ນິວຊີແລນພົບຜູ້ເສຍຊີວິດຈາກໂຄວິດ ຄົນທຳອິດໃນຮອບ 3 ເດືອນ

ນິວຊີແລນລາຍງານພົບຜູ້ເສຍຊີວິດຈາກໂຄວິດ-19 ຄົນທຳອິດໃນຮອບ 3 ເດືອນໃນວັນທີ 5 ກັນຍານີ້ ເຮັດໃຫ້ຕົວເລກຜູ້ເສຍຊີວິດໃນປະເທດລວມມີ 23 ຄົນ.
ກະຊວງສາທາລະນະສຸກຂອງນິວຊີແລນເປີດເຜີຍວ່າ: ຜູ້ເສຍຊີວິດເປັນຜູ້ຊາຍອາຍຸ 50 ປີ ມີການເຊື່ອມໂຍງກັບຜູ້ຕິດເຊື້ອທີ່ຕິດເຊື້ອແບບກຸ່ມກ້ອນໃນໂອກແລນ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງປະເທດ ໂດຍລາວເສຍຊີວິດຢູ່ໂຮງໝໍໃນໂອກແລນ.
ນອກຈາກນີ້ ທາງກະຊວງຍັງໄດ້ລາຍງານຜູ້ຕິດເຊື້ອໃໝ່ 5 ຄົນໃນວັນທີ 5 ກັນຍາ ເຮັດໃຫ້ຈຳນວນຜູ້ຕິດເຊື້ອໃນປະເທດມີທັງໝົດ 112 ຄົນ ເຊິ່ງ 6 ຄົນກຳລັງປິ່ນປົວຢູ່ໂຮງໝໍ.
ໃນບັນດາຜູ້ຕິດເຊື້ອໃໝ່ 5 ຄົນນີ້ 3 ຄົນມີການເຊື່ອມໂຍງກັບການຕິດເຊື້ອແບບກຸ່ມກ້ອນໃນໂອກແລນເມື່ອເດືອນສິງຫາ, ຂະນະທີ່ອີກ 2 ຄົນເປັນຜູ້ຕິດເຊື້ອຈາກຕ່າງປະເທດ.
ນາຍົກລັດຖະມົນຕີ ເຈຊິນດາ ອາເດິນ ກ່າວວ່າ: ການຕິດເຊື້ອໃນໂອກແລນຍັງຄວບຄຸມໄດ້ ແລະ ຍັງບໍ່ຈຳເປັນຕ້ອງກັບມາໃຊ້ມາດຕະການລັອກດາວທີ່ເຂັ້ມງວດຄືກ່ອນໜ້ານີ້. ເຖິງຢ່າງໃດກໍດີ, ຂໍ້ຈຳກັດຕ່າງໆທີ່ມີຜົນບັງຄັບໃຊ້ໃນປັດຈຸບັນຈະຍັງດຳເນີນຕໍ່ໄປຈົນຮອດກາງເດືອນກັນຍາ.
ກ່ອນໜ້ານີ້ ນິວຊີແລນ ແລະ ທ່ານ ນາງ ອາເດິນ ໄດ້ຮັບຄຳຍ້ອງຍໍເປັນວົງກວ້າງສຳລັບຜົນສຳເລັດໃນການຄວບຄຸມໄວຣັສ. ເຖິງຢ່າງໃດກໍຕາມ, ຫລັງຈາກທີ່ບໍ່ມີລາຍງານຜູ້ຕິດເຊື້ອພາຍໃນປະເທດມາຄົບ 102 ວັນ ນິວຊີແລນ ພັດມາພົບຜູ້ຕິດເຊື້ອພາຍໃນປະເທດ 4 ຄົນໃນໂອກແລນໃນເດືອນຜ່ານມາ ທັງທີ່ປະເທດຍັງປິດຊາຍແດນບໍ່ຮັບຄົນຕ່າງປະເທດນັບແຕ່ເດືອນມີນາ. ຂະນະທີ່ຊາວນິວຊີແລນທີ່ເດີນທາງກັບມາຈາກຕ່າງປະເທດຕ້ອງຖືກກັກຕົວເປັນເວລາ 14 ວັນ ໂດຍຕົ້ນຕໍຂອງການຕິດເຊື້ອຮອບສອງໃນປະເທດຍັງເປັນປິດສະໜາ.