ທ່ານ ໂຍຊິຮິເດະ ຊູງະ ມືຂວາທ່ານ ອາເບະ ຄົນສຳຄັນຮ່ວມຊີງຕຳແໜ່ງ ນາຍົກລັດຖະມົນຕີຍີ່ປຸ່ນ ກາງເດືອນກັນຍານີ້

ທ່ານ ໂຍຊິຮິເດະ ຊູງະ ມືຂວາທ່ານ ອາເບະ ຄົນສຳຄັນຮ່ວມຊີງຕຳແໜ່ງ ນາຍົກລັດຖະມົນຕີຍີ່ປຸ່ນ ກາງເດືອນກັນຍານີ້ - 312 - ທ່ານ ໂຍຊິຮິເດະ ຊູງະ ມືຂວາທ່ານ ອາເບະ ຄົນສຳຄັນຮ່ວມຊີງຕຳແໜ່ງ ນາຍົກລັດຖະມົນຕີຍີ່ປຸ່ນ ກາງເດືອນກັນຍານີ້
ທ່ານ ໂຍຊິຮິເດະ ຊູງະ ມືຂວາທ່ານ ອາເບະ ຄົນສຳຄັນຮ່ວມຊີງຕຳແໜ່ງ ນາຍົກລັດຖະມົນຕີຍີ່ປຸ່ນ ກາງເດືອນກັນຍານີ້ - kitchen vibe - ທ່ານ ໂຍຊິຮິເດະ ຊູງະ ມືຂວາທ່ານ ອາເບະ ຄົນສຳຄັນຮ່ວມຊີງຕຳແໜ່ງ ນາຍົກລັດຖະມົນຕີຍີ່ປຸ່ນ ກາງເດືອນກັນຍານີ້

ວັນ​ທີ 30 ສິງຫາ​ນີ້, ສຳນັກ​ຂ່າວ​ທ້ອງ​ຖິ່ນ​ຍີ່ປຸ່ນ ລາຍ​ງານ​ວ່າ: ທ່ານ ​ໂຍຊິ​ຮິ​ເດະ ຊູ​ງະ ​ເລຂາທິການ​ຄະນະ​ລັດຖະບານ​ຍີ່ປຸ່ນ ຜູ້​ເປັນ​ມື​ຂວາ​ຂອງ​ນາຍົກລັດຖະມົນຕີ ຊິນ​ໂຊ ອາ​ເບະ ມາ​ເກືອບ 8 ປີ ຈະ​ຮ່ວມ​ຊີງ​ຕຳ​ແໜ່​ງຜູ້ນຳ​ພັກ​ລິ​ເບີຣັລ ​ເດ​ໂມ​ເຄຣຕິກ (LDP) ​ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທີ່​ຈະ​ມີ​ການ​ລົງ​ຄະ​ແນນ​ສຽງ​ໃນ​ກາງ​ເດືອນ​ກັນຍາ​ນີ້ ຫລັງ​ຈາກ​ທ່ານ ຊິນ​ໂຊ ອາ​ເບະ ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງນາຍົກລັດຖະມົນຕີ​ ​ເນື່ອງ​ຈາກ​ບັນຫາ​ດ້ານ​ສຸຂະພາບ, ຢຸດ​ບົດບາດ​ການ​ເປັນ​ນາຍົກລັດຖະມົນຕີທີ່ດຳ ລົງ​ຕຳ​ແໜ່​ງຍາວ​ນານ​ທີ່​ສຸດ​ໃນ​ປະຫວັດສາດ​ຍີ່ປຸ່ນ.

