ອາເມລິກາປະຕິເສດຮ່ວມໂຄງການ COVAX ພັດທະນາວັກຊີນໂຄວິດ-19 ກັບນາໆປະເທດ


ລັດຖະບານອາເມລິກາ ປະກາດຈະບໍ່ເຂົ້າຮ່ວມໂຄງການ COVAX (Covid-19 Vaccines Global Access Facility) ເຊິ່ງເປັນໂຄງການຮ່ວມມືນາໆປະເທດ ທີ່ນຳໂດຍອົງການອະນາໄມໂລກ (WHO) ເພື່ອພັດທະນາ, ຜະລິດ ແລະ ແຈກຢາຍວັກຊີນໂຄວິດ-19 ຢ່າງເທົ່າທຽມ ແລະ ຕອນນີ້ມີ 170 ກວ່າປະເທດທີ່ກຳລັງເຈລະຈາເພື່ອເຂົ້າຮ່ວມໂຄງການນີ້.
ທ່ານ ຈັດ ເດຍ ໂຄສົກທຳນຽບຂາວ ຖະແຫລງຢືນຢັນວ່າ: ອາເມລິກາ ຈະບໍ່ເຂົ້າຮ່ວມໂຄງການນີ້ ເນື່ອງຈາກບໍ່ຕ້ອງການເຮັດວຽກຮ່ວມກັບ WHO ເຊິ່ງປະທານາທິບໍດີ ໂດນັລ ທຣຳ ເຄີຍວິຈານທ່າທີຂອງ WHO ທີ່ຍຶດຈີນເປັນສູນກາງໃນການຮັບມືສະຖານະການການລະບາດຂອງໂຄວິດ-19, ແຕ່ຢືນຢັນວ່າ: ອາເມລິກາຈະຍັງຮ່ວມມືກັບປະເທດພັນທະມິດ.
ຜ່ານມາ, ທ່ານ ທຣຳ ໄດ້ສະແດງທ່າທີຕໍ່ຕ້ານ WHO ໂດຍກ່າວຫາວ່າຖືກລັດຖະບານຈີນຄວບຄຸມ, ພ້ອມທັງປະກາດຖອນຕົວ ແລະ ຕັດເງິນສະໜັບສະໜູນ ເຊິ່ງອາເມລິກາຖືເປັນປະເທດທີ່ສະໜັບສະໜູນເງິນທຶນແກ່ WHO ຫລາຍທີ່ສຸດ.
ຂະນະທີ່ຜູ້ຊ່ຽວຊານດ້ານສາທາລະນະສຸກ ເບິ່ງວ່າການຕັດສິນໃຈຂອງລັດຖະບານອາເມລິກາທີ່ບໍ່ເຂົ້າຮ່ວມໂຄງການ COVAX ໝາຍຄວາມວ່າ: ອາເມລິກາ ກຳລັງເດີມພັນຄວາມສ່ຽງກັບການພັດທະນາວັກຊີນຂອງຕົນເອງ ແລະ ສະໜັບສະໜູນໃຫ້ປະເທດອື່ນໆປະຕິບັດເຊັ່ນກັນ ເຊິ່ງນອກຈາກຈະເປັນການຕັດໂອກາດຂອງຕົນເອງໃນການໄດ້ວັກຊີນຈາກຜູ້ພັດທະນາປະເທດອື່ນໆແລ້ວ ຍັງອາດສົ່ງຜົນໃຫ້ລາຄາຂອງວັກຊີນແຕ່ລະໂດສເພີ່ມສູງຂຶ້ນ.
ສຳລັບຄວາມຫວັງໃນການພັດທະນາວັກຊີນໂຄວິດ-19 ຂອງອາເມລິກາ ຕອນນີ້ຢູ່ທີ່ໂຄງການ Operation Warp Speed ທີ່ລັດຖະບານ ທຣຳ ໃຫ້ຄວາມສຳຄັນ ແລະ ຕັ້ງເປົ້າການພັດທະນາ ແລະ ຜະລິດວັກຊີນຈຳນວນ 300 ລ້ານໂດສ ໃຫ້ໄດ້ໃນເດືອນມັງກອນປີໜ້າ ເຊິ່ງຫລ້າສຸດວັກຊີນຈາກບໍລິສັດ AstraZeneca ທີ່ໄດ້ຮັບເງິນສະໜັບສະໜູນຈາກໂຄງການນີ້ ກຳລັງຢູ່ລະຫວ່າງການທົດລອງຂັ້ນສຸດທ້າຍໃນອາເມລິກາ.