ນຳສະເໜີຄ້າຍເພງ NP Record ສູ່ສັງຄົມ


ເພື່ອເປັນການຮອງຮັບນັກຮ້ອງທີ່ມີຄວາມມັກຮັກໃນສຽງເພງລູກທົ່ງບ້ານນາ ໃຫ້ມີໂອກາດໄດ້ເຂົ້າມາແຂ່ງຂັນຮ້ອງເພງ ເພື່ອຄັດເລືອກເອົາເປັນສິລະປິນ ໃນໂຄງການຂອງຮ້ານນັດພົບ, ທັງເປັນການອະນຸລັກແນວເພງແບບເກົ່າຈົນເຖິງການປ່ຽນແປງຮູບແບບຂອງເພງລູກທົ່ງບ້ານນາປະສົບປະສານ ກໍຄືການສົ່ງເສີມເພງລາວໃຫ້ມີຊື່ສຽງ ແລະ ໂດ່ງດັງໄປຢ່າງກວ້າງຂວາງ, ພ້ອມນີ້ ເພງລູກທົ່ງບ້ານນາແຕ່ລະຍຸກສະໄໝ ກໍໄດ້ມີການປະສົມປະສານກັບຄວາມທັນສະໄໝເຂົ້າໄປນຳ, ໂດຍບໍ່ຖີ້ມປະຄວາມເປັນເອກະລັກວັດທະນະທຳລາວ, ຊຶ່ງປັດຈຸບັນ ມີນັກຮ້ອງໃນສັງກັດ 5 ຄົນຄື: ໜຸ່ມໂຊນີ ນັດພົບ, ໜຸ່ມຕ້ອມ ນັດຕະກອນ ນັດພົບ, ສາວອິນທິດາ ນັດພົບ, ໜຸ່ມພອນເທວາ ນັດພົບ ແລະ ສາວວັນນີ ນັດພົບ, ຊຶ່ງພິທີນໍາສະເໜີຄ້າຍເພງດັ່ງກ່າວໄດ້ມີຂຶ້ນໃນທ້າຍອາທິດຜ່ານມານີ້, ທີ່ຮ້ານອາຫານນັດພົບ, ບ້ານປາກທ້າງ, ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ອາຈານ ແສງດາລາ ປາກກາທອງ ນັກປະພັນເພງຊື່ດັງ, ຜູ້ຕາງໜ້າສະມາຄົມລິຂະສິດເພງລາວ, ມີທ່ານນາງ ຄຳບາງ ພົນວິໄຊ ຜູ້ອຳ ນວຍການຄ້າຍເພງດັ່ງກ່າວ, ມີບັນດານັກຮ້ອງ, ສິລະປິນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.