ຜູ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ

ຜູ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ - FT 19 - ຜູ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ
ຜູ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ - kitchen vibe - ຜູ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ

ວັນທີ 9 ເດືອນ 9 ປີ 1948 ແມ່ນວັນສະຖາປະນາ ສປປ ເກົາຫລີ, ເຊິ່ງເປັນປະເທດທີ່ ປົກຄອງດ້ວຍລະບອບ ປະຊາທິປະໄຕ ປະຊາຊົນ ປະເທດທໍາອິດ ໃນຊີກໂລກຕາເວັນອອກ.

ປີນີ້, ປະຊາຊົນ ສປປ ເກົາຫລີ ຈະສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 72 ປີ ຢ່າງມີຄວາມໝາຍສໍາຄັນ.

ຜູ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ - Visit Laos Visit SALANA BOUTIQUE HOTEL - ຜູ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ

ປະຊາຊົນເກົາຫລີ ຖືວ່າ ປະທານ ກິມ ອິນ ຊຸງ ແມ່ນລັດຖະບຸລຸດຜູ້ຍິ່ງໃຫຍ່ ແລະ ເປັນປະທານປະ ເທດ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕະຫລອດການ.

ນັບແຕ່ການສະຖາປະນາ ສປປ ເກົາຫລີ, ທ່ານ ກິມ ອິນ ຊຸງ ໄດ້ນຳພາປະເທດຊາດ ແລະ ປະຊາ ຊົນເກົາຫລີ ເປັນເວລາເກືອບເຄິ່ງສະຕະວັດ. ພາຍໃຕ້ການນຳພາຂອງທ່ານ, ສປປ ເກົາຫລີ ພາຍຫລັງສ້າງ ຕັ້ງຂຶ້ນບໍ່ໄດ້ຮອດສອງປີ ກໍໄດ້ປະເຊີນໜ້າກັບສົງຄາມຕ້ານການຮຸກຮານ ຂອງຈັກກະພັດ​ຕ່າງ​ດ້າວທີ່ເຂັ້ມແຂງ ທີ່ສຸດໃນໂລກ ໃນສົງຄາມເກົາຫລີ (1950-1953) ແລະ ສາມາດພິທັກປົກປ້ອງອຳນາດອະທິປະໄຕ ແລະ ກຽດສັກສີຂອງປະເທດຊາດໄວ້ໄດ້ຢ່າງສົມກຽດ. ການປະຕິວັດສັງຄົມນິຍົມ ແລະ ການກໍ່ສ້າງປະເທດຊາດຄືນ ໃໝ່ບົນຊາກສະຫລັກຫັກພັງພາຍຫລັງສົງຄາມ ໄດ້ສຳເລັດໃນໄລຍະເວລາອັນສັ້ນ ແລະ ການກໍ່ສ້າງສັງຄົມນິ ຍົມໃນແຕ່ລະບາດກ້າວ ກໍໄດ້ຮັບການຈັດຕັ້ງປະຕິບັດ ຢ່າງສຳເລັດຜົນ.