ທ່ານ ​ໂທ​ຊິ​ຮິ​ໂຣະ ນາ​ກາ​ອິ ​ເລຂາທິການ​ພັກ LDP ​ກ່າວ​ວ່າ: ທ່ານ ຊູ​ງະ ມີ​ຈຸດປະສົງ​ຈະ​ລົງ​ສະໝັກ​ຊີງ​ຕຳ​ແໜ່​ງຫົວໜ້າ​ລັດຖະບານ​ຍີ່ປຸ່ນ​ຕໍ່​ຈາກ​ທ່ານ ອາ​ເບະ. ນອກຈາກ​ທ່ານ ຊູ​ງະ ​ແລ້ວ ຍັງ​ມີ​ທ່ານ ຟູ​ມິ​ໂອະ ຄິຊິ​ດະ ລັດຖະມົນຕີ​ຕ່າງປະ​ເທດ​ໃນ​ຄະນະ​ລັດຖະບານ​ທ່ານ ອາ​ເບະ ລະຫວ່າງ​ປີ 2012-2017, ທ່ານ ຊິ​ເງຣຸ ອິຊິ​ບະ ອະດີດ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ທີ່​ຈະ​ຮ່ວມ​ຊີງ​ຕຳ​ແໜ່​ງສຳຄັນ​ນີ້.

ທ່ານ ໂຍຊິຮິເດະ ຊູງະ ມືຂວາທ່ານ ອາເບະ ຄົນສຳຄັນຮ່ວມຊີງຕຳແໜ່ງ ນາຍົກລັດຖະມົນຕີຍີ່ປຸ່ນ ກາງເດືອນກັນຍານີ້ - Visit Laos Visit SALANA BOUTIQUE HOTEL - ທ່ານ ໂຍຊິຮິເດະ ຊູງະ ມືຂວາທ່ານ ອາເບະ ຄົນສຳຄັນຮ່ວມຊີງຕຳແໜ່ງ ນາຍົກລັດຖະມົນຕີຍີ່ປຸ່ນ ກາງເດືອນກັນຍານີ້

ທ່ານ ຊູ​ງະ ​ເປັນ​ທີ່​ຮູ້ຈັກ​ໃນ​ຖານະ​ມື​ຂວາ​ຂອງ​ທ່ານ ອາ​ເບະ ມີ​ຄວາມ​ສາມາດ​ໃນ​ການ​ແກ້​ໄຂ​ວິ​ກິດ​ຕ່າງໆ, ມີ​ການ​ພົວພັນ​ອັນ​ດີ​ກັບ​ພັນທະ​ມິດ​ຮ່ວມ​ລັດຖະບານ​ຂອງ​ພັກ LDP ​ຄື​ພັກ Nikai ​ແລະ ພັກ Komeito ທັງ​ຍັງ​ໄດ້​ຮັບ​ການ​ຈົດ​ຈຳ​ໃນ​ສາຍາ “ຄຸນ​ລຸງ​ເຣວະ” ຫລັງ​ເປັນ​ຜູ້​ປະກາດ​ຊື່​ຂອງຣັດສະສະ​ໄໝ​ຂອງ​ແຜ່ນດິນ​ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ​ໃນ​ກາງ​ປີ 2019 ຜ່ານ​ມາ.

​ພັກ LDP ຈະ​ຈັດ​ກອງ​ປະຊຸມ​ໃຫຍ່​ຂຶ້ນ​ໃນ​ວັນ​ທີ 1 ກັນຍາ ວ່າ​ຈະ​ມີ​ການຈັດ​ລົງ​ຄະ​ແນນ​ສຽງ​ເລືອກ​ຜູ້ນຳ​ຄົນ​ໃໝ່​ແນວ​ໃດ ​ໂດຍ​ຜູ້​ສະໝັກ​ແຕ່ລະຄົນ​ຈະ​ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສະມາຊິກ​ສະພາ​ໄດ​ເອດຢ່າງ​ໜ້ອຍ 20 ສຽງ ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ໃນ​ວັນ​ທີ 15 ກັນຍາ​ນີ້ ພ້ອມ​ສະ​ເໜີ​ຊື່​ຜູ້ນຳ​ພັກ ​ແລະ ນາຍົກລັດຖະມົນຕີຄົນ​ໃໝ່​ປະມານ​ວັນ​ທີ 17 ກັນຍາ.

