ທີ່ປຶກສາຂອງ ທຣຳ ລາອອກຈາກຕຳແໜ່ງຢ່າງກະທັນຫັນ
August 24, 2020 - 5:51 PM


ຂ່າວຈາກ soha ວັນທີ 24 ສິງຫານີ້ໃຫ້ຮູ້ວ່າ: ທີ່ປຶກສາຂອງ ທຣຳ Kellyanne Conway ຖືເປັນໜຶ່ງໃນຜູ້ທີ່ບໍລິສູດຕໍ່ ທຣຳ ທີ່ສຸດໄດ້ຕັດສິນໃຈລາອອກຈາກຕຳແໜ່ງໃນວັນທີ 23 ສິງຫານີ້ຢ່າງກະທັນຫັນ ເພື່ອຈະເອົາເວລາໃຫ້ກັບຄອບຄົວຫຼາຍກ່ວາ. ທ່ານນາງ Kellyanne Conway ໃຫ້ຮູ້ວ່າ: ເຂົາຈະອອກຈາກທຳນຽບຂາວໃນທ້າຍເດືອນນີ້ ແລະ ສາມີຂອງເຂົາ George Conway ກໍຈະຖອນຕົວອອກຈາກໂຄງການ Lincoln. ພວກເຂົາທັງສອງເວົ້າວ່າ ຈະເອົາເວລາໃຫ້ກັບຄອບຄົວຫຼາຍກ່ວາ.
ນາງ Kellyanne Conway ໃຫ້ຮູ້ຕື່ມອີກວ່າ: “ການລາອອກຈາກໜ້າທີ່ຄັ້ງນີ້ ແມ່ນການເລືອກ ແລະ ຕັດສິນໃຈຂອງຕົນເອງ. ໂອກາດນີ້, ຂ້ອຍກໍຂໍແຈ້ງໃຫ້ຮູ້ແຜນການໃນອະນາຄົດຂອງຂ້ອຍວ່າ: ກ່ອນອື່ນໝົດແມ່ນຈະສຸມໃສ່ພວກລູກໆທັງ 4 ຄົນຂອງຂ້ອຍ. ໜ້າທີ່ດັ່ງກ່າວເຕັມໄປດ້ວຍຄວາມຮັບຜິດຊອບຂອງຜູ້ເປັນແມ່”.
ຂ່າວ: ລູກເມືອງພວນ.