທດຊາດຂອງພວກເຮົາໄດ້ມີການປ່ຽນແປງໃໝ່ມານີ້ ຕ້ອງຍອມຮັບວ່າໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວໄປໄດ້ດີສົມຄວນ. ການເຕີບໃຫຍ່ຂະຫຍາຍຕົວນີ້ ແມ່ນໄປຕາມຂະບວນວິວັດທີ່ກ້າວໜ້າຂອງສັງຄົມ ແລະ ຂອງໂລກ. ອັນສາເຫດກໍຍ້ອນວ່າຢູ່ພາກພື້ນ ແລະ ໃນໂລກມີການເຊື່ອມໂຍງເຂົ້າກັນໃນຫລາຍດ້ານ ບໍ່ວ່າໃນດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ຕະຫລອດເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫລື ຄວາມໝັ້ນຄົງໃນດ້ານຕ່າງໆ. ການເຊື່ອມຕົວເຂົ້າກັນຂອງແຕ່ລະປະເທດ ນັບທັງພາກພື້ນ ແລະ ໃນໂລກນັ້ນ ກໍເພື່ອຄວາມຍືນຍົງຄົງຕົວ ແລະ ຄວາມເຂັ້ມແຂງຂອງແຕ່ລະປະເທດ, ກຽມພ້ອມຕອບຕ້ານ, ຕອບໂຕ້ສິ່ງທ້າທາຍຕ່າງໆທີ່ອາດຈະເກີດຂຶ້ນຕໍ່ມວນມະນຸດທີ່ໄດ້ອາໄສຢູ່ໃນໂລກໃບນີ້. ສຳລັບ ສປປ ລາວ ຂອງພວກເຮົາກໍແມ່ນໜຶ່ງທີ່ໄດ້ເຂົ້າເປັນພາຄີເກືອບທຸກອົງການຈັດຕັ້ງໃນພາກພື້ນ ແລະ ໃນໂລກ.
ເພາະສະນັ້ນ ຕະຫລອດໄລຍະຫລາຍສິບປີຜ່ານມາ ປະເທດຊາດຂອງພວກເຮົາກໍມີການປ່ຽນແປງໃໝ່ຈາກເງື່ອນໄຂອັນເກົ່າກ້າວສູ່ຂະບວນວິວັດທີ່ກ້າວໜ້າໃນໂລກ ປຽບເໝືອນຈາກຫລັງມືເປັນໜ້າມືຢ່າງກ້າວກະໂດດຂັ້ນ. ໜຶ່ງໃນພາລະກິດການປ່ຽນແປງລະບົບເສດຖະກິດ-ສັງຄົມຂອງປະເທດ, ວຽກງານສື່ມວນຊົນ ແລະ ພິມຈຳໜ່າຍກໍໄດ້ຮັບການພັດທະນາໃຫ້ຂະຫຍາຍຕົວໄປຕາມທິດທາງ ແລະ ແຜນນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ ເປັນຕົ້ນໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ ແລະ ສື່ສິ່ງພິມຕ່າງໆ ກໍໄດ້ເພີ່ມຂຶ້ນທາງປະລິມານ ແລະ ຄຸນນະພາບ. ນອກຈາກນັ້ນ ສື່ໃໝ່ ຫລືວ່າ ສື່ອອນລາຍກໍໄດ້ປາກົດຕົວສະໜອງຂໍ້ມູນຂ່າວສານທີ່ວ່ອງໄວທັນໃຈຕາມກະແສໂລກສະໄໝໃໝ່ ແລະ ແຜ່ລາມຢ່າງກວ້າງຂວາງໃນທົ່ວປະເທດ.
ແຕ່ວ່າແນວໃດກໍດີ, ອີງໃສ່ສະພາບການຂອງໂລກ ແລະ ພາກພື້ນທີ່ນັບມື້ມີການປ່ຽນແປງກ້າວໄປຢ່າງໄວວາ, ການພັດທະນາຂອງປະເທດກໍພວມມີບັນຍາກາດຄຶກຄັກ ພວມກ້າວໄປຕາມຍຸກຕາມສະໄໝ ວົງການສື່ມວນຊົນເຮົາກໍຕ້ອງໄດ້ປັບປຸງແກ້ໄຂຕົນເອງທາງດ້ານຮູບການ, ວິທີການອອກຂ່າວ ຕະຫລອດຮອດການສະໜອງຂໍ້ມູນຂ່າວສານຕ້ອງອຸດົມສົມບູນ, ຮັ່ງມີ, ທັງວ່ອງໄວທັນໃຈ ເພື່ອຕອບສະໜອງໃຫ້ຜູ້ບໍລິໂພກໃນທົ່ວສັງຄົມມີຫລາກຫລາຍສີສັນ, ທັນກັບເຫດການ ແລະ ສອດຄ່ອງກັບສະພາບຕົວຈິງຢ່າງກົງໄປກົງມາ, ສົມກັບຄຳເວົ້າຂອງທ່ານນາຍົກທີ່ວ່າ: “ສື່ມວນຊົນຕ້ອງເປັນຜູ້ກ້າປາກອອກແສງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ຮູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຢ່າງແທ້ຈິງ.
