ຍອດຊີ້ນແມ່ນໝາແທ້ບໍ່?
ໂດຍ: ມຶກບໍ່ແຫ້ງ
ພວກເຮົາມັກໄດ້ຍິນວ່າ “ຍອດຊີ້ນແມ່ນໝາຍອດປາແມ່ນອ່ຽນ! ເຊິ່ງໃນບົດນີ້” ຜູ້ຂຽນຂໍມາແລກປ່ຽນກ່ຽວກັບການບໍລິໂພກຊີ້ນໝາເຊິ່ງເປັນເລື່ອງທີ່ຖົກຖຽງກັນວ່າພວກເຮົາຄວນຫ້າມທາງກົດໝາຍຫຼືບໍ່?
ເມື່ອບໍ່ດົນມານີ້ ສື່ສັງຄົມອອນລາຍຂອງລາວກຳລັງໃຫ້ຄວາມສົນໃຈຄຣິບການຈັບຄົນຊອກລັກໝາຊາວ ບ້ານໂດຍໃຊ້ລົດຈັກຈັບໝາຂອງປະຊາຊົນທີ່ປ່ອຍຊະຊາຍນັ້ນໃສ່ເປົາຈຳນວນຫຼາຍໂຕສົມຄວນເຊິ່ງຫຼາຍຄົນໃຫ້ຄຳຄິດເຫັນໄປຕ່າງໆນາວ່າຄົນລັກໝາບໍ່ດີ.
ແລ້ວເຈົ້າກິນໝາບໍ່? ໃນປັດຈຸບັນການກິນໝາຂອງຄົນລາວຖືວ່າເປັນທີ່ຮັບຮູ້ກັນດີຫຼາຍຄົນກິນຊີ້ນໝາ ເຊິ່ງຫຼາຍທ່ອງຖິ່ນກໍຖືວ່າບໍ່ແມ່ນເລື່ອງແປກພໍປານໃດເພາະຄວາມຊິນເຄີຍກັບການບໍລິໂພກເຊັ່ນນີ້ມາເປັນເວລາດົນນານແລ້ວ.
ຊີ້ນໝາແມ່ນໄດ້ຮັບການບໍລິໂພກຫຼາຍທີ່ສຸດໃນທະວີບອາຊີໂດຍສະເພາະສປຈີນ, ສ ເກົາຫຼີດຫວຽດນາມ, ໄຕຫວັນແລະບາງປະເທດໃນອາຟຣິກກາ. ຈາກການສຳຫລວດໜຶ່ງໃຫ້ຮູ້ວ່າແຕ່ລະປີໝາຖືກຂ້າຈຳນວນຫຼາຍກວ່າ 30 ລ້ານໂຕສະເພາະຢູ່ປະເທດອາຊີເຊິ່ງສະແດງໃຫ້ເຫັນວ່າຊີ້ນໝາ ຍັງແມ່ນໄດ້ຮັບການບໍລິໂພກຢ່າງກວ້າງຂວາງ ແລະສະເພາະຢູ່ຫວຽດນາມເອງກໍມີໝາ 5 ລ້ານໂຕຕໍ່ປີທີ່ຖືກຂ້າເປັນອາຫານເສີບຕາມຮ້ານອາຫານທົ່ວປະເທດ.
ມີຄົນເລົ່າສູ່ຜູ້ຂຽນຟັງວ່າຄົນລາວດັ່ງເດີມນັ້ນບໍ່ໄດ້ກິນຊີ້ນໝາເພາະຖືວ່າບາບໜາສາຫັດເນື່ອງຈາກວ່າໝາເປັນສັດລ້ຽງທີ່ກະຕັນຍູ, ຮູ້ຊ່ວຍວຽກຢ່າງໜ້ອຍກໍເຝົ້າເຮືອນໃຫ້ເຈົ້າຂອງ ແລະຍັງຊ່ວຍໃນການເປັນນັກລ່າຕື່ມອີກ. ນີ້ກໍຖືວ່າໝາເປັນສັດລ້ຽງທີ່ມີທັງຄວາມໃກ້ຊິດກັບເຈົ້າຂອງແລະໃຫ້ຄຸນປະໂຫຍດແກ່ເຈົ້າຂອງຫຼວງຫຼາຍແຕ່ ການກິນຊີ້ນໝາຂອງຄົນລາວແມ່ນໄດ້ຮັບອິດທິພົນຈາກປະເທດໃຫ້ຄຽງ.
