ສະຫະລັດຕັດສິນໃຈບໍ່ສົ່ງໜີ້ ໃຫ້ກັບ ອົງການອະນາໄມໂລກ( WHO )

ສະຫະລັດຕັດສິນໃຈບໍ່ສົ່ງໜີ້ ໃຫ້ກັບ ອົງການອະນາໄມໂລກ( who ) - kitchen vibe - ສະຫະລັດຕັດສິນໃຈບໍ່ສົ່ງໜີ້ ໃຫ້ກັບ ອົງການອະນາໄມໂລກ( WHO )

ລັດຖະບານ ຂອງປະທານາທິບໍດີ ສະຫະລັດ ປະກາດວ່າ ຈະບໍ່ສົ່ງໜີ້ພັນທະທີ່ຍັງຄ້າງຄາບໍ່ທັນສົ່ງໃຫ້ກັບອົງການອະນາໄມໂລກໃນປີ 2020ຈຳນວນ 62 ລ້ານໂດລາ, ພາຍຫຼັງປະທານາທິບໍດີ ດໍນັລທຣຳ ໄດ້ປະກາດຖອນຕົວອອກຈາກອົງການດັ່ງກ່າວ ໃນເດືອນກໍລະກົດ 2020.

ຂ່າວຈາກ AP ໃຫ້ຮູ້ວ່າ: ທ່າທີດັ່ງກ່າວແມ່ນໜຶ່ງໃນເຈດຕະນາລົມຂອງ ທຣຳ ພາຍຫຼັງຕັດສາຍພົວພັນກັບ WHO, ໂດຍກ່າວຫາວ່າ ອົງການອະນາໄມໂລກເຂົ້າຂ້າງ ຫຼື ອ່ຽງໄປທາງຈີນ ແລະ ມີຄວາມຜິດພາດໃນການຕ້ານກັບການລະບາດຂອງພະຍາດໂຄວິດ-19.

ສະຫະລັດຕັດສິນໃຈບໍ່ສົ່ງໜີ້ ໃຫ້ກັບ ອົງການອະນາໄມໂລກ( who ) - Visit Laos Visit SALANA BOUTIQUE HOTEL - ສະຫະລັດຕັດສິນໃຈບໍ່ສົ່ງໜີ້ ໃຫ້ກັບ ອົງການອະນາໄມໂລກ( WHO )

ທ່ານ ທຣຳ ໄດ້ຊີ້ນຳໃຫ້ລັດຖະບານຂອງສະຫະລັດຕັດການຊ່ວຍເຫຼືອ ແລະ ບໍ່ໃຫ້ການຮ່ວມມືກັບ WHO ແລະ ພ້ອມທັງດຳເນີນທຳນຽມ ແລະ ລະບຽບການຕ່າງໆຖອນຕົວອອກໃຫ້ສຳເລັດພາຍໃນເດືອນກໍລະກົດ 2021. ນັບແຕ່ມື້ທີ່ໄດ້ປະກາດຖອນຕົວອອກຈາກ WHO ເປັນຕົ້ນມາ ສະຫະລັດໄດ້ສົ່ງເງິນເຂົ້າກອງທຶນຂອງອົງການອະນາໄລໂລກຫຼາຍກ່ວາ 50 ລ້ານໂດລາ ໃນຈຳນວນທັງໝົດ 120 ລ້ານໂດລາເງິນພັນທະໃນປີ 2020.

ເຖິງແມ່ນການດຳເນີນການຂັ້ນຕອນຖອນຕົວອອກຈາກ WHO ບໍ່ທັນສຳເລັດກໍຕາມ ແຕ່ເຈົ້າໜ້າທີ່ຂອງສະຫະລັດຍັງຈະສືບຕໍ່ເຂົ້າຮ່ວມບາງກອງປະຊຸມ ແລະ ກອງປະຊຸມທາງເລືອກມອບເໝົາຄັ້ງດຽວໃຫ້ອົງການດັ່ງກ່າວຊຶ່ງລວມມີໂຄງການ: ລຶບລ້າງພະຍາດເປ້ຍຫຼ່ອຍໃນ Afghanistan, Pakistan, ໃຫ້ການຊ່ວຍເຫຼືອມະນຸດສະທຳໃນ Libya, Syria ແລະ ຄວາມພະຍາຍາມຕ້ານພະຍາດໄຂ້ຫວັດ.

ເຈົ້າໜ້າທີ່ບໍ່ໄດ້ເປີດເຜີຍຂໍ້ມູນການສຳລະ 62 ລ້ານໂດລາທີ່ຍັງຄ້າງຄານັ້ນກັບ WHO ນັ້ນແນວໃດ? ອີງຕາມກົດໝາຍຂອງສະຫະລັດ, ໜີ້ສິນທີ່ປະກອບສ່ວນ ຫຼື ພັນທະນັ້ນ ຕ້ອງໄດ້ຮັບການແກ້ໄຂກ່ອນທີ່ຈະຖອນຕົວອອກຈາກອົງການຕ່າງໆ ຂອງສາກົນ.

ຂ່າວ: ລູກເມືອງພວນ.

ສະຫະລັດຕັດສິນໃຈບໍ່ສົ່ງໜີ້ ໃຫ້ກັບ ອົງການອະນາໄມໂລກ( who ) - 5 - ສະຫະລັດຕັດສິນໃຈບໍ່ສົ່ງໜີ້ ໃຫ້ກັບ ອົງການອະນາໄມໂລກ( WHO )
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!