ອະດີດຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ, ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ (ປະມານ 300 ລ້ານກ່ວາກີບ )

ອະດີດຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ, ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ (ປະມານ 300 ລ້ານກ່ວາກີບ ) - Time fo an Adventure 38 - ອະດີດຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ, ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ (ປະມານ 300 ລ້ານກ່ວາກີບ )
ອະດີດຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ, ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ (ປະມານ 300 ລ້ານກ່ວາກີບ ) - kitchen vibe - ອະດີດຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ, ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ (ປະມານ 300 ລ້ານກ່ວາກີບ )

ທ່ານ ດວນຫງອກຮາຍ, ອະດີດຮອງປະທານຄະນະກຳມະການປະຊາຊົນ ຄຸ້ມ 1 ນະຄອນໂຮ່ຈິມິນ ພາຍຫຼັງພັກລັດຖະການແລ້ວ, ທ່ານ ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ ຫຼື ປະມານ 300 ລ້ານກ່ວາກີບ ຊື້ລົດກູ້ໄພ ເພື່ອນຳສົ່ງຄົນເຈັບຜູ້ທຸກຍາກກັບບ້ານຊອ່ງຂອງຕົນໂດຍບໍ່ຄິດຄ່າ.

ທ່ານ ຮາຍ ໃຫ້ຮູ້ວ່າ: ໃນລົດຂອງເຂົາປະກອບດ້ວຍອຸປະກອນການແພດຄົບຖ້ວນ ນັບທັງກໍລະນີສຸກເສີນຄົນເຈັບຢູ່ໃນຂີດອັນຕະລາຍ ຫຼື ເສຍຊີວິດແລ້ວ ແລະ ທ່ານ ເປັນຜູ້ຂັບລົດເອົາເອງ. ທ່ານ ຮາຍກ່າວວ່າ: “ຂ້ອຍຊື້ລົດຄັນນີ້ຈາກການນຳເຂົ້າທັງຄັນຈາກປະເທດເກົາຫຼີໃຕ້, ເພື່ອຈຸດປະສົງນຳສົ່ງຄົນເຈັບ ຜູ້ທີ່ທຸກຍາກຂາດເຂີນກັບບ້ານເຮືອນຂອງຕົນໂດຍບໍ່ຄິດຄ່າແຕ່ຢ່າງໃດ”.

ອະດີດຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ, ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ (ປະມານ 300 ລ້ານກ່ວາກີບ ) - Visit Laos Visit SALANA BOUTIQUE HOTEL - ອະດີດຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ, ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ (ປະມານ 300 ລ້ານກ່ວາກີບ )

ທ່ານ ຮາຍເວົ້າອີກວ່າ: ເຂົາພ້ອມແລ້ວທີ່ຈະນຳສົ່ງຄົນເຈັບທີ່ພົບກັບຄວາມຫຍຸ້ງຍາກກັບຄືນເຮືອນຊານບ້ານຊ່ອງຂອງຕົນໂດຍບໍ່ຄິດຄ່າ ບໍ່ວ່າທາງຈະໄກປານໃດກໍຕາມ, ຈະແມ່ນຢູ່ໃຕ້ ຢູ່ເໜືອເຂົາພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອຢູ່ສະເໝີ. ບົນເສັ້ນທາງນຳສົ່ງຄົນເຈັບນັ້ນ ເຂົາຍັງໄດ້ເບິ່ງແຍງດູແລເປັນຢ່າງດີ, ຈ່າຍຄ່າເຂົ້າ ຄ່ານໍ້າ, ທີ່ພັກໃຫ້ ຕື່ມອີກ. “ຖ້າພໍ່ແມ່ປະຊາຊົນຫາກເຫັນລົດຂອງເຮົາໝາຍເລກທະບຽນ 51B-507.44 ກໍໃຫ້ມາຫາໂລດ, ເຮົາພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອນຳສົ່ງກັບບ້ານໂດຍບໍ່ໄດ້ເສຍຄ່າ”.

ທ່ານ ຮາຍ ໃຫ້ຮູ້ວ່າ: ຖ້າແມ່ນລົດບໍລິການຮັບສົ່ງທົ່ວໄປ, ຈາກໄຊງ່ອນໄປຮ່າໂນ້ຍ 21 ລ້ານດົງ, ໄປຫາພາກກາງ 15 ລ້ານດົງ ແລະ ທາງທິດຕາເວັນຕົກຂອງໄຊວ່ອນ 10 ບ້ານດົງ, ແຕ່ຂ້າພະເຈົ້າຊ່ວຍເຫຼືອໂດຍບໍ່ຄິດຄ່າ.

ປັດຈຸບັນທ່ານ ຮາຍ ກຳລັງສ້າງເຮືອນ 4 ຊັ້ນຫຼັງໜຶ່ງຂຶ້ນ ເພື່ອໃຫ້ຜູ້ບໍ່ມີບ່ອນເພິ່ງພາອາໄສໄດ້ມາຢູ່, ຊຶ່ງສາມາດຮັບຮອງໄດ້ປະມານ 40 ຄົນ.

ການກະທຳດັ່ງກ່າວຂອງ ຮາຍ ໄດ້ຮັບຄວາມຊື່ນຊົມຈາກພາກລັດ ແລະ ເອກະຊົນ ກໍຄືສັງຄົມຢ່າງຫຼວງຫຼາຍ. ມີຫຼາຍພາກສ່ວນໄດ້ສະເໜີໃຫ້ລັດຖະບານໃຫ້ການຍ້ອງຍໍຊົມເຊີຍແກ່ເຂົາ ເພື່ອເປັນກຳລັງໃຈ ແລະ ຊຸກຍູ້ເຂົາເຮັດໄດ້ດີກ່ວາເກົ່າ.

ສາດສະດາຈານ, ປອ ຫງວຽນເລນິງ, ກຳມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈິມິນກ່າວວ່າ: “ຕໍ່ກັບການກະທຳຂອງຂອງທ່ານ ຮາຍ ພາຍພັກລັດຖະການແລ້ວ ແມ່ນການກຳທຳທີ່ດີ, ຄວນໄດ້ຮັບການຍ້ອງຍໍສັນລະເສີນ, ນັ້ນຄືແວ່ນແຍງ, ທຸກຄົນຈົ່ງເອົາເປັນແບບຢ່າງ…”

ຂ່າວ: ລູກເມືອງພວນ.

ອະດີດຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ, ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ (ປະມານ 300 ລ້ານກ່ວາກີບ ) - 3 - ອະດີດຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ, ໄດ້ຈົກເງິນໃນຖົງຕົນເອງ ຈຳນວນ 700 ລ້ານດົງຫວຽດນາມ (ປະມານ 300 ລ້ານກ່ວາກີບ )
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!