ອັງກິດເລີ່ມທົດລອງວ່າໝາສາມາດດົມກິ່ນຜູ້ຕິດເຊື້ອໂຄວິດ – 19 ໄດ້ຫລືບໍ່ ?


ອັງກິດກຽມເລີ່ມການທົດລອງເພື່ອຊອກວ່າໝາທີ່ໄດ້ຮັບການຝຶກຝົນເປັນພິເສດສາມາດດົມຫາ “ເຊື້ອໄວຣັສໂຄວິດສາຍພັນໃໝ່”ໃນໂຕມະນຸດໄດ້ຫລືບໍ່ ໂດຍອົງການການກຸສົນໝາເພື່ອການກວດຫາທາງການແພດ (Medical Detection Dogs) ກຳລັງຝຶກໝາເຫລົ່ານີ້ເພື່ອໃຫ້ດົມຊອກຫາກິ່ນມະເຮັງບາງຊະນິດ, ພະຍາດມາລາເຣຍ ແລະ ພະຍາດພາຄິນສັນຢູ່ແລ້ວ.
ການວິໄຈໃນຂັ້ນທຳອິດຈະນຳໂດຍວິທະຍາໄລສຸຂະພາບ ແລະ ການຢາເຂດຮ້ອນແຫ່ງລອນດອນ, ມະຫາວິທະຍາໄລເດີຣຳ ພ້ອມດ້ວຍອົງການການກຸສົນໝາເພື່ອການກວດຫາທາງການແພດ ໂດຍໄດ້ຮັບທຶນສະໜັບສະໜຸນຈາກລັດຖະບານ 5 ແສນປອນ ໂດຍໝາທັງໝົດເຊິ່ງປະກອບໄປດ້ວຍໝາພັນລາບຣາດໍ ແລະ ຄັອກເກີ ສະແປນຽນ.
ການທົດລອງນີ້ຈະຫາຄຳຕອບວ່າ ໝາທີ່ເອີ້ນກັນວ່າສາມາດດົມຫາກິ່ນທາງຊີວະພາບໄດ້ (bio-detection dogs)ເຊິ່ງສາມາດກວດຄົນໄດ້ເຖິງ 250 ຄົນຕໍ່ຊົ່ວໂມງ ຈະສາມາດນຳໄປກວດຫາສັນຍານທຳອິດຂອງຄົນທີ່ຕິດເຊື້ອໂຄວິດ – 19 ໄດ້ຫລືບໍ່.
ໃນໄລຍະທຳອິດ ເຈົ້າໜ້າທີ່ຈາກສຳນັກງານບໍລິການສຸຂະພາບແຫ່ງຊາດ (NHS) ຢູ່ໂຮງໝໍໃນນະຄອນຫລວງລອນດອນ ຈະເກັບໂຕຢ່າງກິ່ນຈາກຄົນປ່ວຍທີ່ເປັນ ແລະ ບໍ່ໄດ້ເປັນພະຍາດໂຄວິດ – 19 ຈາກນັ້ນ ໝາ 6 ໂຕ : ນໍແມມນ, ດິກບີ, ສະຕອມ, ສະຕາ, ແຈສເປີ ແລະ ແອສເຊີ ຈະເຂົ້າຮັບການຝຶກໃຫ້ກວດຫາໄວຣັສຈາກໂຕຢ່າງທີ່ເກັບມາ.
ອົງການການກຸສົນໝາເພື່ອການກວດຫາທາງການແພດ ບອກວ່າ : ການຝຶກຝົນຈະໃຊ້ເວລາປະມານ 6 – 8 ອາທິດ ຫລັງຈາກ 3 ເດືອນທຳອິດ ລັດຖະບານຈະຕັດສິນໃຈວ່າຈະນຳໝາໄປປະຕິບັດງານຢູ່ໃສຈຶ່ງຈະໄດ້ປະໂຫຍດສູງສຸດ. ຄວາມເປັນໄປໄດ້ຢ່າງໜຶ່ງແມ່ນອາດໃຊ້ຢູ່ຈຸດກວດຄົນເຂົ້າເມືອງ ເຊັ່ນ : ສະໜາມບິນ. ນອກຈາກນີ້ ອາດນຳໄປປະຕິບັດງານຢູ່ສູນກວດເຊື້ອນຳເພື່ອຊ່ວຍໃນຂະບວນການເລືອກເຟັ້ນ.
ອົງການການກຸສົນໝາເພື່ອການກວດຫາທາງການແພດເກັບລວບລວມຜົນການວິໄຈຫລາຍກ່ວາ 10 ປີ ແລະ ພົບວ່າ ສາມາດຝຶກໝາໃຫ້ດົມກິ່ນພະຍາດຈາກກິ່ນທີ່ເບົາບາງທຽບກັບກັບເອົານຳ້ຕານ 2 ບ່ວງແກງໄປລະລາຍໃນນຳ້ປະລິມານສະລອຍນຳ້ມາດຕະຖານ 2 ສະ. ດຣ. ແຄລ ເກສ ຜູ້ຮ່ວມກໍ່ຕັ້ງ ແລະ ປະທານບໍລິຫານມູນນິທິ ບອກວ່າ : ນາງໝັ້ນໃຈວ່າ “ໝາຂອງພວກເຮົາຈະສາມາດດົມຫາກິ່ນໂຄວິດ – 19 ໄດ້ແນ່ນອນ” ແລະ ຫາກເປັນແນວນັ້ນແທ້ ກໍຈະໃຫ້ໝາເຂົ້າສູ່ການທົດລອງໃນຂັ້ນຕໍ່ໄປຄື ປະຕິບັດງສານໃນສະຖານະການຈິງ.
ກ່ອນໜ້ານີ້ ມີການຝຶກໝາໃຫ້ກວດຫາສັນຍານພະຍາດມາລາເຣຍມາແລ້ວ ຈາກໂຕຢ່າງກິ່ນຕີນ ເຊິ່ງໃນກໍລະນີນີ້ເປັນຖົງຕີນນີລົງທີ່ເດັກໃນປະເທດແກມເບຍທີ່ເບິ່ງຄືຈະສຸຂະພາບດີໃສ່.
ສາດສະດາຈານ ເຈມ ໂລແກນ ຈາກວິທະຍາໄລສຸຂະພາບ ແລະ ການຢາເຂດຮ້ອນແຫ່ງລອນດອນ ບອກວ່າ “ວຽກງານວິໄຈທີ່ຜ່ານມາພົບວ່າ ມາລາເຣຍມີກິ່ນທີ່ໂດດເດັ່ນ ແລະ ເຮົາກໍຝຶກໝາເພື່ອການກວດຫາທາງການແພດຈົນສາມາດກວດຫາມາລາເຣຍໄດ້ຢ່າງຖືກຕ້ອງ” ດ້ວຍເຫດນີ້ ພ້ອມກັບຄວາມຮູ້ທີ່ມີວ່າພະຍາດທາງລະບົບການຫາຍໃຈສາມາດປ່ຽນກິ່ນຮ່າງກາຍໄດ້ ພວກເຂົາຈຶ່ງມີຄວາມຫວັງ ແລະ ກ່ອນໜ້ານີ້ ນັກວິໄຈຍັງສາມາດຝຶກໃຫ້ໝາກວດຫາມະເຮັງບາງຊະນິດ ແລະ ພະຍາດພາຄິນສັນໃນມະນຸດສຳເລັດມາແລ້ວ.