ເຈົ້າຊີວິດ Saudi ໄລ່ 2 ເຈົ້າຊາຍອອກຈາກຕຳແໜ່ງ


ຂ່າວວັນທີ 1 ກັນຍາ ຈາກ zingnews ໃຫ້ຮູ້ວ່າ: ເຈົ້າຊີວິດ Saudi Arabia ໄດ້ໄລ່ 2 ເຈົ້າຊາຍພ້ອມກັບນາຍທະຫານ 4 ຄົນອອກຈາກຕຳແໜ່ງ ເພື່ອສືບສວນສອບສວນ ທີ່ສົງໄສວ່າມີການສໍ້ລາດບັງຫຼວງຢູ່ໃນກະຊວງປ້ອງກັນປະເທດ.
ຂ່າວຈາກ Reuters ໃຫ້ຮູ້ວ່າ: ເຈົ້າຊາຍ Fahd bin Turki bin Abdulaziz Al Saud ຖືກປົດອອກຈາກຕຳແໜ່ງຜູ້ບັງຄັບບັນຊາກອງກຳລັງຂອງພັນທະມິດສູ້ຮົບຢູ່ໃນ Yemen. ສ່ວນເຈົ້າຊາຍ Abdulaziz bin Fahd ກໍຖືກປົດອອກຈາກຕຳແໜ່ງຮອງຜູ້ວ່າການໃນເຂດ al-Jouf.
ຄຳສັ່ງດັ່ງກ່າວມີຂຶ້ນພາຍຫຼັງເຈົ້າຊາຍ Mohammed bin Salman ຮຽກຮ້ອງໃຫ້ຄະນະກຳມະການຕ້ານການສໍ້ລາດບັງຫຼວງສືບສວນສອບສວນກ່ຽວກັບບັນຫາ “ທຸລະກຳດ້ານການເງິນທີ່ມີບັນຫາສົງໃນກະຊວງປ້ອງກັນປະເທດ”.
ໃນຄຳສັງຍັງໃຫ້ຮູ້ວ່າ: ເຈົ້າຊາຍໄດ້ແຕ່ງຕັ້ງພົນໂທ Mutlaq bin Salem bin Mutlaq Al-Azima ຂຶ້ນປ່ຽນແທນເຈົ້າຊາຍ Fahd, ເປັນຜູ້ບັງຄັບບັນຊາກອງກຳລັງພັນທະມິດຮູ້ຮົບໃນ Yemen.
ຂ່າວ: ລູກເມືອງພວນ.