ຫໍສະໝຸດແຫ່ງຊາດຈັດກິດຈະກຳລະນຶກວັນລຶບລ້າງກືກໜັງສືສາກົນ




ເຊົ້າວັນທີ 8 ກັນຍານີ້, ຫໍສະໝຸດແຫ່ງຊາດໄດ້ຈັດກິດຈະກຳລະນຶກວັນລຶບລ້າງການກືກໜັງສືສາກົນ ຫລື ວັນສາກົນແຫ່ງການຮຽນຮູ້ໜັງສື ຂຶ້ນທີ່ນະຄອນຫລວງວຽງຈັນ.


ທ່ານ ນາງ ຂັນທະມາລີ ຍັງນຸວົງ ອໍານວຍການຫໍສະໝຸດແຫ່ງຊາດ ໄດ້ກ່າວເຖິງວັນສຳຄັນນີ້ວ່າ: ການສະເຫລີມສະຫລອງວັນລຶບລ້າງການກືກໜັງສືສາກົນວັນທີ 8 ກັນຍາ ຄັ້ງທຳອິດໄດ້ຈັດຂຶ້ນເມື່ອປີ 1966, ໂດຍແມ່ນຫລັກການລວມຂອງອົງການສະຫະປະຊາຊາດ ດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ (UNESCO) ເພື່ອໃຫ້ທຸກຄົນອ່ານອອກ, ຂຽນໄດ້ ແລະ ເພື່ອໃຫ້ບັນດາປະເທດຕ່າງໆໃນທົ່ວໂລກເຫັນໄດ້ຄວາມສໍາຄັນຂອງວັນລຶບລ້າງການກືກໜັງສື.


ດັ່ງທີ່ ສປປ ລາວ ໃນປີ 2014 ໄດ້ປະກາດການຈົບຊັ້ນປະຖົມສຶກສາບໍາລຸງທົ່ວປະເທດສາມາດບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ Millenium Development Goals (MDG) ກໍຄືພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ສາມາດອ່ານອອກຂຽນໄດ້ຕາມເປົ້າໝາຍຂອງການສຶກສາໂລກວາງອອກ ແລະ ເປັນໜຶ່ງໃນບັນດາປະເທດທີ່ສາກົນໄດ້ໃຫ້ການຍ້ອງຍໍຊົມເຊີຍເປັນປະເທດທີ່ສາມາດຈັດຕັ້ງປະຕິບັດຕໍ່ພັນທະຂອງສາກົນໄດ້ຢ່າງເຂັ້ມແຂງ, ມີຄວາມຄືບ ໜ້າດີ ແລະ ພົ້ນເດັ່ນທີ່ສຸດແມ່ນວຽກງານການລຶບລ້າງການກືກໜັງສືຂອງປວງຊົນ, ກະຊວງສຶກສາທິການ ແລະກິລາ ໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ຖືວ່າການກືກໜັງສືເປັນໄພອັນຕະລາຍ ແລະ ເປັນອຸປສັກຕໍ່ການສ້າງສາພັດທະນາປະເທດຊາດ, ຍ້ອນແນວນັ້ນ ພັກ ແລະ ລັດຖະບານ ຈຶ່ງຖືເອົາວຽກງານການພັດທະນາການສຶກສາໄປກ່ອນບາດກ້າວໜຶ່ງ ເພື່ອໄຂຊ່ອງທາງໃຫ້ແກ່ການພັດທະນາບຸກຄະລາກອນ ແລະ ປະເທດຊາດມີຄວາມຈະເລີນກ້າວໜ້າ. ສະນັ້ນ ລັດຖະບານຈຶ່ງໄດ້ສ້າງແຜນຍຸດທະສາດປະຕິຮູບການສຶກສາແຫ່ງຊາດ, ເພື່ອສ້າງໂອກາດ ແລະ ສົ່ງເສີມໃຫ້ເດັກໃນເກນ ອາຍ 6-14 ປີ ໂດຍສະເພາະຜູ້ຍິງ, ຜູ້ທີ່ດ້ອຍໂອກາດ, ປະລະການຮຽນໃນສາຍສາມັນຢູ່ເຂດຊົນນະບົດຫ່າງໄກສອກຫລີກໄດ້ເຂົ້າຮຽນຈົບຊັ້ນປະຖົມໂດຍຫລັກສູດການຮຽນ-ການສອນຂອງການສຶກສານອກໂຮງຮຽນ ແລະ ຄຽງຄູ່ກັນ ນັ້ນກໍ່ສົ່ງເສີມການສຶກສາຜູ້ໃຫຍ່ໃນການລຶບລ້າງຄວາມບໍ່ຮູ້ໜັງສື.


ການອ່ານກໍເປັນເຄື່ອງມືພື້ນຖານ ໃນການສະແຫວງຫາຄວາມຮູ້ ກໍ່ໃຫ້ເກີດຄວາມຄິດ ແລະ ວິໄສທັດທີ່ຫລາກຫລາຍກວ້າງໄກ ສາມາດນໍາມາປະຍຸກໃຊ້ໃນການດໍາລົງຊີວິດໄດ້ຢ່າງມີຄວາມສຸກ, ມີຄວາມສໍາຄັນຕໍ່ມະນຸດ ເພາະການອ່ານຈະ ເປັນການເພີ່ມພູນຄວາມຮູ້ ເປັນການເປີດໂລກະທັດຢ່າງກວ້າງຂວາງ ເປັນການພັດທະນາຄວາມຄິດໃຫ້ເກີດປະໂຫຍດ, ການອ່ານເປັນ ເຄື່ອງມືໃນການຖ່າຍທອດມໍລະດົກທາງວັດທະນະທໍາຂອງຄົນຮຸ່ນນີ້ສູ່ຄົນຮຸ່ນຫຼັງ ຊ່ວຍໃຫ້ຜູ້ອ່ານເກີດປັນຍາມີຄວາມຮູ້ກວ້າງຂວາງຊ່ວຍຮັບຮູ້ຂໍ້ມູນຂ່າວສານທັນຕໍ່ເຫດການ ແລະ ທັນໂລກ, ຊ່ວຍໃຫ້ຜູ້ອ່ານສາມາດນໍາ ຄວາມຮູ້ຈາກການອ່ານໄປໃຊ້ໃນຊີວິດປະຈໍາວັນ ເພື່ອພັດທະນາຄຸນນະພາບຂອງຊີວິດ ແລະ ເພີ່ມພູນປະສົບການສາມາດໄຈ້ແຍກຄວາມຖືກຜິດຂອງເລື່ອງລາວຕ່າງໆ ໄດ້ຢ່າງມີປະສິດທິພາບ, ຊ່ວຍໃຫ້ຜູ້ອ່ານເຂົ້າໃຈສະຖານະການຕ່າງໆໄດ້ຢ່າງວ່ອງໄວ ແລະ ສາມາດແກ້ໄຂໄດ້ທັນທີ, ຊ່ວຍປ້ອງກັນບໍ່ໃຫ້ເກີດການກືກໜັງສື ທັງເປັນປັດໃຈໜຶ່ງຢັ້ງຢືນເຖິງຄວາມຈະເລີນກ້າວໜ້າຂອງປະເທດ ແລະ ເປັນປັດໄຈສໍາຄັນທີ່ຈະຊ່ວຍສົ່ງເສີມຄວາມຈະເລີນກ້າວໜ້າຂອງປະເທດຊາດໃຫ້ມີຄວາມຍືນຍົງ.