ຖ້າ​ນາຍົກລັດຖະມົນຕີຄົນ​ໃໝ່​ທີ່​ຂຶ້ນມາ​ດຳລົງ​ຕຳ​ແໜ່​ງຕໍ່​ຈາກ​ທ່ານ ອາ​ເບະ ຈົນ​ຄົບ​ວາລະ ມີ​ການ​ຮຽກຮ້ອງ​ໃຫ້​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຂຶ້ນກ່ອນ​ກຳນົດ, ພັກ LDP ຈະ​ຕ້ອງ​ເລືອກ​ຜູ້ນຳ​ຄົນ​ໃໝ່​ອີກ ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ຜູ້​ທີ່​ຂຶ້ນມາ​ດຳລົງ​ຕຳ​ແໜ່​ງຮັກສາ​ການ​ຈະ​ມີ​ໂອກາດ​ນັ່ງ​ຕັ່ງ​ນາຍົກລັດຖະມົນຕີຍີ່ປຸ່ນ​ໃນ​ໄລຍະ​ຍາວ ​ໂດຍ​ສະມາຊິກ​ສະພາ​ຜູ້​ແທນ​ລາຊະ​ດອນ​ຊຸດ​ຫລ້າ​ສຸດຈະ​ໝົດ​ວາລະ​ໃນ​ເດືອນ​ຕຸລາ 2021.

​ໂດ​ຍທົ່ວ​ໄປ ການ​ເລືອກ​ຜູ້ນຳ​ພັກ LDP ຜູ້​ສະໝັກ​ແຕ່ລະຄົນ​ຈະ​ຕ້ອງ​ໃຊ້​ໄລຍະ​ເວລາ​ຫາ​ສຽງ​ປະມານ 12 ວັນ ຜູ້​ທີ່​ໄດ້​ຮັບ​ສຽງ​ສ່ວນ​ຫລາຍ​ຈາກ​ທັງ​ໝົດ 788 ສຽງ (ສະມາຊິກ​ສະພາ​ໄດ​ເອດ 394 ສຽງ ​ແລະ ສະມາຊິກ​ຄົນ​ສຳຄັນ​ຂອງ​ພັກ 394 ສຽງ) ຈະ​ໄດ້​ຮັບ​ເລືອກ ​ແຕ່​ໃນ​ກໍລະນີ​ສຸກ​ເສີນ​ອາດ​ລົງ​ຄະ​ແນນ​ສຽງ​ສະ​ເພາະ​ສະມາຊິກ​ສະພາ​ໄດ​ເອດ ​ແລະ ຕົວ​ແທນ 47 ​ແຂວງ, ​ແຂວງ​ລະ 3 ຄົນ ​ເພື່ອ​ຫລຸດ​ໄລຍະ​ເວລາ ​ແລະ ປ້ອງ​ກັນ​ການ​ເກີດ​ສູນຍາກາດ​ທາງ​ການ​ເມືອງ​ທ່າມກາງ​ວິ​ກິດ​ໂຄ​ວິດ-19.

ທ່ານ ໂຍຊິຮິເດະ ຊູງະ ມືຂວາທ່ານ ອາເບະ ຄົນສຳຄັນຮ່ວມຊີງຕຳແໜ່ງ ນາຍົກລັດຖະມົນຕີຍີ່ປຸ່ນ ກາງເດືອນກັນຍານີ້ - 3 - ທ່ານ ໂຍຊິຮິເດະ ຊູງະ ມືຂວາທ່ານ ອາເບະ ຄົນສຳຄັນຮ່ວມຊີງຕຳແໜ່ງ ນາຍົກລັດຖະມົນຕີຍີ່ປຸ່ນ ກາງເດືອນກັນຍານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!