ທ່ານໄດ້ຫັນປ່ຽນ ສປປ ເກົາຫລີ ໃຫ້ກາຍເປັນພະລັງອຳນາດສັງຄົມນິຍົມ ທີ່ບໍ່ມີສັດຕູໃດສາມາດເອົາຊະນະໄດ້ ຍ້ອນວ່າມີຮາກຖານທາງການເມືອງ, ເສດຖະກິດ ແລະ ການທະຫານທີ່ເຂັ້ມແຂງ. ແນວຄິດຈຸດເຊແມ່ນແນວຄິດແຫ່ງການນຳພາ ສປປ ເກົາຫລີ, ທ່ານໄດ້ຮັບປະກັນຄວາມເປັນເອກະພາບທາງດ້ານ ການ ເມືອງແນວຄິດ ແລະ ການຍຶດໝັ້ນໃນສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແມ່ນຄວາມແຂງແກ່ນ, ບົນພື້ນຖານແນວຄິດດັ່ງກ່າວ ມັນໄດ້ວາງຮາກຖານທາງການເມືອງ ແລະ ສັງຄົມ ທີ່ເປັນເອກະພາບຢູ່ອ້ອມຂ້າງພັກແຮງງານເກົາຫລີ ແລະ ລັດຖະບານ ແຫ່ງ ສປປ ເກົາຫລີ. ທ່ານໄດ້ອຸທິດທຸກສະຕິປັນຍາເຫື່ອແຮງ ແລະ ກຳລັງ ເພື່ອວາງນະໂຍບາຍຂອງພັກ ແລະ ລັດ ເຊັ່ນວ່າ: ການປິ່ນປົວພະຍາດໂດຍບໍ່ເສຍຄ່າ, ການສຶກສາບໍ່ເສຍຄ່າໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນເພື່ອປະໂຫຍດຂອງປະຊາຊົນ. ນີ້ແມ່ນໝາກຜົນແຫ່ງຄວາມເປັນປຶກແຜ່ນທີ່ໝັ້ນຄົງ ລະຫວ່າງການນຳຂອງພັກ ແລະ ປະຊາຊົນທີ່ເປັນຈິດໜຶ່ງໃຈດຽວກັນສ້າງໃຫ້ທົ່ວທັງສັງຄົມ ມີພະລັງອຳນາດເໜືອກວ່າລະເບີດປະລະມານູ. ບົນເສັ້ນທາງເດີນໄປສູ່ຈຸດໝາຍປາຍ ທາງຂອງປະເທດຊາດ ທ່ານໄດ້ເອົາໃຈໃສ່ເພີ່ມທະວີຄວາມອາດສາມາດ ໃນການປົກປັກຮັກສາປະເທດຊາດ, ທ່ານໄດ້ທຸ່ມເທຄວາມພະຍາຍາມອັນໃຫຍ່ຫລວງ ເພື່ອການກໍ່ສ້າງກອງທັບ ແລະ ອຸດສາຫະກຳປ້ອງກັນຊາດ.

ປັດຈຸບັນນີ້, ກອງທັບປະຊາຊົນເກົາຫລີ ມີຄວາມກຽມພ້ອມຢ່າງຄົບຖ້ວນທັງທາງດ້ານການເມືອງ, ການທະຫານ, ເຕັກນິກ ແລະ ການປະກອບອາວຸດຍຸດໂທປະກອນ ເພື່ອຕ້ານກັບການຮຸກຮານຂອງອິດທິກຳລັງປໍລະປັກ. ອັນນີ້ແມ່ນໝາກຜົນແຫ່ງຄວາມພະຍາຍາມ ອັນບໍ່ຮູ້ອິດເມື່ອຍຂອງທ່ານ ໃນການນຳພາກໍ່ສ້າງຄວາມສາມາດຂອງກຳລັງປ້ອງກັນຊາດ ບົນພື້ນຖານແຫ່ງການໝູນໃຊ້ນະໂຍບາຍເຊີນກຸນ ເຂົ້າໃນການນຳພາການປະຕິວັດ. ທ່ານໄດ້ນຳພາສ້າງ ສປປ ເກົາຫລີ ໃຫ້ມີຄວາມອຸດົມຮັ່ງມີທາງເສດຖະກິດ, ມີຄວາມເຂັ້ມແຂງທາງດ້ານການປ້ອງກັນຊາດ, ຍຶດໝັ້ນໃນແນວທາງເປັນເອກະລາດທາງການເມືອງ, ສາມາດເພິ່ງຕົນເອງໃນການປ້ອງກັນຊາດ, ຮັບປະກັນທາງດ້ານວັດຖຸ ແລະ ເຕັກໂນໂລຊີ ເພື່ອການສ້າງສາປະເທດຊາດກ້າວໄປສູ່ຄວາມວັດທະນາຖາວອນ.

