ການພັດທະນາເສດຖະກິດບໍ່ແມ່ນການທຳລາຍມ້າງ


ໂດຍ: ລູກເມືອງພວນ
ການພັດທະນາເສດຖະກິດ ແມ່ນເປົ້າໝາຍຫຼັກໃນການພັດທະນາໃຫ້ປະເທດຊາດມີຄວາມຈະເລີນຮຸ່ງເຮືອງກ້າວໜ້າ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່ານັບມື້ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ.
ປະເທດຊາດໜຶ່ງຢາກຈະເລີນກ້າວໜ້າໄດ້ ບໍ່ສາມາດທີ່ຈະປະຕິເສດການພັດທະນາດ້ານເສດຖະກິດ. ແຕ່ຕ້ອງເຂົ້າໃຈວ່າ: ການພັດທະນາເສດຖະກິດບໍ່ແມ່ນການທຳລາຍມ້າງສິ່ງໃດສິ່ງໜຶ່ງເພື່ອໃຫ້ໄດ້ມາອີກສິ່ງໃດສິ່ງໜຶ່ງ, ການພັດທະນາເສດຖະກິດແມ່ນການດຳເນີນການທີ່ເປັນລະບົບຄົບຊຸດໄປພ້ອມໆກັນ ແລະ ຄົງຮັກສາໄວ້ຄຸນຄ່າຂອງທຸກເປົ້າ ໝາຍ.
ຕົວຢ່າງ: ການຂຸດຄົ້ນບໍ່ຄຳ ຫຼື ແຮ່ທາດຕ່າງໆ ກໍຕ້ອງຄຳນຶງເຖິງຜົນກະທົບທີ່ຈະຕາມມາຕໍ່ສິ່ງແວດລ້ອມຫ້ວຍນໍ້າລຳເຊ, ພູຜາປ່າດົງ, ຕໍ່ກັບການດຳລົງຊີວິດຂອງປະຊາຊົນ ລະແວກນັ້ນ, ກໍ່ສ້າງເຂື່ອນໄຟຟ້າກໍເຊັ່ນດຽວກັນຕ້ອງຄຳນຶງເຖິງຜົນກະທົບທີ່ຈະຕາມມາຕໍ່ສິ່ງແວດລ້ອມນິເວດວິທະຍາ, ການປ່ຽນແປງແບບແຜນຊີວິດຂອງປະຊາຊົນ, ການສ້າງຕຶກການຄ້າ ຫຼື ສູນການຄ້າຢູ່ສະຖານທີ່ຕະຫຼາດເຊົ້າຫຼັງເກົ່າ ກໍຕ້ອງຄຳນຶງເຖິງຜົນກະທົບທີ່ຈະຕາມມາຕໍ່ຊີວິດຈິດໃຈ, ຕໍ່ຄວາມຮູ້ສຶກ, ຕໍ່ວິຖີການດຳລົງຊີວິດຂອງປະຊາຊົນທີ່ເຄີຍດຳລົງຄົງຢູ່ກັບຕະຫຼາດແຫ່ງນີ້ມາຍາວນານ, ຄຳນຶງເຖິງວັດທະນະທຳ, ອະລິຍະທຳ, ສະຖາປັດ, ປະຕິມະກຳ ແລະ ສະຖານທີ່ບູຮານນະສະຖານຂອງບ້ານເມືອງທີ່ເປັນປະຫວັດສາດ, ຕິດພັນກັບປະຫວັດການເປັນມາຂອງຊາດຍາວນານ. ສິ່ງທີ່ຈະຕ້ອງທັນສະ ໄໝກໍຕ້ອງສ້າງຂຶ້ນມາໃໝ່, ສິ່ງໃດທີ່ເປັນເອກະລັກເກົ່າແກ່ ເປັນມໍລະດົກຂອງຊາດກໍຄວນຮັກສາໄວ້ໃຫ້ຄົງຢູ່ຄູ່ຄົນລາວຕະຫຼອດໄປ ແລະ ໃຫ້ຄົນລຸ້ນຫຼັງໄດ້ຮູ້ໄດ້ເຫັນຄວາມເປັນມາຂອງຊາດລາວ. ຮູ້ເຫັນຜົນງານການພັດທະນາປະເທດຊາດຂອງບັນພະບູລຸດໃນແຕ່ລະໄລຍະປະຫວັດສາດນັ້ນວ່າເປັນແນວໃດ? ມີຫຍັງແດ່?