ເຖິງຢ່າງໃດກໍດີ, ຕາມທັດສະນະຂອງ ທິດກໍ່າ ວ່າ ທຸກສິ່ງທຸກຢ່າງກວ່າຈະເດີນໜ້າ, ຖອຍຫລັງ ຫລື ຢ້ຳເທົ້າມັນກໍຂຶ້ນກັບຄົນເປັນຜູ້ເຮັດ, ຢາກອອກຂ່າວຄາວຊ້າ ຫລື ໄວກໍແມ່ນຄົນ, ຢາກໃຫ້ວົງການສື່ມີສີສັນທີ່ຫລາກຫລາຍ, ເນື້ອໃນ, ຮູບການທີ່ອຸດົມສົມບູນກໍແມ່ນຄົນເປັນຜູ້ເຮັດ. ໃນປັດຈຸບັນ ວົງການສື່ຂອງພວກເຮົາໄດ້ມີນັກຂຽນນັກຂ່າວທີ່ດີ, ທີ່ເກັ່ງ, ມີທັກສະ, ຄວາມຮູ້ຄວາມສາມາດຫລວງຫລາຍສົມຄວນ, ແຕ່ເມື່ອຂຽນບົດຂຽນຂ່າວລົງໄປແລ້ວ ບາງຄັ້ງພັດບໍ່ຖືກໃຈໂຕ, ບໍ່ຕັດສິນບັນຫາໃຫ້ໄວ, ແກ່ຍາວປະປ່ອຍໃຫ້ຊັກຊ້ານັ້ນກໍແມ່ນຄົນ. ຕະຫລອດການເຮັດຂ່າວຕ່າງໆ ວ່າມີແຕ່ຂ່າວກອງປະຊຸມກໍເໝືອນກັນກໍເພາະຄົນເປັນຜູ້ເຮັດ, ເວົ້າແຈ້ງທຸກຢ່າງກໍຄືເວົ້າແລ້ວຕ້ອງເຮັດ, ເຮັດຫລາຍກວ່າເວົ້າມີຄວາມຮັບຜິດຊອບສູງຕໍ່ພາລະໜ້າທີ່ ແລະ ການຈັດຕັ້ງໄດ້ມອບໝາຍອີ່ຫລີ. ສ່ວນວ່າດ້ານທຶນຮອນ ແລະ ສິ່ງເອື້ອອຳນວຍຕ່າງໆນັ້ນ ເຖິງວ່າພວກເຮົາຍັງດ້ອຍພັດທະນາ, ຫຍຸ້ງຍາກແດ່ ມັນກໍພໍກິນພໍໃຊ້ຢູ່ ເປັນຕົ້ນດ້ານທຶນຮອນ ແລະ ພື້ນຖານວັດຖຸເຕັກນິກ. ແຕ່ທຸກສິ່ງທຸກຢ່າງມັນຄ່ານຳຄົນຜູ້ເຮັດກັບຜົນປະໂຫຍດມັນຕິດພັນມັນກໍເລີຍອືດອາດປານດຶງຂາເຕົ່າ, ຍິ່ງໄປກວ່ານັ້ນ ໄກ່ເຫັນຕີນງູ, ງູກໍເຫັນຕີນໄກ່, ຢ້ານຫລາຍ ກ້າຫານໜ້ອຍ ມັນກໍກາຍເປັນຄືໂສ້ບໍ່ເຄັ່ງປ່ອຍໄປຕາມມີຕາມເກີດ, ຕາມຍະຖາກຳ ແລະ ການເວລາເຫັນແຕ່ອັນເກົ່າບໍ່ກ້າເອົາອັນໃໝ່ ລໍຖ້າແຕ່ຂັ້ນເທິງສັ່ງຈຶ່ງເຮັດ ຫລື ເຮັດກໍຕ້ອງມີນ້ຳຍ້ອຍຫອຍຈຶ່ງຫ້າວ.