ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮາວ, ເມືອງສົບເບົາ ມີຄວາມຄືບໜ້າດີ


ໃນວັນທີ 4 ກັນຍານີ້, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຄະນະ, ໄດ້ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮາວ, ຢູ່ເມືອງສົບເບົາ ແຂວງຫົວພັນ; ໂດຍໄດ້ຮັບລາຍງານຈາກທ່ານ ຄໍາຜາຍ ສີລາຊາ, ປະທານ ກຸ່ມບໍລິສັດ ດວງຈະເລີນພັດທະນາກໍ່ສ້າງຈໍາກັດຜູ້ດຽວ, ທັງເປັນປະທານ ບໍລິສັັດ ນໍ້າຮາວຈະເລີນພາວເວີ້ ຈໍາກັດໃຫ້ຮູ້ວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮາວ ມີກໍາລັງການຜະລິດ 22 ເມກາວັດໃນລະດູຝົນ ແລະ 9 ເມກາວັດ ໃນລະດູແລ້ງ ເຊິ່ງລວມມູນຄ່າການກໍ່ສ້າງທັງໜົດ 40 ລ້ານກວ່າ ໂດລາສະຫະລັດ ໂດຍການລົງທຶນ 100% ຂອງບໍລິສັັດ ນໍ້າຮາວຈະເລີນພາວເວີ້ ຈໍາກັດຜູ້ດຽວ, ສະພາບການກໍ່ສ້າງ ແມ່ນມີຂໍ້ສະດວກຫລາຍດ້ານເປັນຕົ້ນແມ່ນ: ໄດ້ຮັບການຮ່ວມມືຈາກອຳນາດການປົກຄອງທ້ອງຖິ່ນ ແລະ ກະຊວງທີ່ກ່ຽວຂ້ອງເປັນຢ່າງດີໄດ້, ເຮັດໃຫ້ໂຄງການສໍາເລັດເປັນກ້າວໆມາ ແລະ ຄາດວ່າຈະໃຫ້ສໍາເລັດສົມບູນ ແລະ ຈະເປີດນຳໃຊ້ໃນເດືອນ ສິງຫາ 2021 ທີ່ຈະມາເຖິງນີ້. ພ້ອມຈະສ້າງເຂດນີ້ໃຫ້ກາຍເປັນບ່ອນທ່ອງທ່ຽວເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນຂົງເຂດດັ່ງກ່າວອີກດ້ວຍ.


ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງບໍລິສັັດ ຊຶ່ງເປັນບໍລິສັດຂອງຄົນລາວ 100% ທີ່ໄດ້ມີຄວາມຕັ້ງໃຈ ແລະ ທຸ້ມເທ ທຶນຮອນເຂົ້າໃສ່ການກໍ່ສ້າງ ໃຫ້ມີຜົນສໍາເລັດຕາມແຜນການ, ເພື່ອສະຫນອງໄຟຟ້າໃຫ້ແກ່ການປະຊາຊົນ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃນເຂດຫ່າງໄກສອກຫລີກດີຂຶ້ນ.