ໃນທັດສະນະຂອງຄົນຫຼາຍປະເທດກໍຄົງອາດຕົກໃຈຫຼາຍວ່າເມື່ອໄດ້ຍິນວ່າມີຄົນຢູ່ບາງປະເທດໃນໂລກນີ້ ກິນໝາເປັນປະຈຳ, ຜູ້ຂຽນຈື່ໄດ້ດີຕອນໄປຮຽນຢູ່ຕ່າງປະເທດມີໝູ່ ທີ່ມາຈາກເອີຣົບ ແລະອາເມລິກາລາຕິນ ໃນຂະນະທີ່ພວກເຮົາພາກັນເອົາເຂົ້າມາກິນຊຸມກັນຕອນສວາຍໂດຍການເຮັດອາຫານປະຈຳຂອງປະເທດໃຜລາວ, ພາຍຫຼັງກິນເຂົ້າແລ້ວກໍມີການລົມກັນເລີຍລາມມາຮອດການສົນທະນາກ່ຽວກັບການກິນຊີ້ນໝາ “ຍິນວ່າບາງປະເທດຂອງອາຊີກິນຊີ້ນໝາແມ່ນແທ້ບໍ່?” ໝູ່ຖາມຂຶ້ນຜູ້ຂຽນເລີຍຍີ້ມແລ້ວຕອບຕາມຄວາມຈິງວ່າ “ແມ່ນແທ້ຫັ້ນແລ”.
ເມື່ອໄດ້ຍິນແນນນັ້ນໝູ່ຄົນດັ່ງກ່າວມິດຊຶງຢູ່ຄາວໜຶ່ງກ່ອນຈະເວົ້າຂຶ້ນວ່າ“ກິນໄປໄດ້ແນວໃດເນາະ!” ລາວອະທິບາຍວ່າ ຢູ່ປະເທດຂອງຕົນເອງນັ້ນຄົນຮັກຫອມໝາປຽບດັ່ງສະມາຊິກຄົນໜຶ່ງຂອງຄອບຄົວ, ມີສິດທິເທົ່າທຽມກັນ, ເຈົ້າຂອງໃຫ້ເຂົ້າມາຢູ່ໃນເຮືອນ ແລະກິນອາຫານສຳເລັດຮູບຄືກັນກັບຄົນ ສ່ວນຫຼາຍຂອງປະເທດແທນທີ່ ຈະເປັນກ້າງປາຫຼືກະດູກຢູ່ປະເທດເຮົາ.
ເຖິງວ່າວັດທະນະທຳການກິນຂອງແຕ່ລະປະເທດນັ້ນຈະແຕກຕ່າງກັນໄປພວກເຮົາກໍຄົງໃຫ້ຄວາມເຄົາລົບເຊິ່ງກັນແລະກັນ. ສິ່ງສຳຄັນທີ່ຜູ້ບໍລິໂພກກໍຄວນຄຳນຶງເຖິງກໍຄືສຸຂະອະນາໄມ, ພະຍາດບາດເຍົາຕ່າງໆ ທີ່ມາຈາກສັດ. ໃນປະເທດທີ່ພັດທະນາແລ້ວການບໍລິໂພກຊີ້ນສັດນັ້ນສ່ວນຫຼາຍແມ່ນມາຈາກຟາມລ້ຽງ ທີ່ຮັບປະກັນຄວາມສະອາດໃນລະດັບທີ່ແນ່ນອນ.
ຍິ່ງພະຍາດລະບາດທີ່ລ້ວນແຕ່ເກີດມາຈາກສັດນັ້ນພວກເຮົາຍິ່ງລະມັດລະວັງຂຶ້ນຕື່ມ, ໝາຢູ່ປະເທດ ເຮົາສ່ວນຫຼາຍຖືກປ່ອຍປະຄືດັ່ງໃນຄຣິບທີ່ຄົນໄລ່ເອົາໃສ່ຖົງພວກເຮົາກໍບໍ່ຮູ້ວ່າໝານັ້ນກິນຫຍັງລົງໄປໃນທ້ອງຂອງມັນໃນຂະນະທີ່ເລາະໄປຕາມສະພາບແວດລ້ອມທີ່ບໍ່ສະອາດປານໃດ, ເມື່ອນັ້ນຊີ້ນໝາຍັງຖືວ່າເປັນຍອດຊີ້ນຢູ່ບໍ່?