ເຖິງຄາວໜຶ່ງຄົນລາວຈະເຫັນແຕ່ສິ່ງທີ່ທັນສະໄໝ ໂດຍໄຮ້ຮ່ອງຮອຍປະຫວັດສາດ ແລ້ວຈິດໃຈຊາດ, ຄວາມເປັນຊາດ ແລະ ສະຕິຊາດຂອງຄົນລາວໃນຕໍ່ໜ້າຈະເປັນແນວໃດ? ມີໃຜແດ່ກະຕວງໄດ້? ນອກຈາກທີ່ຍັງຈະເຫຼືອພຽງແຕ່ຄວາມພ່າຍແພ້ໃຫ້ແກ່ຊາດອື່ນ, ອັນເນື່ອງມາຈາກການທຳລາຍມ້າງຮ່ອງຮອຍປະຫວັດສາດໃຫ້ໝົດກ້ຽງ, ທຳລາຍຜົນງານການສ້າງມາຂອງຄົນຮຸ່ນເກົ່າ.
ພວກເຮົາຈົ່ງຫັນໄປເບິ່ງປະເທດເພິ່ນເມືອງທ່ານ, ຕຶກການຄ້າ, ຮ້ານກາເຟ, ຮູບຊົງເຮືອນຊານບູຮານນະສະຖາປັດ, ແມ່ນແຕ່ກົກໄມ້ເຖົ້າເຂົາກໍຍັງຮັກສາໄວ້ ຊຶ່ງບໍ່ສາມາດທີ່ຈະປະເມີນຄ່າໄດ້. ສ່ວນເຮົາຊໍ້າພັດຄິດຫາແຕ່ສິທຳລາຍມ້າງສິ່ງເກົ່າແກ່ໄປໃຫ້ໝົດ. ມັນຖືກແລ້ວບໍກັບທິດທາງການພັດທະນາເສດຖະກິດຕ້ອງຕິດພັນກັບຄວາມຍືນຍົງ? ຖືກແລ້ວບໍກັບທິດພັດທະນາເສດຖະກິດໃຫ້ເປັນສີຂຽວ? ຖືກແລ້ວບໍການພັດທະນາເສດຖິກິດເປັນມິດກັບສິ່ງແວດລ້ອມຂອງລັດຖະບານ?
ຢ່າລືມຄຳບູຮານທີ່ສັ່ງໄວ້ວ່າ: “ຢາກໄປໜ້າໃຫ້ເບິ່ງຄືນຫຼັງ”, ” ໄດ້ໃໝ່ຢ່າລືມເກົ່າ”, ໄດ້ເຕົ່າ ຢ່າລືມແລນ”, ” ໄດ້ແຄນຢ່າລືມຂຸ່ຍໄມ້ອໍ້”….
ໂອລະນໍນີ້ເຂົາວ່າ: ຄົນລາວບໍ່ຮູ້ຊາດລາວ. ຊາວປະຊາຈົ່ງພ້ອມກັນຫັນໜ້າມາເບິ່ງປະຫວັດສາດໃຫ້ຫຼາຍຂຶ້ນ, ຢ່າໃຫ້ຄວາຍຕາຍຄາຕົມ, ຢ່າໃຫ້ເຮືອຫຼົ້ມບາດຈອດ, ຢ່າໃຫ້ໄຟມອດກາງຄັນ, ຢ່າໃຫ້ຄວາມຝັນສູນເສຍ, ຢ່າໃຫ້ເປັນຂ້ອຍຊາດອື່ນ.