ອຸຍນີເຊບຊ່ວຍເຫລືອວຽກງານສຸຂະພາບແມ່ ແລະ ເດັກຢູ່ລາວ

- kitchen vibe - ອຸຍນີເຊບຊ່ວຍເຫລືອວຽກງານສຸຂະພາບແມ່ ແລະ ເດັກຢູ່ລາວ

- Unicef 300x200 - ອຸຍນີເຊບຊ່ວຍເຫລືອວຽກງານສຸຂະພາບແມ່ ແລະ ເດັກຢູ່ລາວ
  ພິທີລົງນາມການຊ່ວຍເຫລືອວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກຢູ່ລາວປະຈຳປີ 2017-2018 ໃນມູນຄ່າ 7,2 ລ້ານໂດລາສະຫະລັດລະຫວ່າງ ທ່ານນາງ ຫົງເວ ກາວ ຜູ້ຕາງໜ້າອົງການອຸຍນິເຊບປະຈຳລາວ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະສຸກ ໄດ້ມີຂຶ້ນໃນທ້າຍອາທິດຜ່ານມານີ້ ເພື່ອຮັບປະກັນການບໍລິການເຊື່ອມສານຂອງວຽກງານສຸຂະພາບແມ່ ແລະ ເດັກ, ການສັກຢາກັນພະຍາດ ແລະ ການບໍລິການດ້ານໂພຊະນາການ ໃຫ້ແກ່ປະຊາຊົນທີ່ມີຄວາມສ່ຽງສູງ ແລະ ຜູ້ທຸກຍາກຂາດເຂີນໃນຊຸມຊົນ ແລະ ສຸກສາລາເປົ້າໝາຍ, ຮັບປະກັນໄດ້ໃນການຮັກສາ ແລະ ການປິ່ນປົວການເຈັບເປັນຂອງເດັກ, ທັງໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ຜູ້ຕາງໜ້າອົງການອຸຍນີເຊບປະຈໍາລາວ ກ່າວວ່າ: ການຈັດຕັ້ງປະຕິບັດກິດຈະກຳຕ່າງໆກ່ຽວກັບວຽກງານສົ່ງເສີມສຸຂະພາບແມ່, ເດັກເກີດໃໝ່ ແລະ ເດັກນ້ອຍໃນລາວເຫັນວ່າໄດ້ຮັບການປັບປຸງຢ່າງແຂງແຮງ ແລະ ມີໝາກຜົນເປັນກ້າວໆ ແລະ ເຊື້ອໝັ້ນວ່າການຊ່ວຍເຫລືອຂອງອົງການອຸຍນີເຊບຈະປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍຶນຍົງຂອງລາວໃນປີ 2030.

- Visit Laos Visit SALANA BOUTIQUE HOTEL - ອຸຍນີເຊບຊ່ວຍເຫລືອວຽກງານສຸຂະພາບແມ່ ແລະ ເດັກຢູ່ລາວ
- 5 - ອຸຍນີເຊບຊ່ວຍເຫລືອວຽກງານສຸຂະພາບແມ່ ແລະ ເດັກຢູ່ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!