ຫົວໜ້ານັກໂທດ ຂະເໝນແດງ ເສຍຊີວິດ

ຫົວໜ້ານັກໂທດ ຂະເໝນແດງ ເສຍຊີວິດ - Time fo an Adventure 2020 09 02T153133 - ຫົວໜ້ານັກໂທດ ຂະເໝນແດງ ເສຍຊີວິດ
ຫົວໜ້ານັກໂທດ ຂະເໝນແດງ ເສຍຊີວິດ - kitchen vibe - ຫົວໜ້ານັກໂທດ ຂະເໝນແດງ ເສຍຊີວິດ

ຂ່າວຈາກ zingnews, ວັນທີ 2 ກັນຍານີ້ ໃຫ້ຮູ້ວ່າ: Kaing Guek Eav(ຊື່ລັບ) ຫົວໜ້ານັກໂທດໃນຄ້າຍຄຸມຂັງ S-21 ທີ່ມີຊື່ສຽງໂດ່ງດັງຂອງຂະເໝນແດງໄດ້ເສຍຊີວິແລ້ວ ໃນໄວ 77 ປີ, ໃນວັນທີ 2 ກັນຍານີ້.

ໂຄສົກຂອງສານດຳເນີນຄະດີໂທດກຳຂອງພວກຂະເໝນແດງ ໃນກຳປູເຈຍ(ECCC), ໃຫ້ຮູ້ວ່າ: Kaing Guek Eav ໄດ້ເສຍຊີວິດແລ້ວໃນເວລາ 0ໂມງ 52 ນາທີ ຂອງວັນທີ 2 ກັນຍານີ້ ຢູ່ທີ່ ໂຮງໝໍມິດຕະພາບ ຂະແມ-ສະຫະພາບໂຊວຽດ ໃນນະຄອນຫຼວງ ພະນົມເປັນ.

ຫົວໜ້ານັກໂທດ ຂະເໝນແດງ ເສຍຊີວິດ - Visit Laos Visit SALANA BOUTIQUE HOTEL - ຫົວໜ້ານັກໂທດ ຂະເໝນແດງ ເສຍຊີວິດ

Reuters, ໂດຍອ້າງອີງການຖະແຫຼງຂອງໂຄສົກຄົນດັ່ງກ່າວໃຫ້ຮູ້ວ່າ: ບໍ່ສາມາດຈະໃຫ້ຂໍ້ມູນລະອຽດໄດ້ກ່ຽວກັບການຕາຍຂອງເຂົາ, ຮູ້ແຕ່ວ່າສຸຂະພາບຂອງ Guek Eav ອ່ອນເພຍລົງຫຼາຍໃນຊຸມປີມໍ່ໆມານີ້.

ໃນນາມເປັນຫົວໜ້ານັກໂທດໃນຄ້າຍຄຸມຂັງ Tuol Sleng, ໝາຍຄວາມວ່າ ຄຸກ S-21 ທີ່ມີຊື່ສຽງໂດ່ງດັງຂອງຂະເໝນແດງ, Kaing Guek Eav ເປັນໜຶ່ງໃນຈຳນວນຜູ້ທີ່ຮ້າຍກາດທີ່ສຸດໃນສະໃໝຂ້າລ້າງເຜົ່າພັນຂອງ Pol Pot ໃນກຳປູເຈຍ. ຄາດວ່າມີປະມານ 1,7 ລ້ານຄົນ ຫຼື 1/4 ຂອງພົນລະເມືອງກຳປູເຈຍໃນຂະນະນັ້ນ ທີ່ຖືກຂ້າຕາຍ ແຕ່ປີ 1975-1979.

ເຂົາໃຫ້ການຕໍ່ສານໃນປີ 2009 ວ່າ: “ຂ້າພະເຈົ້າສະແດງຄວາມຮັບຜິດຊອບຕໍ່ຊະຕາກຳຂອງ 12.380 ຄົນ”.

ປີ 2010 ເຂົາເປັນຫົວໜ້າຂະເໝນແດງຄົນທຳອິດທີ່ຖືກດຳເນີນຄະດີຂ້າລ້າງເຜົ່າພັນ. ເຂົາຖືກຕັດສິນໂທດ ຈຳຄຸກຕະຫຼອດຊີວິ ໃນປີ 2012, ແຕ່ສານຂອງສະຫະປະຊາຊາດປົກປ້ອງເຂົາວ່າ: ເຂົາເປັນພຽງພະນັກງານຊັ້ນຜູ້ນ້ອຍ ປະຕິບັດຕາມຄຳສັ່ງເທົ່ານັ້ນ.

Kaing Guek Eav ເປັນຜູ້ບັງຄັບບັນຊາຄ້າຍຄຸມຂັງ Tuol Sleng  ທີ່ມີຊື່ສຽງໂດ່ງດັງໃນນະຄອນຫຼວງພະນົມເປັນ. ທ້າຍປີ 1970 ເປັນຕົ້ນມາ ຄ້ານຄຸມຂັງແຫ່ງນີ້ ມີນັກໂທດທັງໝົດ ປະມານ 12.000 ຄົນ, ຊຶ່ງລວມມີທັງເດັກນ້ອຍກ່ອນທີ່ຈະຖືກພວກເຂົາຂ້າຖິ້ມ.

ນັກໂທດເກືອບທັງໝົດລ້ວນແຕ່ ຖືກທາລຸນເພື່ອໃຫ້ຍອມຮັບໂທດກຳ ກ່ອນທີ່ຈະເອົາຂຶ້ນລົດຢປສະໜາມຍິງເປົ້າ Choeung Ek.

ຂ່າວ: ລູກເມືອງພວນ.

ຫົວໜ້ານັກໂທດ ຂະເໝນແດງ ເສຍຊີວິດ - 5 - ຫົວໜ້ານັກໂທດ ຂະເໝນແດງ ເສຍຊີວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!