ທຣຳ ຈະຫ້າມບໍລິສັດຂອງສະຫະລັດນຳໃຊ້ແຮງງານຕ່າງປະເທດລາຄາຖືກ ຖ້າຫາກໄດ້ເປັນປະທານາທິບໍດີອີກສະໄໝ


ຂ່າວສຳນັກງານ tuoitre ວັນທີ 24 ສິງຫາໃຫ້ຮູ້ວ່າ: ທຣຳ ຈະຫ້າມບໍລິສັດຂອງສະຫະລັດໃຊ້ແຮງງານຕ່າງປະເທດລາຄາຖືກ, ຖ້າຕົນເອງຫາກຖືກເລືອກຕັ້ງໃຫ້ເປັນປະທານາທິບໍດີອີກສະໄໝ. ຄຳຖະແຫຼງດັ່ງກ່າວຖືກເປີດເຜີຍໂດຍ ເວບໄຊ ໂຄສະນາຫາສຽງຂອງທຳໃນວັນທີ 23 ສິງຫາທີ່ຜ່ານມາ.
ນະໂຍບາຍຫາສຽງຂອງທຳໃນບັ້ນເລືອກຕັ້ງປະທານາທິບໍດີປີ 2020 ມີຄຳຂວັນວ່າ: “ຕໍ່ສູ້ເພື່ອພວກທ່ານ”, ນັ້ນຄືການສຸມໃສ່ສິດຜົນປະໂຫຍດຂອງປະຊາຊົນສະຫະລັດເປັນຫຼັກ. ສຳລັບນະໂຍບາຍການອົບພະຍົບເຂົ້າເມືອງຂອງທ່ານ ທຣຳ ກໍຄື: ປິດການຍົບພະຍົບເຂົ້າເມືອງແບບຜິດກົດໝາຍ ເພື່ອສິດຜົນປະໂຫຍດຂອງຊາວອາເມລິກາ. ຖ້າຫາກໄດ້ເປັນປະທານາທິບໍດີອີກຄັ້ງ ທຣຳ ຈະນີລະເທດບັນດາພັກພວກທີ່ບໍ່ແມ່ນພົນລະເຮືອນຊາວອາເມລິກາອອກໄປໃຫ້ໝົດ ແລະ ມ້າງເຄືອຂ່າຍການຄ້າມະນຸດໃຫ້ໝົດສິ້ນໄປ.
ແຕ່ສິ່ງທີ່ໜ້າເປັນຫ່ວງຂອງບັນດາບໍລິສັດຂອງສະຫະລັດກໍຄື: ຖ້າ ທຣຳ ຫາກໄດ້ເປັນປະທານາທິບໍດີອີກສະໄໝ ບັນດາບໍລິສັດຂອງສະຫະລັດຈະບໍ່ມີສິດນຳໃຊ້ແຮງງານຕ່າງປະເທດທີ່ມີລາຄາຖືກ ແລະ ຊາວອົບພະຍົບກໍຕ້ອງກຸ້ມຕົນເອງທາງດ້ານການເງິນ.
ຂ່າວ: ລູກເມືອງພວນ.