ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 27 ແບບທາງໄກ


ເຊົ້າວັນທີ 12 ກັນຍານີ້, ທີ່ກະຊວງການຕ່າງປະເທດ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 27 ແບບທາງໄກ ພາຍໃຕ້ການເປັນປະທານຂອງ ສສ.ຫວຽດນາມ.
ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືໃນຂອບເວທີພາກພື້ນອາຊຽນໃນ 1 ປີຜ່ານມາ ເຊິ່ງກວມເອົາບັນດາກິດຈະກຳສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ລວມທັງການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກອາຊຽນ ກໍຄືປະຊາຄົມອາຊຽນທີ່ເຂັ້ມແຂງ ແລະ ຍືນຍົງໃນອະນາຄົດ. ກອງປະຊຸມໄດ້ຮັບຮອງເອົາບັນດາກິດຈະກຳ ສົກປີ 2020-2021 ເຊິ່ງໃນນີ້ ສປປ ລາວ ຈະສືບຕໍ່ເປັນປະທານຮ່ວມກັບ ສປ ຈີນ ແລະ ການາດາ ສຳລັບກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ວ່າດ້ວຍການບັນເທົາທຸກໄພພິບັດ (ARF ISM on DR) ຈົນເຖິງເດືອນສິງຫາ ປີ 2022; ເປັນປະທານຮ່ວມກັບ ສປ ຈີນ ແລະ ມາເລເຊຍ ສຳລັບກອງປະຊຸມສຳມະນາ ວ່າດ້ວຍການຊ່ວຍເຫລືອກູ້ໄພສຸກເສີນໃນຕົວເມືອງ ຄັ້ງທີ 3 ແລະ ຈະເປັນປະທານຮ່ວມກັບ ສປ ຈີນ ສຳລັບການຝຶກອົບຮົມເວທີພາກພື້ນອາຊຽນ ວ່າດ້ວຍການຝຶກຊ້ອມ ແລະ ສ້າງຂີດຄວາມສາມາດໃນການຄົ້ນຫາ ແລະ ຊ່ວຍເຫລືອກູ້ໄພໃນຕົວເມືອງ.
ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາ 4 ເອກະສານສຳຄັນຄື: 1). ແຜນປະຕິບັດງານຮ່າໂນ້ຍເວທີພາກພື້ນອາຊຽນໄລຍະ 2 (2020-2025); 2). ຖະແຫລງການເວທີພາກພື້ນອາຊຽນ ວ່າດ້ວຍການເສີມຂະຫຍາຍການຮ່ວມມືໃນການສະກັດກັ້ນ ແລະ ຮັບມືຕໍ່ກັບໂລກລະບາດ; 3). ຖະແຫລງການເວທີພາກພື້ນອາຊຽນ ວ່າດ້ວຍການສຶກສາອົບຮົມເດັກທີ່ໄດ້ເຂົ້າຮ່ວມ ແລະ ພົວພັນກັບກຸ່ມກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ; 4). ຖະແຫລງການເວທີພາກພື້ນອາຊຽນ ວ່າດ້ວຍການຮ່ວມມືໃນຂະແໜງການຄວາມໝັ້ນຄົງ ແລະ ການນຳໃຊ້ໄອຊີທີ ເພື່ອຄວາມໝັ້ນຄົງຂອງສາກົນ (ສປປ ລາວ ເປັນຜູ້ສະໜັບສະໜູນຮ່ວມກັບ ສປ ຈີນ, ຣັດເຊຍ, ປາກິດສະຖານ ແລະ ກໍາປູເຈຍ).
ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນການຮັບມືກັບບັນຫາສິ່ງທ້າທາຍທີ່ເກີດຈາກພະຍາດໂຄວິດ-19, ບັນຫາການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ບັນຫາຄວາມໝັ້ນຄົງທາງໄຊເບີ, ບັນຫາຕະເວັນອອກກາງ, ແຫລມເກົາຫລີ, ທະເລຈີນໃຕ້, ບັນຫາການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ສຳລັບກອງປະຊຸມລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນຄັ້ງຕໍ່ໄປ (ຄັ້ງທີ28) ຈະຈັດຂຶ້ນໃນປີ 2021 ທີ່ບຣູໄນ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ເຊິ່ງສະແດງຄວາມເພິ່ງພໍໃຈຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ໃນເດືອນສິງຫາ 2019 ທີ່ບາງກອກ ປະເທດໄທ, ຜົນກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ-ອີຢູ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນເດືອນມີນາ 2020 ແບບທາງໄກ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ອີຢູ ໄລຍະ 2018-2022 ເຊິ່ງກວມເອົາ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ). ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີສືບຕໍ່ຮ່ວມມືກັນໃນຂະແໜງສາທາລະນະສຸກ ໂດຍສະເພາະການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍຄືຢາວັກແຊັງຕ້ານໂຄວິດ-19; ຮ່ວມມືກັນເພື່ອຟື້ນຟູເສດຖະກິດຮອບດ້ານຫລັງໂຄວິດ-19 ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025); ການເຊື່ອມໂຍງອາຊຽນ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດທາງເອເລັກໂຕຣນິກຮ່ວມກັນໄດ້; ການພັດທະນາແບບຍືນຍົງ ແລະ ສ້າງຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ກອງປະຊຸມຍັງໄດ້ແລກປ່ຽນບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເຊັ່ນ: ບັນຫາແຫລມເກົາຫລີ, ທະເລຈີນໃຕ້, ບັນຫາຄວາມຫຍຸ້ງຍາກຢູ່ລັດຣະຄາຍ (ມຽນມາ), ການຈັດຕັ້ງປະຕິບັດເອກະສານແນວຄວາມຄິດອິນໂດ-ປາຊີຟິກ ຂອງອາຊຽນ ແລະ ອື່ນໆ.
ຫລັງຈາກສໍາເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ແລ້ວ ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ເຊິ່ງກອງປະຊຸມໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ໄລຍະ 2016-2020 ໂດຍກວມເອົາ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ). ສໍາລັບທິດທາງໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດ ເປັນຕົ້ນຂະແໜງສາທາລະນະສຸກ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີໃນການປ້ອງກັນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ລວມທັງການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍຄືຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ, ການຟື້ນຟູເສດຖະກິດຫລັງໂຄວິດ-19, ການສະໜອງທຶນສຶກສາໄລຍະສັ້ນ ແລະ ໄລຍະຍາວ ແລະ ການແລກປ່ຽນດ້ານວັດທະນະທໍາ ລວມທັງການທ່ອງທ່ຽວ, ການຫັນໄປສູ່ເສດຖະກິດດິຈີຕອນ, ການເຊື່ອມຈອດອາຊຽນ ໂດຍສະເພາະການສືບຕໍ່ກໍ່ສ້າງທາງດ່ວນ ອິນເດຍ-ມຽນມາ-ໄທ ແລະ ຂະຫຍາຍມາ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດແຜນປະຕິບັດງານໄອເອໄອ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025) ລວມທັງການພັດທະນາຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນຕໍ່ບາງບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນເຊັ່ນ: ການຈັດຕັ້ງປະຕິບັດເອກະສານແນວຄວາມຄິດ ອິນໂດ-ປາຊີຟິກ ອາຊຽນ, ບັນຫາຄວາມຫຍຸ້ງຍາກຢູ່ມຽນມາ (ລັດຣະຄາຍ) ແລະ ອື່ນໆ. ພິເສດ, ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາແຜນປະຕິບັດງານການຮ່ວມມື ອາຊຽນ-ອິນເດຍ ສະບັບໃໝ່ ໄລຍະ 2021-2025 ອີກດ້ວຍ. ສ່ວນແກ່ກອງປະຊຸມສຸດຍອດອາຊຽນ-ອິນເດຍ ທີ່ຈະຈັດຂຶ້ນໃນເດືອນພະຈິກນີ້ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ຄັ້ງຕໍ່ໄປ ຈະຈັດຂຶ້ນໃນປີ 2021 ທີ່ບຣູໄນ (ປະເທດປະທານອາຊຽນຜູ້ຕໍ່ໄປ).