ໄຕ້ຝຸ່ນໄຫ່ເສິນພັດຖະຫລົ່ມຕອນໃຕ້ຂອງຍີ່ປຸ່ນ ເສຍຊີວິດແລ້ວ 2 ຄົນ ບາດເຈັບນັບຮ້ອຍ ເຄື່ອນທີ່ຖະຫລົ່ມເກົາຫລີແລ້ວ


ໃນວັນທີ 7 ສິງຫາ ໄຕ້ຝຸ່ນໄຫ່ເສິນພັດຖະຫລົ່ມພື້ນທີ່ບໍລິເວນເກາະຄິວຊູທາງຕອນໃຕ້ຂອງຍີ່ປຸ່ນ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2 ຄົນ, ສູນຫາຍອີກ 4 ຄົນ, ໄດ້ຮັບບາດເຈັບອີກນັບຮ້ອຍຄົນ, ຫລາຍພື້ນທີ່ມີຝົນຕົກໜັກ, ທີ່ພັກອາໄສກວ່າ 4,75 ແສນຫລັງຄາເຮືອນກະແສໄຟຟ້າດັບຊົ່ວຄາວ, ຊາວຍີ່ປຸ່ນ 2,3 ໝື່ນກວ່າຄົນໃນ 11 ແຂວງທີ່ໄດ້ຮັບຜົນກະທົບອົບພະຍົບເຂົ້າພື້ນທີ່ລົບໄພແລ້ວ.
ກ່ອນຈະເຄື່ອນທີ່ເຂົ້າສູ່ມະຫາສະໝຸດເກົາຫລີ ສົ່ງຜົນໃຫ້ສະໜາມບິນເຊຈູຂອງ ສ.ເກົາຫລີ ຕ້ອງຍົກເລີກຖ້ຽວບິນ ເນື່ອງຈາກສະພາບອາກາດປັ່ນປ່ວນ, ບາງພື້ນທີ່ເກີດນ້ຳຖ້ວມສູງ ແລະ ບັນຫາດິນເຈື່ອນ ທາງການເລັ່ງຊ່ວຍເຫລືອຜູ້ປະສົບໄພ ແລະ ຄົ້ນຫາຜູ້ສູນຫາຍຢ່າງຮີບດ່ວນ.
ໂດຍໄຕ້ຝຸ່ນໄຫ່ເສິນໄດ້ມຸ່ງໜ້າສູ່ພື້ນທີ່ຂອງ ສປປ ເກົາຫລີ ກ່ອນຈະອ່ອນກຳລັງລົງກາຍເປັນພາຍຸເຂດຮ້ອນ. ທ່ານ ກິມຈ໋ອງອິນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ກຽມສົ່ງທີມຊ່ວຍເຫລືອປະມານ 12.000 ຄົນຈາກພຽງຢາງຊ່ວຍເຫລືອຜູ້ປະສົບໄພ ຫລັງຈາກກ່ອນໜ້ານີ້ຊາວ ສປປ ເກົາຫລີ ຈຳນວນບໍ່ໜ້ອຍກໍໄດ້ຮັບຜົນກະທົບຈາກໄຕ້ຝຸ່ນ Maysak ໃນອາທິດຜ່ານມາ ສົ່ງຜົນໃຫ້ນ້ຳຖ້ວມເນື້ອທີ່ກະສິກຳ ແລະ ທີ່ພັກອາໄສ, ເຮືອນຫລາຍກວ່າ 1.000 ຫລັງໄດ້ຮັບຄວາມເສຍຫາຍ.