ສະຫະລັດເຜີຍເຮືອບິນ…ຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ

ສະຫະລັດເຜີຍເຮືອບິນ...ຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ - Celera 500L Image 1570 - ສະຫະລັດເຜີຍເຮືອບິນ…ຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ
ສະຫະລັດເຜີຍເຮືອບິນ...ຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ - kitchen vibe - ສະຫະລັດເຜີຍເຮືອບິນ…ຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ

ແຫຼ່ງຂ່າວຈາກ nld, ວັນທີ 30 ສິງຫານີ້ ໃຫ້ຮູ້ວ່າ: ສະຫະລັດໄດ້ເຜີຍເຮືອບິນ ຫົວລູກປືນ(ລູກກະສູນ) ຮຸ້ນ Celera 500L . ເຮືອບິນທີ່ມີຮູບຮ່າງແປກປະຫຼາດນີ້ ໄດ້ກາຍເປັນຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ.

ກ່ອນໜ້ານີ້ 3 ປີ, ເດືອນເມສາ 2017, ເຮືອບິນລຳໜຶ່ງທີ່ມີຮູບຮ່າງຫົວລູກປືນ ໄດ້ພົບເຫັນຢູ່ທີ່ສະໜາມບິນພາລາທິການໃນລັດ California. ແລະ ໄດ້ກາຍເປັນຫາງສຽງຮືຮາໃນສື່ສັງຄົມອອນລາຍຂອງກອງທັບສະຫະລັດ.

ສະຫະລັດເຜີຍເຮືອບິນ...ຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ - Visit Laos Visit SALANA BOUTIQUE HOTEL - ສະຫະລັດເຜີຍເຮືອບິນ…ຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ

ໃນເວລານັ້ນ ບໍລິສັດຜູ້ຜະລິດເຮືອບິນລຳດັ່ງກ່າວ Otto Aviation ຂອງສະຫະລັດ ໄດ້ຍື່ນໃບສະເໜີຮຽກຮ້ອງໃຫ້ອອກໃບຮັບຮອງລິຂະສິດໃຫ້ຕົນເອງ ທີ່ໄດ້ຜະລິດເຮືອບິນມີຮູບຮ່າງແປກປະຫຼາດນີ້ຂຶ້ນມາ. ແຕ່ບໍ່ໃຫ້ຮູ້ຈຸດປະສົງຂອງການຜະລິດເຮືອບິນຮຸ້ນນີ້ຂຶ້ນມາແມ່ນເພື່ອຫຍັງ? ຮູ້ພຽງແຕ່ວ່າ ເຮືອບິນລຳດັ່ງກ່າວແມ່ນອອກແບບມາ ເພື່ອໃຫ້ການລົງຈອດມີຄວາມງ່າຍດາຍຂຶ້ນກ່ວາເກົ່າ ແລະ ສາມາດລົງຈອດໄດ້ທຸກໆປະເພດເດີ່ນບິນ. ສ່ວນວ່າຂະບວນວິວັດແຫ່ງການຜະລິດ ແລະ ດັດສະນີຕົວເລກຊີ້ບອກໃນຕົວເຮືອບິນນັ້ນແມ່ນຮັກສາເປັນຄວາມລັບ.

ເຮືອບິນຮຸ້ນ Celera 500L ຖືກເປີດເຜີຍຕໍ່ສາຍຕາຊາວໂລກ ດ້ວຍຄວາມໄວທົບເທົ່າຄວາມໄວທີ່ເຄີຍເຫັນຜ່ານມາ.

ເຮືອບິນຮຸ້ນນີ້ສາມາດບັນຈຸຜູ້ໂດຍສານໄດ້ພຽງ 6 ຄົນ ແລະ ບິນດ້ວຍຄວາມໄວຂອງແຮງອານພົ່ນ ແຕ່ ປະຢັດພະລັງງານຕໍ່າກ່ວາ 8 ເທົ່າເຮືອບິນດຳມະດາ.

ບໍລີສັດ Otto Aviation ໃຫ້ຮູ້ວ່າ: ເຮືອບິນຮຸ້ນນີ້ ມິຄວາມສາມາດແຂ່ງຂັນສູງ ໂດຍສະເພາະແມ່ນການຊື້ຂາຍທາງອອນລາຍໄດ້ເພີ່ມຂຶ້ນສູງໃນໄລຍະໂຄວິດ-19. ບໍລິສັດດັ່ງກ່າວຍັງໃຫ້ຮູ້ວ່າ: ການມອບຮັບສິນຄ້າເທື່ອທຳອິດຂອງເຮືອບິນ Celera 500L ນີ້ ອາດຈະເປັນຕົ້ນປີ 2025.

ຂ່າວ: ລູກເມືອງພວນ.

ສະຫະລັດເຜີຍເຮືອບິນ...ຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ - 4 - ສະຫະລັດເຜີຍເຮືອບິນ…ຄວາມຫວັງຂອງການປະຕິວັດການທ່ອງທ່ຽວອາວະກາດຂອງສ່ວນບຸກຄົນໃນອະນາຄົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!