ອິນໂດເນເຊຍແຫ່ໂລງສົບອ້ອມເມືອງ ເຕືອນສະຕິຢ່າປະໝາດໂຄວິດ-19

ອິນໂດເນເຊຍແຫ່ໂລງສົບອ້ອມເມືອງ ເຕືອນສະຕິຢ່າປະໝາດໂຄວິດ-19 -                                - ອິນໂດເນເຊຍແຫ່ໂລງສົບອ້ອມເມືອງ ເຕືອນສະຕິຢ່າປະໝາດໂຄວິດ-19
ອິນໂດເນເຊຍແຫ່ໂລງສົບອ້ອມເມືອງ ເຕືອນສະຕິຢ່າປະໝາດໂຄວິດ-19 - kitchen vibe - ອິນໂດເນເຊຍແຫ່ໂລງສົບອ້ອມເມືອງ ເຕືອນສະຕິຢ່າປະໝາດໂຄວິດ-19

ອິນ​ໂດ​ເນ​ເຊຍຈັດ​ຂະ​ບວນ​ແຫ່​ໂລງ​ສົບ​ໄປ​ອ້ອມ​ເມືອງ ​ເພື່ອ​ກະ​ຕຸ້ນ​ເຕືອນ​ປະຊາຊົນ​ຢ່າ​ປະໝາດ ​ໃຫ້​ຍັງ​ຄົງ​ເຝົ້າລະວັງ​ພະຍາດ​ໂຄ​ວິດ-19 ຕໍ່​ໄປ.

ທາງ​ການ​ອິນ​ໂດ​ເນ​ເຊຍ​ຫາ​ແນວທາງ​ປຸກລະດົມ​ກະ​ຕຸ້ນ​ປະຊາຊົນ​ເຝົ້າລະວັງ​ໂຄ​ວິດ-19 ຢ່າງ​ຕໍ່​ເນື່ອງ ຈາກ​ທີ່​ເຄີຍ​ມີ​ການ​ຕັ້ງ​ໂລງ​ສົບ​ໄວ້​ຕາມ​ຈຸດ​ໄຟ​ສັນຍານ​ຈະລາ​ຈອນ, ຫລ້າ​ສຸດ​ຈັດ​ຂະ​ບວນ​ແຫ່​ໂລງ​ສົບ​ໄປ​ອ້ອມ​ນະຄອນຫລວງ​ຈາ​ກາ​ຕາ ພ້ອມ​ເຈົ້າໜ້າ​ທີ່​ໃສ່​ຊຸດ​ປ້ອງ​ກັນ​ເຕັມທີ່ ​​ແຫ່​ຂະ​ບວນ​ໄປ​ຕາມ​ເຂດ​ໃຈກາງ​ເມືອງ ​ເພື່ອ​ເນັ້ນ​ເຕືອນ​ປະຊາຊົນ​ໃຫ້​ຍັງ​ຄົງ​ເຝົ້າລະວັງ​ໂຄ​ວິດ-19 ຕໍ່​ໄປ ​ເພາະ​ສະຖານະ​ການ​ການລະບາດ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຍັງ​ໜ້າ​ເປັນ​ຫ່ວງ.

ອິນໂດເນເຊຍແຫ່ໂລງສົບອ້ອມເມືອງ ເຕືອນສະຕິຢ່າປະໝາດໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍແຫ່ໂລງສົບອ້ອມເມືອງ ເຕືອນສະຕິຢ່າປະໝາດໂຄວິດ-19

​ໂດຍ​ປັດຈຸບັນ ອິນ​ໂດ​ເນ​ເຊຍ​ມີ​ຜູ້​ຕິດ​ເຊື້ອຫລາຍ​ກວ່າ 177.000 ຄົນ, ​ເສຍ​ຊີວິດ 7.505 ຄົນ ຖື​ເປັນອັນ​ດັບ​ສອງ​ຂອງ​ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເປັນ​ຮອງ​ພຽງ​ແຕ່​ປະ​ເທດ​ຟີ​ລິບ​ປິນ​ເທົ່າ​ນັ້ນ ​ເຖິງ​ວ່າ​ຈະ​ມີ​ການ​ປັບ​ໄໝ​ປະຊາຊົນ​ທີ່​ບໍ່​ໃສ່​ຜ້າ​ປິດ​ປາກ-ດັງ ​ແລະ ບໍ່​ຍອມ​ເວັ້ນ​ໄລຍະ​ຫ່າງ ​ແຕ່​ຍັງ​ບໍ່​ພຽງພໍ.

ການ​ເຄື່ອນ​ໄຫວ​ຄັ້ງນີ້​ມີ​ຂຶ້ນຫລັງ​ຈາກ​ອິນ​ໂດ​ເນ​ເຊຍ​ຍັງ​ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ ​ແລະ ຫາ​ກໍ​ມີ​ການ​ເປີດ​ເຜີຍ​ວ່າ: ​ແພດ​ຢູ່​ອິນ​ໂດ​ເນ​ເຊຍ ​ເຊິ່ງ​ເປັນ​ທັບ​ໜ້າ​ໃນ​ການ​ຕໍ່ສູ້​ກັບ​ໂຄ​ວິດ-19 ​ເສຍ​ຊີວິດ​ຫລາຍ​ກວ່າ 100 ຄົນ ​ແລະ ຍັງ​ມີ​ເດັກນ້ອຍ​ເສຍ​ຊີວິດ​ຈາກ​ພະຍາດ​ນີ້​ອີກ​ຫລາຍ​ຮ້ອຍ​ຊີວິດ. ນອກຈາກ​ນີ້ ຜູ້​ຊ່ຽວຊານ​ເຊື່ອ​ວ່າ: ອັດຕາ​ການກວດ​ຫາ​ເຊື້ອທີ່​ຂ້ອນ​ຂ້າງ​ຕໍ່າ ​ເຮັດ​ໃຫ້​ຈຳນວນ​ຜູ້​ຕິດ​ເຊື້ອຕໍ່າ​ກວ່າ​ຄວາມ​ເປັນ​ຈິງ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຖິງ​ວ່າ​ຈະ​ມີ​ສຽງ​ວິພາກ​ວິຈານ​ການ​ຮັບ​ມື​ພະຍາດ​ລະບາດ​ທີ່​ໄຮ້​ປະສິດທິພາບ​ຂອງ​ລັດຖະບານ, ​ແຕ່​ທາງ​ການ​ອິນ​ໂດ​ເນ​ເຊຍ​ເລີ່​ມຫລຸດຜ່ອນ​ມາດ​ຕະການ​ເຂັ້ມງວດ​ຕ່າງໆ​ມາ​ແຕ່​ເດືອນ​ກໍລະກົດ​ແລ້ວ ​ເພື່ອ​ຫວັງ​ຈະ​ຟື້ນຟູ​ເສດຖະກິດ​ຂອງ​ປະ​ເທດ​ໃຫ້​ກັບ​ມາໂດຍ​ໄວ.

ອິນໂດເນເຊຍແຫ່ໂລງສົບອ້ອມເມືອງ ເຕືອນສະຕິຢ່າປະໝາດໂຄວິດ-19 - 3 - ອິນໂດເນເຊຍແຫ່ໂລງສົບອ້ອມເມືອງ ເຕືອນສະຕິຢ່າປະໝາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!