ເຮືອບັນທຸກຜູ້ໂດຍສານກວ່າ 150 ຄົນຂວ້ຳຢູ່ໂກລົມບີ

- kitchen vibe - ເຮືອບັນທຸກຜູ້ໂດຍສານກວ່າ 150 ຄົນຂວ້ຳຢູ່ໂກລົມບີ

- 0uhqgd07 - ເຮືອບັນທຸກຜູ້ໂດຍສານກວ່າ 150 ຄົນຂວ້ຳຢູ່ໂກລົມບີ

ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ 9 ຄົນ ຈາກ​ເຫດ​ເຮືອ​ໂດຍສານ​ຂວ້ຳ​ຢູ່​ທະ​ເລ​ສາບ​ເໜືອ​ເຂື່ອນ​ຂອງ​ເມືອງ​ກົວ​ຕາ​ເປ ​ໃນ​ວັນ​ທີ 25 ມິຖຸນາ ​ເຊິ່ງ​ເປັນ​ເມືອງ​ທ່ອງ​ທ່ຽວ​ຢູ່​ພູ​ແອນ​ດີ​ສທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ໂກ​ລົມ​ບີ.

- Visit Laos Visit SALANA BOUTIQUE HOTEL - ເຮືອບັນທຸກຜູ້ໂດຍສານກວ່າ 150 ຄົນຂວ້ຳຢູ່ໂກລົມບີ

- 96680532 e4f91d9a f658 4b8f b5a9 dc35ea40249d - ເຮືອບັນທຸກຜູ້ໂດຍສານກວ່າ 150 ຄົນຂວ້ຳຢູ່ໂກລົມບີ

​ ​ເຈົ້າໜ້າ​ທີ່​ຕຳຫລວດ​ເປີດ​ເຜີຍ​ວ່າ: ຍັງ​ມີ​ຜູ້​ສູນຫາຍ​ອີກ 28 ຄົນ ຫລັງ​ເຮືອ​ໂດຍສານ 4 ຊັ້ນທີ່​ບັນທຸກ​ຜູ້​ໂດຍສານ​ຫລາຍ​ກວ່າ 150 ຄົນ ​ເກີດ​ຈົມ​ລົງ​ຢ່າງ​ວ່ອງ​ໄວ​ໃນ​ຂະນະ​ໃກ້​ເຂົ້າຈອດ​ທຽບ​ທ່າ. ຜູ້​ເຫັນ​ເຫ​ດການ​ບອກ​ວ່າ: ​ເຮືອ​ຈົມ​ລົງ​ພາຍ​ໃນ​ເວລາ​ພຽງ 5 ນາທີ.

- f3zwl5k8 - ເຮືອບັນທຸກຜູ້ໂດຍສານກວ່າ 150 ຄົນຂວ້ຳຢູ່ໂກລົມບີ

​ເຮືອ​ທ່ອງ​ທ່ຽວ​ທີ່ຢູ່​ໃນ​ບໍລິ​ເວນ​ໃກ້​ຄຽງ​ຫລາຍ​ລຳ ​ໄດ້​ເຂົ້າຊ່ວຍ​ຜູ້​ໂດຍສານ​ຈຳນວນ​ໜຶ່ງ​ທີ່ຢູ່​ເທິງ​ດາດ​ຟ້າ​ເຮືອ ​ແລະ ​ໄດ້​ຊ່ວຍ​ນຳ​​ເອົາ​ຜູ້​ໂດຍສານ​ທີ່​ລອຍ​ຢູ່​ນ້ຳຂຶ້ນຈາກ​ນ້ຳ. ທາງ​ການ​ໄດ້​ສົ່ງ​ໜ່ວຍ​ກູ້​ໄພ​ພ້ອມ​ເຮ​ລິ​ກົບ​ແຕຂອງ​ກອງທັບ ​ແລະ ນັກ​ດຳນ້ຳ​ໄປ​ຈຸດ​ເກີດ​ເຫດ​ແລ້ວ ​ແລະ ມີ​ການ​ນຳ​ເອົາ​ຜູ້​ໄດ້​ຮັບ​ບາດ​ເຈັບ​ກວ່າ 20 ຄົນ​ສົ່ງ​ໂຮງໝໍ.

- vscmue05 - ເຮືອບັນທຸກຜູ້ໂດຍສານກວ່າ 150 ຄົນຂວ້ຳຢູ່ໂກລົມບີ

 

​ເຈົ້າໜ້າ​ທີ່​ໜ່ວຍ​ກູ້​ໄພ​ບອກ​ກັບ​ສຳນັກ​ຂ່າວ AFP ວ່າ: ​ເຫດການ​ທີ່​ເກີດ​ຂຶ້ນອ່າວ​ຮ້າຍ​ແຮງ, ​ແຕ່​ຍັງ​ບໍ່​ຮູ້​ເຖິງ​ສາ​ເຫດ​ທີ່​ເຮືອ​ຈົມ​ລົງ​ວ່າ​ເນື່ອງ​ມາ​ຈາກ​ເຄື່ອງ​ຈັກ​ຂັດຂ້ອງ, ບັນທຸກ​ນ້ຳໜັກ​ເກີນ ຫລື ມາ​ຈາກ​ກະ​ແສນ້ຳວົນ.

- ue3pt27v - ເຮືອບັນທຸກຜູ້ໂດຍສານກວ່າ 150 ຄົນຂວ້ຳຢູ່ໂກລົມບີ

ທັງ​ນີ້, ​ເມືອງ​ກົວ​ຕາ​ເປ​ຢູ່​ຫ່າງ​ຈາກ​ເມືອງ​ເມ​ເດ​ລິນ ​ເມືອງ​ເອກ​ຂອງ​ລັດ​ອັນ​ຕິ​ໂອ​ເກ​ຍ​ໄປ​ທາງ​ຕາ​ເວັນ​ອອກ​ປະມານ 40 ກິ​ໂລ​ແມັດ ​ເປັນ​ເມືອງ​ທ່ອງ​ທ່ຽວ​ສຳຄັນ ​ໂດຍ​ມີ​ທະ​ເລ​ສາບ​ເໜືອ​ເຂື່ອນ​ແຫ່ງ​ດັ່ງກ່າວ​ເປັນ​ຈຸດ​ສູນ​ກາງ​ກິລາ​ທາງນ້ຳຍອດ​ນິຍົມ ​ແລະ ກິດຈະກຳ​ພັກຜ່ອນ​ອື່ນໆ ​ເຊິ່ງມີ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ເປັນ​ຈຳນວນ​ຫລາຍ.

- 3 - ເຮືອບັນທຸກຜູ້ໂດຍສານກວ່າ 150 ຄົນຂວ້ຳຢູ່ໂກລົມບີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!