ເປັນຫຍັງ ການພະນັນທີ່ມີເຈົ້າມື ຫລິ້ນມີແຕ່ເຈັ້ງກັບເຈັ້ງ ?
ການພະນັນມີສອງແບບຄື: ແບບຫລິ້ນກັນເອງ ແລະ ແບບທີ່ມີເຈົ້າມື.
ແບບຫລິ້ນກັນເອງ ແມ່ນແລ້ວແຕ່ດວງ ແລະ ຄວາມເກັ່ງຂອງຜູ້ຫລິ້ນ, ແບບນີ້ເງິນຈະບໍ່ຫລຸດໄປໃສ ເປັນ zero sum game ຄົນຊະນະຈະໄດ້ເງິນຂອງຜູ້ເສຍໄປ.
ແຕ່ສຳລັບແບບທີ່ມີເຈົ້າມື ເຮົາຈະຢູ່ໃນສະພາບເສຍປຽບສະເໝີ ເພາະທຸກເກມ ບໍ່ວ່າຈະເປັນແບບໃດ ທັງໄພ້, ບານ ຫລື ອື່ນໆ ລະບົບຈະຖືກອອກແບບມາໃຫ້ ເວລາເຮົາໄດ້ເຮົາຈະໄດ້ບໍ່ເຕັມ ແຕ່ເວລາເສຍຈະເສຍເຕັມຮ້ອຍ.
ໃນບາງເກມ ເຖິງຈະໂຄສະນາວ່າໄດ້ເຕັມຮ້ອຍ ແຕ່ໂອກາດຊະນະຈະ “ໜ້ອຍກວ່າ” ໂອກາດເສຍສະເໝີ.
ໃນໄລຍະສັ້ນມັນບໍ່ເຫັນຜົນ ແຕ່ໂລກນີ້ມັນມີກົດທີ່ເອີ້ນວ່າ law of large number ແປງ່າຍໆຄື ຖ້າຫລິ້ນໄປເລື້ອຍໆ ສຸດທ້າຍໃນໄລຍະຍາວມັນຈະ converge ຫລື ໄລຍະເຂົ້າສູ່ ຄວາມເສຍປຽບຂອງເຮົາ. ນັ້ນໝາຍເຖິງເຮົາຈະເສຍໃນທີ່ສຸດ.
ຫລັກການງ່າຍໆຂອງເລື່ອງນີ້ຄື ໃຊ້ທິດສະດີຄວາມອາດຈະເປັນ (probability) ໃນວິຊາຄະນິດສາດທີ່ເຮົາເຄີຍໄດ້ຮຽນມາຕອນຢູ່ມັດທະຍົມ.
ຖ້າເຮົາໂຍນຫົວກ້ອຍ 5 ເທື່ອ ແລ້ວຂຽນສະຖິຕິ ມັນອາດໄດ້ຫົວຫລາຍກວ່າກ້ອຍ ຫລື ກ້ອຍຫລາຍກວ່າຫົວ ແບບ 5 ເທື່ອຕໍ່ 0 ເທື່ອ ອາດເປັນໄປໄດ້ໃນບາງເທື່ອ.
ແຕ່ຖ້າໃຫ້ເຮົາໂຍນ 50.000 ເທື່ອ ອັດຕາໄດ້ຫົວຕໍ່ກ້ອຍຈະໃກ້ຄຽງກັນຫລາຍ. ນີ້ລະເອີ້ນວ່າ law of large number.
ແຕ່ເທື່ອນີ້ ຄວາມໄດ້ປຽບຂອງເຈົ້າມືໃນວົງພະນັນມັນຖືກອອກແບບມາໃຫ້ໄດ້ປຽບເຮົາແບບອ່ອນໆເຊັ່ນ: 55:45 (ຖ້າໄດ້ປຽບຫລາຍ ມັນຈະລໍ້ໃຫ້ເຮົາຕິດກັບດັກບໍ່ໄດ້ ດຽວໄກ່ສິຕື່ນ).
ບາດນີ້ເມື່ອເຮົາຫລິ້ນພະນັນໄປເລື້ອຍໆ ເຮົາຈະເປັນຄົນທີ່ເສຍປຽບ ປຽບເໝືອນປາລອຍທວນນ້ຳ ຈັງໃດກໍຝືນບໍ່ໄດ້.
ອ່ານຮອດຕອນນີ້ ອາດຈະເຂົ້າໃຈຫລັກການງ່າຍໆຂອງການພະນັນແລ້ວ ແຕ່ຖ້າເຮົາຍິ້ມວ່າເຮົາບໍ່ກ່ຽວຂ້ອງກັບການພະນັນທີ່ມີເຈົ້າມື ລອງອ່ານຂໍ້ສຸດທ້າຍ…
ຫວຍລັດຖະບານ ຖືເປັນການພະນັນທີ່ມີເຈົ້າມືໃຫຍ່ທີ່ສຸດໃນປະເທດ ທີ່ມີຄົນເຂົ້າຮ່ວມເກມນີ້ສິບລ້ານຄົນ ໂດຍຖ້າເບິ່ງຈາກງົບການເງິນຂອງຫວຍລັດຖະບານແລ້ວ ຄວາມໄດ້ປຽບຂອງເຈົ້າມື ຄື 65:35 ເຊິ່ງເຮົາມີໂອກາດເສຍຫລາຍກວ່າຫລາຍເກມການພະນັນໃນວົງພະນັນອີກ.