ຮອງລັດຖະມົນຕີກະຊວງພະລັງງານຂອງລັດເຊຍຖືກຈັບຍ້ອນພຶດຕິກຳສໍ້ລາດບັງຫຼວງ

ຮອງລັດຖະມົນຕີກະຊວງພະລັງງານຂອງລັດເຊຍຖືກຈັບຍ້ອນພຶດຕິກຳສໍ້ລາດບັງຫຼວງ -                                                                       4                                               36 - ຮອງລັດຖະມົນຕີກະຊວງພະລັງງານຂອງລັດເຊຍຖືກຈັບຍ້ອນພຶດຕິກຳສໍ້ລາດບັງຫຼວງ
ຮອງລັດຖະມົນຕີກະຊວງພະລັງງານຂອງລັດເຊຍຖືກຈັບຍ້ອນພຶດຕິກຳສໍ້ລາດບັງຫຼວງ - kitchen vibe - ຮອງລັດຖະມົນຕີກະຊວງພະລັງງານຂອງລັດເຊຍຖືກຈັບຍ້ອນພຶດຕິກຳສໍ້ລາດບັງຫຼວງ

ແຫຼ່ງຂ່າວຈາກ zingnews, ວັນທີ 9 ກັນຍານີ້ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ລັດເຊຍ ໄດ້ຈັບກຸມຮອງລັດຖະມົນຕີກະຊວງພະລັງງານ, ທ່ານ Anatoly Tikhonov ດ້ວຍຂໍ້ຫາຍັກຍອກເງິນເກືອບ 8 ລ້ານໂດລາ.

ສຳນັກຂ່າວ  AFP ໃຫ້ຮູ້ວ່າ: ຮອງລັດຖະມົນຕີກະຊວງພະລັງງານລັດເຊຍ, ທ່ານ Anatoly Tikhonov ຖືກກັກຕົວໃນວັນທີ 8 ກັນຍາ ໃນຂໍ້ຫາຍັກຍອກເອົາເງິນ 7,9 ລ້ານໂດລາ.

ຮອງລັດຖະມົນຕີກະຊວງພະລັງງານຂອງລັດເຊຍຖືກຈັບຍ້ອນພຶດຕິກຳສໍ້ລາດບັງຫຼວງ - Visit Laos Visit SALANA BOUTIQUE HOTEL - ຮອງລັດຖະມົນຕີກະຊວງພະລັງງານຂອງລັດເຊຍຖືກຈັບຍ້ອນພຶດຕິກຳສໍ້ລາດບັງຫຼວງ

ຄະນະກຳມະການສືບສວນສອບສວນຂອງລັດເຊຍລະບຸວ່າ: ຈຳນວນເງິນ 7,9 ລ້ານໂດລານັ້ນ, ຖືກຖອນອອກຈາກອົງການພະລັງງານລັດເຊຍໃນໄລຍະປີ 2013-2015, ຊຶ່ງເປັນໄລຍະ ທີ່ທ່ານ Anatoly Tikhonov ເປັນຫົວໜ້າອົງການດັ່ງກ່າວ. ກ້ອນເງິນດັ່ງກ່າວຖືກຖອນອອກມາໃນນາມວ່າ ຈະເອົາໄປຕິດຕັ້ງລະບົບໂທລະຄົມມະນາຄົມ, ແຕ່ມາບັດນີ້ຖືກພົບເຫັນການທຸດຈະລິດ ໃຊ້ເງິນບໍ່ເຂົ້າກັບເປົ້າໝາຍ.

ທ່ານ Anatoly Tikhonov ຖືກຈັບກຸມຢູ່ໃນເມືອງຫຼວງ ມົສໂກ ໃນວັນທີ 8 ກັນຍານີ້ ພ້ອມກັບເຈົ້າໜ້າທີ່ໃນກະຊວງດັ່ງກ່າວ, ພາຍຫຼັງອົງການພະລັງງານລັດເຊຍກວດຄົ້ນເຮືອນສ່ວນຕົວ ແລະ ຫ້ອງການຂອງຜູ້ກ່ຽວ.

ເພື່ອເປັນການຕໍ່ຕ້ານກັບການສໍ້ລາດບັງຫຼວງຢູ່ໃນລັດເຊຍ,ປະທານາທິບໍ

ດີປູຕີນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນບັ້ນຮົບປາບປາມຢ່າງເດັດຂາດ.

ຂ່າວ: ລູກເມືອງພວນ.

ຮອງລັດຖະມົນຕີກະຊວງພະລັງງານຂອງລັດເຊຍຖືກຈັບຍ້ອນພຶດຕິກຳສໍ້ລາດບັງຫຼວງ - 3 - ຮອງລັດຖະມົນຕີກະຊວງພະລັງງານຂອງລັດເຊຍຖືກຈັບຍ້ອນພຶດຕິກຳສໍ້ລາດບັງຫຼວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!