ທ່ານໄດ້ເຊີດຊູແນວຄິດຈຸດເຊ ແລະ ແນວຄິດເຊິນກຸນ ເປັນອຸດົມຄະຕິແຫ່ງການນຳພາພາຍໃນເກົາຫລີ ແລະ ເປັນອຸດົມຄະຕິແຫ່ງການນຳພາອັນຍິ່ງໃຫຍ່ແຫ່ງສັງກາດໃໝ່ ທີ່ເປັນເອກະລາດຢ່າງແທ້ຈິງ. ຍ້ອນການນຳພາອັນປີຊາສາມາດ ແລະ ສະຫລາດສ່ອງໃສຂອງທ່ານ ທີ່ໄດ້ນຳເອົາແນວຄິດທິດສະດີ ອັນມີພະລັງແຮງມະຫາສານ ມາຈາກຊຸມປີທຳອິດແຫ່ງການເຄື່ອນໄຫວ ເຊິ່ງໄດ້ພັດທະນາແນວຄິດປະຕິວັດຂອງ ປະທານ ກິມ ອິນ ຊຸງ ຜູ້ໃຫ້ກຳເນີດສັງຄົມນິຍົມເກົາຫລີ ກາຍເປັນລະບົບຄົບຊຸດທັງພາກທິດສະດີ ແລະ ພາກປະຕິ ບັດຕົວຈິງ. ດ້ວຍການພັດທະນາ ແລະ ເສີມຂະຫຍາຍແນວຄິດ ທີ່ໃຫ້ບູລິມະສິດແກ່ກຳລັງປ້ອງກັນປະເທດ, ແນວຄິດທີ່ຖືເອົາ ກິດຈະການຂອງກອງທັບເປັນໃຈກາງ ໄດ້ຮັບການຂັບເຄື່ອນ ໂດຍສະຫາຍ ກິມ ເຈິງ ອິນ ເພື່ອຕອບສະໜອງຄວາມຕ້ອງການທີ່ຈຳເປັນໃນໄລຍະໃໝ່. ທ່ານໄດ້ວາງແນວຄິດເຊິນກຸນອອກ ແລະ ໄດ້ເຊີດຊູແນວຄິດດັ່ງກ່າວ ໃຫ້ເປັນອາວຸດອັນແຫລມຄົມ ໃນການພິທັກປົກປ້ອງເອກະລາດແຫ່ງຊາດ. ແນວຄິດຈຸດເຊ ແລະ ແນວຄິດເຊິນກຸນ ໄດ້ກາຍເປັນອຸດົມຄະຕິແຫ່ງການນຳພາໃນສັງກາດແຫ່ງຄວາມເປັນເອກະລາດ ແລະ ເປັນລັດທິ ກິມ ອິນ ຊຸງ-ລັດທິ​ ກິມ ເຈິງ ອິນ ທີ່ເປັນອຳມະຕະ. ຄວາມອຸດົມສົມບູນທາງແນວຄິດ ແລະ ທິດສະດີ ແມ່ນມູນມໍລະດົກອັນລ້ຳຄ່າທີ່ສຸດ ທີ່ທ່ານໄດ້ສ້າງໄວ້ໃຫ້ແກ່ປະຊາຊົນເກົາຫລີ ແລະ ມວນມະນຸດຜູ້ກ້າວໜ້າ.

ທ່ານ ກິມ​ ເຈິງ​ ອິນ ໄດ້ພັດທະນາພັກແຮງງານເກົາຫລີ ໃຫ້ເປັນກຳລັງທີ່ຊະນະເລີດ ສ້າງໃຫ້ ສປປ ເກົາຫລີ ເປັນປະເທດສັງຄົມນິຍົມທີ່ມີພະລັງອຳນາດ ແລະ ສ້າງກອງທັບປະຊາຊົນເກົາຫລີໃຫ້ເປັນກຳລັງປ້ອງກັນປະເທດທີ່ເຂັ້ມແຂງບໍ່ມີສັດຕູໃດກ້າມາຮາວີໄດ້. 50 ປີ ແຫ່ງການນຳພາພັກແຮງງານເກົາຫລີ ຂອງທ່ານ ແມ່ນໄລຍະທີ່ທ່ານໄດ້ສ້າງຕົວແບບແຫ່ງການກໍ່ສ້າງ ພັກກຳອຳນາດທີ່ຍຶດໝັ້ນໃນແນວທາງສັງຄົມນິຍົມ. ຍ້ອນບຸນຄຸນແຫ່ງການນຳພາທີ່ປີຊາສາມາດຂອງທ່ານ ພັກແຮງງານເກົາຫລີ ໄດ້ພັດທະນາໃຫ້ເປັນພັກທີ່ຕິດອາວຸດທາງແນວຄິດ ແລະ ອຸດົມການ, ເປັນພັກທີ່ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການ ຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮັບຜິດຊອບໃນການນຳພາປະເທດຊາດໄປສູ່ຈຸດໝາຍທີ່ປະຊາຊົນ ໄດ້ເລືອກເອົາແລ້ວ.

