ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 22 ສິງຫາ 2020
- Recep Tayyip Erdogan ປະທານາທິບໍດີຂອງປະເທດຕວກກີ ໄດ້ປະກາດການຄົ້ນພົບແກັສໃນບໍລິເວນທະເລດຳ (Black Sea) ເປະລິມານສູງເຖິງ 320 ຕື້ກວ່າລິດ ເຊິ່ງຖືເປັນຂ່າວດີສຳລັບປະເທດຂອງທ່ານທີ່ກຳລັງຢູ່ໃນຄວາມເຄັ່ງຕຶງ.
ຕວກກີຕົກຢູ່ໃນສະພາບວິກິດຄ່າເງິນ ແລະ ຕະຫລາດແລກປ່ຽນເງິນຕາຕ່າງປະເທດ ໄດ້ຜະເຊີນບັນຫາຮຸນແຮງຂຶ້ນຈາກນະໂຍບາຍຂອງ Erdogan ແລະ ຂະນະດຽວກັນ ຍັງມີຄວາມຂັດແຍ່ງກັບປະເທດເກຣັກສຳລັບການສຳຫລວດນ້ຳມັນ ແລະ ແກັສຢູ່ທະເລເມດິເຕລານຽນ.
- ຮົງກົງກ່າວວ່າພວກເຂົາຈະທ້າທາຍກົດໝາຍຂອງອາເມລິກາທີ່ບັງຄັບໃຫ້ອົງການການຄ້າໂລກ (WTO) ຕິດປ້າຍການສົ່ງອອກຈາກເມືອງຮົງກົງວ່າ “Made in China”.
ໃນເດືອນຜ່ານມາ ປະທານາທິບໍດີ ໂດນັລ ທຣຳ ກ່າວວ່າ: ອາເມລິກາຈະບໍ່ຖືວ່າຮົງກົງເປັນດິນແດນປົກຄອງຕົນເອງທີ່ແຍກຈາກຈີນແຜ່ນດິນໃຫຍ່ອີກຕໍ່ໄປ ໂດຍອ້າງວ່າກົດໝາຍຄວາມໝັ້ນຄົງສະບັບໃໝ່ທີ່ລັດຖະບານປັກກິ່ງບັງຄັບໃຊ້ຢູ່ເມືອງຮົງກົງໄດ້ທຳລາຍຄວາມເປັນເອກະລັກ ແລະ ໂຄງສ້າງທາງການຄ້າຂອງຮົງກົງ.
ນັບແຕ່ປີ 1995 ເປັນຕົ້ນມາ ຮົງກົງໄດ້ເຂົ້າຮ່ວມກັບ WTO ໃນຖານະດິນແດນປົກຄອງຕົນເອງ ເຊິ່ງເປັນໄລຍະເວລາ 6 ປີກ່ອນການຈັດຕັ້ງສາທາລະນະລັດ ປະຊາຊົນຈີນ (People’s republic of china).
- ຕຳຫລວດຂອງ ສ.ເກົາຫລີ ໄດ້ອອກໝາຍຄົ້ນສຳລັບຜູ້ທີ່ມີລາຍຊື່ຢູ່ໃນໂບດຂອງສາສະໜາຄຣິດ ຫລັງຈາກຫລ້າສຸດມີການລະບາດຂອງ COVID-19 ເກີດຂຶ້ນອີກ ໂດຍທາງການກ່າວວ່າການຕິດເຊື້ອທັງ 2 ຮອບນີ້ມີການເຊື່ອມໂຍງກັບກຸ່ມສາສະໜາດັ່ງກ່າວ.
ສຳລັບການລະບາດໃນປັດຈຸບັນ ມີສະມາຊິກຂອງໂບດຄຣິດສະຕະຈັກ 700 ກວ່າຄົນທີ່ໄດ້ຮັບການທົດສອບໄວຣັສເປັນບວກ ເຊິ່ງລວມທັງຜູ້ນຳຂອງໂບດ. ຂະນະທີ່ສະມາຊິກຂອງຄຣິດສະຕະຈັກກ່າວວ່າ: ລັດຖະບານ ສ.ເກົາຫລີ ສ້າງຜົນລັບປອມຂຶ້ນມາ.
