ຄ່ານິຍົມການອ່ານປຶ້ມນັບມື້ນັບຖອຍລົງ
ຜູ້ຂຽນຈື່ໄດ້ວ່າມີຄົນໜຶ່ງໄດ້ເວົ້າກ່ຽວກັບການສ້າງອະນາຄົດ ຫຼື ສ້າງຊີວິດດ້ວຍການພັດທະນາຄວາມຮູ້ດ້ວຍການສຶກສາຈາກສະຖາບັນການສຶກສາ ແລະ ຄົ້ນຄວ້າສຶກສາດ້ວຍຕົນເອງເຂົາຄົນນັ້ນໄດ້ຍົກປຽບທຽບວ່າ: ຄົນຈົນເບິ່ງລະຄອນ ແຕ່ຄົນລວຍອ່ານໜັງສືຫາຄວາມຮູ້ ບວກກັບໄດ້ອ່ານເບິ່ງສື່ສັງຄົມອອນລາຍທີ່ໄດ້ຍົກເອົາຄຳເຫັນຂອງຜູ້ນຳຈີນເວົ້າວ່າ ການປະຢັດຄືສິ່ງທີ່ມີກຽດການຟຸມເຟືອຍອວດລວຍຄືທາງໄຮ້ກຽດ ທ່ານຜູ້ອ່ານລອງພິຈາລະນາເບິ່ງວ່າການສ້າງຕົນເອງດ້ວຍການສຶກສາອ່ານຄົ້ນຄວ້າ ແລະ ຮູ້ຈັກປະຢັດນັ້ນເປັນທາງທີ່ມີກຽດ.
ການສ້າງຄ່ານິຍົມໃນການອ່ານໜັງສືນັ້ນບໍ່ແມ່ນສິ່ງທີ່ເກີດຂຶ້ນໄດ້ງ່າຍ ຫຼື ເວົ້າແຕ່ພຽງທິດສະດີເປັນນະໂຍບາຍຢູ່ໃນປຶ້ມແບບລາຍງານດອກໄມ້ບານແຕ່ມັນຕ້ອງເລີ່ມຕົ້ນຈາກຄູພໍ່ແມ່ ຫຼື ຜູ້ປົກຄອງທີ່ຮັກ ຫອມໜັງສື ແລະ ແບ່ງເວລາອ່ານປຶ້ມ ເພື່ອເຮັດເປັນແບບ ຢ່າງແກ່ເຍົາວະຊົນ ກະແສໜຶ່ງຫົວໜ້າຄອບຄົວ ຫຼື ໂຮງຮຽນຕ້ອງບໍ່ຫຼົງຄ່ານິຍົມປອມຂອງໂລກ ທີ່ເຂົາກະຕຸ້ນໃຫ້ໃຊ້ແຕ່ເຄື່ອງ ມືທັນສະ ໄໝ ເຊັ່ນ: ອ່ານຂໍ້ມູນໃນຈໍຄອມພີວເຕີ ໂທລະສັບຢ່າງດຽວ ແຕ່ຂະນະທີ່ບາງປະເທດຈະເລີນທາງຕາເວັນຕົກ ຍິ່ງທຸ້ມເທເງິນເພື່ອຮັກສາຂອງເກົ່າ ຫຼື ປຶ້ມເກົ່າໃນຫໍສະໝຸດເຊິ່ງມັນໄດ້ເກັບລວມເອົາພູມປັນຍາຂອງຊາດຕົນ ຫຼື ຂອງໂລກມາຍາວນານ.
ຜູ້ຂຽນຂໍຍົກຄຳເຫັນທີ່ເປັນບາງຫາງສຽງຂອງສັງຄົມໃນການອ່ານໜັງສືວ່າ: ຍ້ອນຄູ ຫຼື ພໍ່ແມ່ບໍ່ພາອ່ານ ຫຼື ບໍ່ສ້າງແຮງບັນດານໃຈແກ່ນັກຮຽນ ແລະ ລູກຂອງຕົນ ເຊິ່ງບາງຄອບຄົວມີກຳລັງປັດໄຈເສດຖະກິດ ໄດ້ຫ້ອງກິນດື່ມ ຫ້ອງເບິ່ງໜັງໃນເຮືອນ ຫຼາຍກວ່າຈະຄິດສ້າງຫ້ອງອ່ານແກ່ລູກ ຖ້າຈະຄິດສະເລ່ຍສ້າງຄ່ານິຍົມຮ້ານປຶ້ມທຽບ ໃສ່ຮ້ານເຫຼົ້າ-ເບຍກິນດື່ມບັນເທິງແລ້ວຕ່າງກັນປານຟ້າກັບດິນ ເວົ້າໃຫ້ສັ້ນເຂົ້າຫ້ອງສະ ໝຸດຫຼາຍໂຮງຮຽນ ກໍຍັງບໍ່ໄດ້ຮັບຄວາມສົນ ໃຈເອົາໃຈໃສ່ສົ່ງເສີມຈາກຜູ້ ອຳນວຍການ.
ການສ້າງຄ່ານິຍົມໃນການອ່ານຕ້ອງເລີ່ມຈາກຄູ ພໍ່ແມ່ ຜູ້ປົກຄອງ ໂຮງພິມສຳນັກພິມ ສົ່ງເສີມຮ້ານປຶ້ມ ສົ່ງເສີມນັກຂຽນ ຖ້າວ່າຈະສ້າງສັງຄົມໃຫ້ເປັນສັງ ຄົມແຫ່ງການຮຽນຮູ້ແທ້ ຍົກຕົວຢ່າງໃສ່ຫວຽດນາມ ຫຼື ພະມາ ລອງເບິ່ງວ່າເຂົາມີສຳນັກພິມ ແລະ ຮ້ານຂາຍປຶ້ມໜ້ອຍຫຼາຍພຽງໃດ ເຊິ່ງຕາບ ໃດທີ່ຄົນເຮົາຫຼົງໂຕເອງ ຫຼົງຄວາມມ່ວນ ຊື່ນກໍຈະບໍ່ຮູ້ຄຸນ ຄ່າ ຈະສ້າງອະນາ ຄົດລູກຫຼານຢ່າງມີຄຸນນະພາບ.
ໂດຍ: ດັ້ນກີບເມກ
Vientiane Mai