ໃນທ້າຍສະຕະວັດທີ່ຜ່ານມາ, ສປປ ເກົາຫລີ ໄດ້ປະເຊີນໜ້າກັບສະພາບການທີ່ບໍ່ເພີງປາຖະໜາ ເມື່ອລະບົບສັງຄົມນິຍົມໃນຫລາຍປະເທດຖືກລົ້ມສະຫລາຍ ເຊິ່ງເຮັດໃຫ້ພວກຈັກກະພັດ ແລະ ອິດທິກຳລັງປໍລະປັກຄຸຍໂວໂອ້ອວດນັ້ນ, ທ່ານໄດ້ນຳພາຈັດຕັ້ງປະຕິບັດນະໂຍບາຍເຊິນກຸນ ຢ່າງມີຜົນສຳເລັດຮອບດ້ານ, ເຮັດໃຫ້ ສປປ ເກົາຫລີ ເປັນແວ່ນແຍງອັນໃສແຈ້ງ ໃຫ້ປະເທດເພື່ອນມິດໄດ້ຮ່ຳຮຽນນຳ. ກຳລັງປະກອບອາວຸດປະຊາຊົນເກົາຫລີ ໄດ້ພັດທະນາຂີດຄວາມສາມາດໃນການເປັນເສົາຄ້ຳໃຫ້ແກ່ປະເທດຊາດ. ພາຍໃຕ້ການນຳ ພາຂອງ ທ່ານ ກິມ​ ເຈິງ​ ອິນ, ສປປ ເກົາຫລີ ໄດ້ມີຄວາມເຂັ້ມແຂງທາງດ້ານປ້ອງກັນປະເທດ, ມີຄວາມສາມາດສູງສົ່ງ, ມີຄວາມພ້ອມໃນລະດັບສູງຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.ຍ້ອນ​ມີ​ ສະ​ຫາຍ​​ ກິມ ​ເຈິງ​ ອຸນ, ຜູ້ສືບ​ທອດ​ທີ່​ຍິ່ງ​ໃຫຍ່​ຂອງ​ພາ​ລະ​ກິດ​​ປະ​ຕິ​ວັດ, ມູນມໍລະດົກອັນລ້ຳຄ່າທີ່ສຸດ ຂອງ​ ສະ​ຫາຍ ກິມ ອິນ ຊຸງ ແລະ ສະຫາຍ ​ກິມ​ ເຈິງ​ ອິນ ຈະ​ໄດ້​ຮັບ​ການ​ສືບ​ທອດ​ ແລະ​ ​ເພີ່ມ​​ພູນ​ຄຸນ​ສ້າງ​ຕະ​ຫລອດ​ໄປ. ໂດຍສະຫາຍ ກິມ ເຈິງ ອຸນ, ປະທານພັກແຮງງານເກົາຫລີ, ປະທານຄະນະກຳມະທິການກິດຈະການແຫ່ງລັດ ສປປ ເກົາຫລີ, ປັດຈຸບັນນີ້, ປະເທດພວກເຮົາໄດ້ກາຍເປັນປະເທດທີ່ບໍ່ມີສັດຕູໃດສາ ມາດເອົາຊະນະ ແລະ ບໍ່ມີຈັກກະພັດໃດສາມາດຮຸກຮານ.

ມາຮອດປັດຈຸບັນ, ພາຍໃຕ້ການຊີ້ນຳນຳພາອັນສະຫລາດສ່ອງໃສ ຂອງສະຫາຍ ກິມ ເຈິງ ອຸນ, ປະ ທານພັກແຮງງານເກົາຫລີ, ປະທານຄະນະກຳມະທິການກິດຈະການແຫ່ງລັດ ສປປ ເກົາຫລີ, ປະຊາຊົນທຸກຖ້ວນໜ້າຂອງ ສປປ ເກົາຫລີ ໄດ້ເຊື່ອໝັ້ນຕໍ່ໄຊຊະນະ ແລະ ບຸກບືນຕໍ່ສູ້ເຂົ້າໃນການບັນລຸພາລະກິດສ້າງສາປະເທດສັງຄົມນິຍົມໃຫ້ຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງ.

ເນື່ອງ​ໃນ​ໂອ​ກາດສະເຫລີມສະຫລອງວັນຄົບຮອບ 72 ປີ ແຫ່ງການສະຖາປະນາ ສປປ ເກົາຫລີ, ພວກເຮົາຊາວເກົາຫລີ ຂໍສະແດງຄວາມເຄົາລົບຢ່າງສູງຕໍ່ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ​ກິມເຈິງ ອິນ, ຜູ້ນຳທີ່ຍິ່ງໃຫ່ຍ ທີ່ໄດ້ສ້າງສາປະເທດພວກເຮົາໃຫ້ເປັນປະເທດສັງຄົມນິຍົມ ທີ່ບໍ່ມີສັດຕູໃດມ້າງເພໄດ້.

ຜູ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ - 5 - ຜູ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!