- ທາງການຣັດເຊຍອະນຸຍາດໃຫ້ Alexei Navalny ເຊິ່ງເປັນຄູ່ຕໍ່ສູ້ສຳຄັນທີ່ສຸດຂອງ Vladimir Putin ບິນໄປເຢຍລະມັນເພື່ອຮັບການປິ່ນປົວຢ່າງຮີບດ່ວນ ຫລັງຈາກລາວເປັນລົມຢ່າງກະທັບຫັນໃນວັນທີ 20 ສິງຫາຜ່ານມາ ໂດຍລູກນ້ອງຂອງລາວເຊື່ອວ່າລາວຖືກວາງຢາພິດ.
ໃນຂັ້ນຕົ້ນ ແພດຊາວຣັດເຊຍກ່າວວ່າ: ລາວປ່ວຍເປັນພະຍາດກ່ຽວກັບລະບົບເຜົາຜານ ແລະ ອ່ອນແອເກີນກວ່າຈະເຄື່ອນໄຫວໄດ້ ແລະ ປັດຈຸບັນເຮືອບິນໄດ້ລົງຈອດຢູ່ນະຄອນຫລວງເບີລິນ ເຊິ່ງເປັນເມືອງຫລວງຂອງປະເທດເຢຍລະມັນຮຽບຮ້ອຍແລ້ວ ເຖິງວ່າ Navalny ຍັງຢູ່ໃນອາການໜັກ ແລະ ບໍ່ໄດ້ສະຕິ.
- ໜີ້ຂອງລັດຖະບານອັງກິດເພີ່ມຂຶ້ນສູງກວ່າ 2,6 ລ້ານໂດລາ ເປັນຄັ້ງທຳອິດໃນປະຫວັດສາດ ເນື່ອງຈາກການໃຊ້ຈ່າຍທີ່ກ່ຽວຂ້ອງກັບການແຜ່ລະບາດເຊັ່ນ: ໂຄງການປົກປ້ອງການຈ້າງງານຂອງລັດຖະບານ.
ຕົວເລກດັ່ງກ່າວສູງກວ່າມູນຄ່າການຜະລິດສິນຄ້າ ແລະ ບໍລິການປະຈຳປີຂອງປະເທດ ແລະ ດ້ວຍເຫດຜົນນີ້ອາດເຮັດໃຫ້ລັດຖະບານຈຳເປັນຕ້ອງສະໜັບສະໜູນເສດຖະກິດຕໍ່ໄປ ເຖິງວ່າພວກເຂົາໄດ້ປະກາດວ່າຈະມີການຫລຸດຂະໜາດຂອງມາດຕະການສະໜັບສະໜູນຕ່າງໆລົງ.
ໂຄງການສະໜັບສະໜູນງານຂອງລັດຖະບານມີກຳນົດສິ້ນສຸດໃນເດືອນຕຸລາຈະເຖິງນີ້.
- ລັດຖະບານລີເບຍຢູ່ເມືອງ Tripoli ທີ່ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ (UN) ແລະ ລັດຖະບານຝ່າຍຄ້ານທີ່ອາໄສຢູ່ທາງຕາເວັນອອກຂອງປະເທດ ໄດ້ຮຽກຮ້ອງໃຫ້ມີການຢຸດຍິງ ແລະ ຈັດຕັ້ງໃຫ້ເມືອງ Sirte ກາຍເປັນເຂດປອດທະຫານ.
ປະເທດລີເບຍໄດ້ຜະເຊີນຄວາມວຸ້ນວາຍມາແຕ່ປີ 2011 ແລະ ຄວາມຂັດແຍ່ງດັ່ງກ່າວໄດ້ຮຸນແຮງຂຶ້ນເມື່ອບໍ່ດົນມານີ້ ອີກທັງຍັງມີອຳນາດຈາກຕ່າງປະເທດເຂົ້າມາກ່ຽວຂ້ອງກັບຄວາມຂັດແຍ່ງພາຍໃນປະເທດເພີ່ມຂຶ້ນ.
