ຄຊກມດ) ຮ່ວມກັບອົງການອຸຍນີເຊັບ ຫາລືຮ່າງແຜນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025)

ຄຊກມດ) ຮ່ວມກັບອົງການອຸຍນີເຊັບ ຫາລືຮ່າງແຜນງານແຫ່ງຊາດ  ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025) - DSC07826BLUE - ຄຊກມດ) ຮ່ວມກັບອົງການອຸຍນີເຊັບ ຫາລືຮ່າງແຜນງານແຫ່ງຊາດ  ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025)
ຄຊກມດ) ຮ່ວມກັບອົງການອຸຍນີເຊັບ ຫາລືຮ່າງແຜນງານແຫ່ງຊາດ  ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025) - kitchen vibe - ຄຊກມດ) ຮ່ວມກັບອົງການອຸຍນີເຊັບ ຫາລືຮ່າງແຜນງານແຫ່ງຊາດ  ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025)

ຄະນະກຳ ມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ຮ່າງແຜນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025) ກັບຄູ່ຮ່ວມພັດທະນາ ເພື່ອໃຫ້ມີຄວາມເປັນເອກະພາບກັນ ແລະ ສອດຄ່ອງກັບສະພາບຕົວຈິງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ນຳເອົາປະໂຫຍດສູງສຸດມາສູ່ເດັກລາວບັນດາເຜົ່າ ໂດຍສະເພາະແມ່ນ ການພັດທະນາທ່າແຮງຂອງເດັກລາວບັນດາເຜົ່າລຸ້ນປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2.

ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ໃຫ້ຮູ້ວ່າ: ແຜນງານດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 2 (2016-2020) ປະກອບມີ 5 ແຜນງານໃຫຍ່ທີ່ພວມຈັດຕັ້ງປະຕິບັດໃນທ້າຍສະໄໝ ເຫັນວ່າມີຫລາຍຜົນສຳເລັດ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ຂອດການປະສານງານ, ການສະໜອງງົບປະມານເຂົ້າໃນວຽກງານແມ່ ແລະ ເດັກ ແລະ ຄວາມເຂັ້ມແຂງຂອງກົງຈັກເສນາທິການແຕ່ລະຂັ້ນ ເຊິ່ງເປັນສິ່ງທ້າທາຍຕໍ່ຜົນສຳເລັດຂອງວຽກງານດັ່ງກ່າວ.

ສຳລັບ ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 ນີ້ ໃນເບື້ອງຕົ້ນປະ ກອບມີ 3 ພາກໃຫຍ່, 4 ແຜນງານ ແລະ 14 ແຜນວຽກຈຸດສຸມໃຫຍ່ ທີ່ໄດ້ນໍາສະເໜີຜ່ານກອງປະຊຸມຄົບຄະນະ ຄຊກມດ ໃນເດືອນກໍລະກົດຜ່ານມາ, ເຊິ່ງບັນດາແຂວງ ກໍໄດ້ປະກອບຄຳຄິດເຫັນ ແລະ ໄດ້ປັບ ປຸງຄືນ ເພື່ອນຳໄປປຶກສາຫາລືກັບທ້ອງຖິ່ນ ໂດຍສະເພາະແມ່ນວຽກງານຈຸດສຸມ ແລະ ຕົວຊີ້ວັດ ການແກ້ໄຂຄວາມທຸກຍາກຂອງເດັກນ້ອຍໃນຫລາຍມິຕິ ຢູ່ ສປປ ລາວ ແລະ ໄດ້ເອົາເຂົ້າແຜນງານທີ 5 ຂອງງານດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 ນີ້. ໃນການລົງທຶນໃສ່ການພັດທະນາເດັກລາວບັນດາເຜົ່າ ທີ່ມີອາຍຸຕ່ຳກວ່າ 18 ປີ ຈໍານວນ 2 ລ້ານ 5 ແສນກວ່າຄົນຕາມຜົນສໍາຫລວດພົນ ລະເມືອງໃນປີ 2015 ໃນນັ້ນສະຖິຕິຂອງກະຊວງສຶກສາທິການ ແລະ ກິລາ ປີ 2020 ມີເດັກເຂົ້າຮຽນຈຳນວນ 2 ລ້ານ 3 ແສນກວ່າຄົນ, ຍິງ 1 ລ້ານ 1 ແສນກວ່າຄົນ, ເດັກກ່ອນໄວຮຽນ ມີ 701.249 ຄົນ, ຍິງ 340.000 ກວ່າຄົນ, ຊັ້ນປະຖົມ 714.250 ຄົນ, ຍິງ 348.146 ຄົນ, ຊັ້ນມັດທະຍົມຕົ້ນ  515.420 ຄົນ, ຍິງ 253.752 ຄົນ ແລະ ມັດທະຍົມຕອນປາຍ 375.379 ຄົນ, ຍິງ 185.435 ຄົນ.

ທ່ານ ນາງ ບັນດິດ ປະທຸມວັນ  ກ່າວຕື່ມວ່າ: ຜົນຂອງກອງປະຊຸມມື້ນີ້ ແມ່ນຈະເປັນພື້ນຖານ ໃນການປັບປຸງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ໃຫ້ກາຍເປັນສະບັບສົມບູນ ເພື່ອຈະໄດ້ນຳ ໄປສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງ ແລະ ປະກາດໃຊ້ໃນທ້າຍປີ 2020 ນີ້.

ຄຊກມດ) ຮ່ວມກັບອົງການອຸຍນີເຊັບ ຫາລືຮ່າງແຜນງານແຫ່ງຊາດ  ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025) - 5 - ຄຊກມດ) ຮ່ວມກັບອົງການອຸຍນີເຊັບ ຫາລືຮ່າງແຜນງານແຫ່ງຊາດ  ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025)
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!