CEO TikTok ລາຕຳແໜ່ງ

ceo tiktok ລາຕຳແໜ່ງ - Time fo an Adventure 2020 08 27T161019 - CEO TikTok ລາຕຳແໜ່ງ
ceo tiktok ລາຕຳແໜ່ງ - kitchen vibe - CEO TikTok ລາຕຳແໜ່ງ

ຂ່າວຈາກ Zing, ໂດຍອ້າງອີງຂ່າວຈາກ New York Times, ວັນທີ 27 ສິງຫານີ້ ໃຫ້ຮູ້ວ່າ: ທ່ານ Mayer ແບ່ງປັນຄວາມອຳລາກັບພະນັກງານໃນໜັງສືສະບັບໜຶ່ງວ່າ: ຍ້ອນໂຄງສ້າງຂອງບໍລິສັດມີການປ່ຽນແປງ, ຕົນເອງຈຶ່ງຂໍລາຕຳແໜ່ງ.

ທ່ານ Mayer ຂຽນຢູ່ໃນຈົດໝາຍວ່າ: “ໃນອາທິດຜ່ານມານີ້, ສະພາບແວດລ້ອມທາງການເມືອງມີການປ່ຽນແປງຢ່າງໄວວາ. ດັ່ງນັ້ນ, ຂ້ອຍເອງຈຶ່ງຈຳເປັນຕ້ອງໄດ້ເບິ່ງຄືນການປ່ຽນແປງໂຄງສ້າງຂອງບໍລິສັດໃດທີ່ວ່າມີຄວາມຈຳເປັນ ແລະ ຈະມີຫຍັງກະທົບຕໍ່ຕຳແໜ່ງຜູ້ບໍລິຫານໃນທົ່ວໂລກ ທີ່ຂ້າພະເຈົ້າກຳລັງຮັບຜິດຊອບຢູ່ໃນຂະນະນີ້. ໃນສະພາບຄືປັດຈຸບັນ, ໃນເມື່ອພວກເຮົາກຳລັງລໍຖ້າວິທີການແກ້ໄຂຢູ່ນັ້ນ, ຂ້າພະເຈົ້າປະກາດໃຫ້ທຸກຄົນຮູ້ວ່າ ຂ້າພະເຈົ້າໄດ້ຕັດສິນໃຈລາອອກຈາກບໍລິສັດແລ້ວ”

ceo tiktok ລາຕຳແໜ່ງ - Visit Laos Visit SALANA BOUTIQUE HOTEL - CEO TikTok ລາຕຳແໜ່ງ

ທ່ານ Mayer ໃຫ້ຮູ້ເພີ່ມເຕີມວ່າ: Vanessa Pappas ປະທານ TikTok ໃນອາເມລິກາເໜືອ ໄດ້ລາອອກຈາກຕຳແໜ່ງຜູ້ບໍລິຫານຂອງບໍລິສັດແລ້ວເຊັ່ນດຽວກັນ.

ປະທານນາທິບໍດີ ແລະ ເຈົ້າໜ້າທີ່ໃນລັດຖະບານສະຫະລັດ ໄດ້ສ້າງຄວາມກົດດັນຕໍ່ TikTok ໃນໄລຍະຜ່ານມາຢ່າງໜັກ, ອັນໄດ້ສ້າງຄວາມກົດດັນຕໍ່ບໍລິສັດແມ່ ByteDance ຂອງຈີນ ຈຶ່ງຈຳຕ້ອງໄດ້ຂາຍກິດຈະການ TikTok ໄປ. ວັນທີ 6 ສິງຫາ, ທ່ານ ທຣຳ ໄດ້ອອກຄຳສັ່ງຫ້າມ TikTok ເຄື່ອນໄຫວ ຖ້າ ບໍລິສັດແມ່ ByteDance ບໍ່ຂາຍກິດຈະການທີ່ເຄື່ອນໄຫວຢູ່ໃນສະຫະລັດນັ້ນໄປໃນກາງເດືອນກັນຍາທີ່ຈະມາເຖິງ. ຫຼັງຈາກນັ້ນໜຶ່ງອາທິດຕໍ່ມາ ທຣຳ ໄດ້ອອກຄຳສັ່ງສະບັບໃໝ່ ຮຽກຮ້ອງໃຫ້ ບໍລິສັດແມ່ ByteDance ຕ້ອງຂາຍກິດຈະການຂອງຕົນໃຫ້ແລ້ວພາຍໃນ 90 ວັນ.

ຂ່າວ: ລູກເມືອງພວນ.

 

ceo tiktok ລາຕຳແໜ່ງ - 3 - CEO TikTok ລາຕຳແໜ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!