- ໄຟໄໝ້ປ່າຢູ່ລັດ California ໄດ້ທະວີຄວາມຮຸນແຮງຂຶ້ນເກີນກວ່າຄວາມສາມາດຂອງລັດຖະບານທ້ອງຖິ່ນຈະຢຸດໄດ້ ໂດຍຫລ້າສຸດ Gavin Newsom ໄດ້ຮ້ອງຂໍການຊ່ວຍເຫລືອຈາກກອງກຳລັງມອດໄຟຂອງລັດອື່ນໆ. ນອກຈາກນີ້ ຍັງຂໍການຊ່ວຍເຫລືອເພີ່ມຕື່ມໄປຫາຕ່າງປະເທດ ຄືການາດາ ແລະ ອົດສະຕຣາລີເຊັ່ນກັນ.
ໄຟໄໝ້ປ່າຄັ້ງນີ້ຖືກຈູດຂຶ້ນໂດຍເຫດການຟ້າຜ່າ 12.000 ກວ່າຄັ້ງ ແລະ ເຮັດໃຫ້ເກີດໄຟໄໝ້ຂຶ້ນຢູ່ຈຸດຕ່າງໆຫລາຍກວ່າ 500 ຄັ້ງ ແລະ ໄດ້ສ້າງມົນລະພິດທາງອາກາດເປັນອັນຕະລາຍຕໍ່ຄົນທີ່ອາໄສຢູ່ອ້ອມແອ້ມບໍລິເວນແຄມຝັ່ງຕາເວັນຕົກຂອງລັດ. ນອກຈາກນີ້ ຄວັນຍັງລອຍໄປໄກຮອດລັດ Nebraska ທາງທິດຕາເວັນອອກຂອງປະເທດ.
- Mike Pence ຮອງປະທານາທິບໍດີຂອງອາເມລິກາ ໄດ້ປະຕິເສດທິດສະດີ QAnon* ວ່າເປັນພຽງ 1 ໃນທິດສະດີສົມຄົບຄິດຂອງໂລກອອນລາຍ ໂດຍຄວາມຄິດເຫັນຂອງທ່ານເກີດຂຶ້ນ 2 ວັນຫລັງຈາກທ່ານ ໂດນັລ ທຣຳ ກ່າວວ່າທ່ານໄດ້ຍິນເລື່ອງຂອງຜູ້ທີ່ສະໜັບສະໜູນຄວາມຄິດເຫລົ່ານີ້ວ່າເປັນກຸ່ມບຸກຄົນທີ່ຮັກປະເທດ ແລະ ໄດ້ປະຕິເສດຈະປະນາມທິດສະດີດັ່ງກ່າວ.
*QAnon ຄືທິດສະດີທີ່ກ່າວວ່າ: “ທ່ານ ໂດນັລ ທຣຳ ກຳລັງກອບກູ້ໂລກໂດຍການເຮັດສົງຄາມແບບລັບໆກັບກຸ່ມທີ່ເອີ້ນວ່າ: Deep-State (ລັດລືກ) ເຊິ່ງເປັນລັດທິບູຊາຊາຕານທີ່ປະກອບໄປດ້ວຍກຸ່ມຜູ້ມີອຳນາດໃນລະດັບຫົວກະທິ ແລະ ກຳລັງກຸມອຳນາດຢູ່ເບື້ອງຫລັງການປົກຄອງຂອງລັດຖະບານ, ທຸລະກິດ ແລະ ສື່ຕ່າງໆໃນປັດຈຸບັນ.
ຂະນະດຽວກັນ, ກຸ່ມຜູ້ສະໜັບສະໜູນທິດສະດີນີ້ຍັງເຊື່ອວ່າ: ແຫລ່ງຂ່າວລັບຂອງທ່ານ ທຣຳ ກຳລັງໃຫ້ເບາະແສທາງອອນລາຍກ່ຽວກັບກຸ່ມຜູ້ທີ່ກຸມອຳນາດຢູ່ເບື້ອງຫລັງຈຳນວນຫລາຍ ເຊິ່ງລວມທັງຄົນທີ່ຄິດຮ້າຍຕໍ່ປະທານາທິບໍດີໃນຂະນະທີ່ທ່ານກຳລັງຕໍ່ສູ້ກັບ Deep-State.