ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ

ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ -                                                                       4                                               40 - ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ
ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ - kitchen vibe - ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ

ເລື່ອງໄດ້ຍິນເປັນປະຈໍາໃນສັງຄົມສູ່ມື້ນີ້ ແມ່ນກະທໍາໄປຍ້ອນຮູ້ເທົ່າບໍ່ເຖິງການ ຈຸດປະສົງຂອງຜູ້ໃຊ້ເວົ້າແນວນີ້ ແມ່ນເພື່ອຫຼີກລ່ຽງຈາກການທີ່ຜ้ູອື່ນຈະເອົາຄວາມຜິດໃຫ້ກາຍເປັນການອະໂຫສິກໍາ ຫຼື ໃຫ້ອະໄພໃຫ້ກັນ ແລະ ກັນ. ຍ້ອນການກະທໍາຜິດເລັກໆນ້ອຍໆໃຫ້ກາຍເປັນຜູ້ບໍ່ມີຄວາມຜິດ ຫຼື ຜິດຫນັກຫນາ ກໍຂໍໃຫ້ເປັນຄວາມຜິດທີ່ມີລັກສະນະເບົາບາງລົງ, ຜູ້ທີ່ຮູ້ເທົ່າບໍ່ເຖິງການ ແຕ່ກະທໍາຄວາມຜິດໄປຍ່ອມຈະຖືກດໍາເນີນຄະດີຕາມກົດຫມາຍ ເພາະຜູ້ທີ່ຮູ້ເທົ່າບໍ່ເຖິງການ, ກົດຫມາຍອາຍາບໍ່ອະນຸຍາດໃຫ້ຍົກເວັ້ນຄວາມຜິດອອກຈາກຕົວເນື່ອງຈາກຜູ້ກ່ຽວເປັນຄົນທີ່ມີສະຕິສໍາປະຊັນຍະຄົບຖ້ວນສົມບູນ. ຫມາຍຄວາມວ່າ ບຸກຄົນຜູ້ນັ້ນມີສະຕິ, ຮູ້ຜິດຮູ້ຖືກ ໃນຂະນະທີ່ກະທໍາ ຫຼື ເອີ້ນວ່າຜູ້ທີ່ມີຄວາມສາມາດທາງດ້ານການປະພຶດ ຫຼື ເປັນຜູ້ທີ່ບໍ່ໄບ້, ບໍ່ບ້າ, ບໍ່ເສຍຈິດ ກ່ອນເວລາກະທຳຜິດ.

ຕາມປະມວນກົດຫມາຍອາຍາແລ້ວ ຜູ້ທີ່ມີຈະມີຄວາມຮັບຜິດຊອບທາງອາຍາ ກໍຕໍ່ເມື່ອບຸກຄົນ, ນິຕິບຸກຄົນ ຫາກມີການກະທໍາທີ່ເປັນອັນຕະລາຍຕໍ່ສັງຄົມ ຊຶ່ງໄດ້ກໍານົດໄວ້ໃນປະມວນກົດຫມາຍອາຍາ ແລະ ກົດຫມາຍສະບັບອື່ນ ທີ່ກໍານົດການກະທໍາຜິດທາງອາຍາ ແລະ ໂທດ ແລະ ເມື່ອມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.

ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ - Visit Laos Visit SALANA BOUTIQUE HOTEL - ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ

ຕາມມາດຕາ 33 ຂອງປະມວນກົດຫມາຍອາຍາໄດ້ລະບຸວ່າ ຜູ້ທີ່ຈະພົ້ນຈາກຄວາມຮັບຜິດຊອບທາງອາຍາຈະຕ້ອງມີສາເຫດດັ່ງນີ້: 1. ການຫມົດອາຍຸຄວາມໃນການຮ້ອງຟ້ອງ 2. ການຖືກບັງຄັບ ແລະ ການຖືກຂົ່ມຂູ່ 3. ການປ້ອງກັນຕົວ 4. ສະພາວະທີ່ຈໍາເປັນ 5. ການປະຕິບັດຫນ້າທີ່ຕາມວິຊາຊີບ 6. ການປະຕິບັດຕາມຄໍາສັ່ງ 7. ການຫຼີ້ນກິລາ 8. ການກະທໍາຜິດຊຶ່ງຈໍາເປັນຕ້ອງມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍ ນອກຈາກສາເຫດທີ່ກ່າວມານີ້ແລ້ວ ກົດຫມາຍຈະບໍ່ອະນຸຍາດໃຫ້ຜູ້ກະທໍາຜິດຫຼຸດພົ້ນອອກຈາກການດໍາເນີນຄະດີຢ່າງເດັດຂາດ ເຖິງຈະອ້າງວ່າກະທໍາໄປຍ້ອນຮູ້ເທົ່າບໍ່ເຖິງການເທົ່ານັ້ນ.

