ທຣຳ ຮຽກຮ້ອງໃຫ້ນັກຂ່າວ Reuters ປົດຜ້າອັດປາກ-ດັງອອກໃນກອງປະຊຸມຖະແຫຼງຂ່າວ
September 8, 2020 - 4:31 PM


ແຫຼ່ງຂາວຈາກໜັງສືພິມ thoidai, ວັນທີ 8 ກັນຍານີ້ ໃຫ້ຮູ້ວ່າ: ວັນທີ 7 ກັນຍາ, ໃນຂະນະທີ່ກອງປະຊຸມຖະແຫຼ່ງຂ່າວນັ້ນ, ປະທານາທິບໍດີ ໂດນັລທຣຳ ຂອງສະຫະລັດ ໄດ້ຮຽກຮ້ອງໃຫ້ ນັກຂ່າວ ຈາກສຳນັກຂ່າວ Reuters, Jeff Masonປົດຜ້າອັດປາກອອກ ເພາະຖາມບໍ່ໄດ້ຍິນສຽງຈະແຈ້ງ ແຕ່ເຂົາໄດ້ປະຕິເສດ ແລະ ທັງອະທິບາຍວ່າເຂົາຈະເວົ້າແຮງຂຶ້ນກ່ວາເກົ່າອັນເນື່ອງມາຈາກຜ້າອັດປາກນັ້ນເອງ.
ຫຼັງຈາກນັ້ນ ປະທານາທິບໍດີຊີ້ໃສ່ໄລຍະຫ່າງລະຫວ່າງເຂົາກັບນັກຂ່າວແລ້ວຖາມວ່າ: “ເຈົ້າກັບຂ້ອຍຢູ່ຫ່າງກັນຈັກແມດ?”. ນັກຂ່າວຕອບກັບວ່າ: ເຂົາຈະເວົ້າແຮງຂຶ້ນ.
ທ່ານ ທຣຳ ໄດ້ມີຄວາມພໍໃຈກັບຄຳຕອບຂອງນັກຂ່າວ ແລະ ເວົ້າວ່າ: “ຖ້າເຈົ້າຫາກປົດມັນອອກມັນກໍຈະຍິນຈະແຈ້ງກ່ວາ”. ຫຼັງຈາກນັ້ນ ນັກຂ່າວກໍໄດ້ຖາມແຮງຂຶ້ນ ແລະ ຖາມ ທຣຳວ່າ: ສໍ່ານີ້ໄດ້ຍິນແລ້ວບໍ? ປະທານາທິບໍດີຕອບກັບວ່າ: ແຈ້ງກ່ວາເກົາແລ້ວ.
ແປຂ່າວ: ລູກເມືອງພວນ.