ນາຍົກລັດຖະມົນຕີ ສິງກະໂປ ຍ້ອມຮັບວ່າ ມີຂໍ້ຜິດພາດໃນການຕ້ານພະຍາດໂຄວິດ-19

ນາຍົກລັດຖະມົນຕີ ສິງກະໂປ ຍ້ອມຮັບວ່າ ມີຂໍ້ຜິດພາດໃນການຕ້ານພະຍາດໂຄວິດ-19 - Time fo an Adventure 2020 09 03T114111 - ນາຍົກລັດຖະມົນຕີ ສິງກະໂປ ຍ້ອມຮັບວ່າ ມີຂໍ້ຜິດພາດໃນການຕ້ານພະຍາດໂຄວິດ-19
ນາຍົກລັດຖະມົນຕີ ສິງກະໂປ ຍ້ອມຮັບວ່າ ມີຂໍ້ຜິດພາດໃນການຕ້ານພະຍາດໂຄວິດ-19 - kitchen vibe - ນາຍົກລັດຖະມົນຕີ ສິງກະໂປ ຍ້ອມຮັບວ່າ ມີຂໍ້ຜິດພາດໃນການຕ້ານພະຍາດໂຄວິດ-19

ແຫຼ່ງຂ່າວຈາກ tuoitre, ວັນທີ 3 ກັນຍານີ້ ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີ ສິງກະໂປ ຍອມຮັບວ່າມີຂໍ້ຜິດພາດໃນການຕ້ານພະຍາດໃນໄລຍະຜ່ານມາ. ທ່ານກ່າວວ່າ: ບໍ່ມີລັດຖະບານໃດສົມບູນແບບທັງໝົດ. ນາຍົກລັດຖະມົນຕີ ຫຼີຊຽນຫຼຸງ ສິງກະໂປ ໃຫ້ຮູ້ວ່າ: ສິງກະໂປກຳລັງພະຍາຍາມເຮັດໃຫ້ດີທີ່ສຸດ ແຕ່ກໍຕ້ອງຖອດຖອນເພື່ອເປັນບົດຮຽນ. ທ່ານກ່າວເມື່ອວັນທີ 2 ກັນຍານີ້ວ່າ: ພວກເຮົາບໍ່ລໍຖ້າໄດ້ອີກແລ້ວ. ສິ່ງສຳຄັນແມ່ນຕ້ອງຕິດຕາມຢ່າງໃກສິດທຸກສິ່ງທຸກຢ່າງ, ຊອກຮູ້ຖອດຖອນບົດຮຽນ ແລະ ປັບຕົວໃຫ້ທ່ວງທັນກັບສະພາບການໃໝ່ທີ່ເກີດຂຶ້ນ ແລະ ປ່ຽນແປງໃໝ່

ທ່ານກ່າວຍອມຮັບວ່າມີຂໍ້ຜິດພາດໃນເບື້ອງຕົ້ນນັ້ນວ່າ: ຖ້າຫາກສາມາດເຮັດຄືນໄດ້, ຂ້າພະເຈົ້າຈະອອກຄຳສັ່ງໃຫ້ໃສ່ຜ້າອັດປາກ-ດັງແຕ່ຫົວທີ ແລະ ແຍກປ່ຽວຊາວສິງກະໂປທີ່ກັບມາແຕ່ຕ່າງປະເທດທຸກປະເທດ, ຊຶ່ງຜ່ານມາກັກຕົວແຕ່ຜູ້ກັບມາຈາກບາງປະເທດເທົ່ານັ້ນ ແລະ ທ່ານຍັງຍອມຮັບວ່າ ບໍ່ໄດ້ມີການກວດຫາເຊື້ອກັບທຸກຄົນທີ່ຖືກກັກຕົວກ່ອນທີ່ຈະໃຫ້ເຂົາເຈົ້າກັບສູ່ຄອບຄົວ. ທ່ານກ່າວວ່າ: “ບໍ່ສະແດງອາການບໍ່ໝາຍຄວາມວ່າບໍ່ຕິດເຊື້ອ. ໃນເມື່ອອົງການອະນາໄມໂລກເວົ້າວ່າ: ການຕິດເຊື້ອບໍ່ສະແດງອາການເປັນບັນຫາໃຫ່ຍ, ຈາກນັ້ນ ພວກເຮົາກໍໄດ້ມີການຫັນປ່ຽນນະໂຍບາຍຂອງຕົນ ແລະ ເບີກຈ່າຍຜ້າອັດປາກ-ດັງໃຫ້ທຸກຄົນ”.

ນາຍົກລັດຖະມົນຕີ ສິງກະໂປ ຍ້ອມຮັບວ່າ ມີຂໍ້ຜິດພາດໃນການຕ້ານພະຍາດໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ສິງກະໂປ ຍ້ອມຮັບວ່າ ມີຂໍ້ຜິດພາດໃນການຕ້ານພະຍາດໂຄວິດ-19

ເມື່ອວິເຄາະຄຳຖະແຫຼງການຂອງທ່ານ ຫຼີຊຽນຫຼຸງແລ້ວ, ສາດສະດາຈານ Jeremy Lim, ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ໃຫ້ຮູ້ວ່າ:  ທ່ານເອງຕີລາຄາສູງຕໍ່ຄວາມຖະໜອມຖອມຕົວ ແລະ ຄວາມສະຫຼາດຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼຸງ. ທ່ານກ່າວຢໍ້າວ່າ: “ທຸກຊາດອາດຈະມີຄວາມຜິດພາດໄດ້ ເພາະນີ້ມັນແມ່ນພະຍາດຊະນິດໃໝ່ທີ່ບໍ່ເຄີຍເຈີະມາກ່ອນ”.

ຂ່າວ: ລູກເມືອງພວນ.

ນາຍົກລັດຖະມົນຕີ ສິງກະໂປ ຍ້ອມຮັບວ່າ ມີຂໍ້ຜິດພາດໃນການຕ້ານພະຍາດໂຄວິດ-19 - 4 - ນາຍົກລັດຖະມົນຕີ ສິງກະໂປ ຍ້ອມຮັບວ່າ ມີຂໍ້ຜິດພາດໃນການຕ້ານພະຍາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!