ບຸກຄົນທົ່ວໄປທີ່ມີອາຍຸແຕ່ 15 ປີຂຶ້ນໄປ ເປັນຄົນທີ່ມີສະຕິສໍາປະຊັນຍະສົມບູນ ລ້ວນແຕ່ຕ້ອງໄດ້ຮັບຜິດຊອບຕໍ່ການກະທໍາທີ່ມີຜົນໄດ້ຜົນເສຍຂອງຕົນ.ທັງນັ້ນ, ຖ້າກະທໍາຜິດທາງອາຍງກໍຕ້ອງຮັບຜິດຊອບທາງອາຍາ ແລະ ຄວາມເສຍຫາຍທາງແພ່ງທີ່ຕິດພັນກັບທາງອາຍາ ຊຶ່ງຕົນເອງໄດ້ກໍຂຶ້ນເຊັ່ນ: ຄ່າສ້ອມແປງ, ຄ່າມ້ຽນຄາບສົງສະການ, ຄ່າປົວແປງຈິດໃຈ, ຄ່າຝົນຢົ້ວ, ຄ່າຄູ່ສູ່ຂວັນ ຫຼື ຄ່າອື່ນທີ່ກົດຫມາຍໄດ້ກໍານົດໄວ້.

ການກະທໍາຜິດຍ້ອນຄວາມຮູ້ເທົ່າບໍ່ເຖິງການ ອາດຈະເປັນພຽງສາເຫດທີ່ພາໃຫ້ຫຼຸດຜ່ອນ ຫຼື ອາດຈະເປັນສາເຫດທີ່ພາໃຫ້ເພີ່ມຄວາມຮັບຜິດຊອບທາງອາຍາເທົ່ານັ້ນ ຕົວຢ່າງ: ທ້າວ ລຸກ ລີກຂອງນາງ ເຈັກ ຫຼາຍສິບບາດ ແຕ່ຊິໄປອ້າງວ່າ ກະທໍາໄປຍ້ອນຮູ້ເທົ່າບໍ່ເຖິງການແມ່ນບໍ່ໄດ້ເພາະວ່າຜູ້ກ່ຽວຮູ້ດີວ່າການລັກຊັບຂອງບຸກຄົນອື່ນເປັນການກະທໍາຜິດ, ແຕ່ຜູ້ກ່ຽວກໍລັກ ແລະ ກໍມີເຈດຕະນາລັກ ແລະ ກໍເຖິງຜົນສະທ້ອນທີ່ຈະຕາມມາ ຫຼື ທ້າວ ເກັ່ງ ດືງກະເປົາຂອງນາງ ແກະ ໄດ້ເງິນຈໍານວນຫນຶ່ງ ຫຼັງຈາກຈັບຕົວໄດ້ຜູ້ກ່ຽວຈະອ້າງວ່າ ກະທໍາໄປຍ້ອນຄວາມຮູ້ເທົ່າບໍ່ເຖິງການ ກໍບໍ່ສາມາດຫຼີກເວັ້ນຈາກຄວາມຜິດໄດ້ເຊັ່ນດຽວກັນ.

ສະນັ້ນ, ຈຶ່ງຕ້ອງເຂົ້າໃຈວ່າການກະທໍາໃດທີ່ກົດຫມາຍໄດ້ກໍານົດວ່າເປັນຄວາມຜິດ ແລະ ກໍານົດໂທດໄວ້ແລ້ວ ບຸກຄົນນັ້ນຈະຕ້ອງຮັບຜິດຊອບຕໍ່ການກະທໍາຂອງຕົນ ຕາມປະມວນກົດຫມາຍອາຍາ ແລະ ກົດຫມາຍອື່ນ ໄດ້ກໍານົດໄວ້ຕາມລະດັບຄວາມເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ ຫາກໃຜຄິດວ່າ ກະທໍາຜິດໄປຍ້ອນຄວາມຮູ້ເທົ່າບໍ່ເຖິງການແລ້ວ ກົດຫມາຍຈະບໍ່ເອົາຜິດເອົາໂທດ ຖືວ່າຄິດຜິດຕ້ອງຄິດໃຫມ່.

ໂດຍ: ໄມ້ງັດ (VIENTIANE MAI)

 

ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ - 5 - ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ
ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ - 3 - ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ
ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ - 4 - ເປັນຫຍັງ? ຈຶ່ງອ້າງໄດ້ວ່າກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