ນັກການເມືອງຝ່າຍກົງກັນຂ້າມຊາວລັດເຊຍ ສະຫຼົບກະທັນຫັນ


ແຫຼ່ງຂ່າວ baoquocte, ວັນທີ 21 ສິງຫານີ້ໃຫ້ຮູ້ວ່າ: ໃນກອງປະຊຸມຖະແຫຼງຂ່າວຮ່ວມກັບປະທານາທິບໍດີ ຝຼັ່ງ Emmanuel Macron ເມື່ອວັນທີ 20 ສິງຫານັ້ນ, ນາຍົກລັດຖະມົນເຢຍລະມັນ Angela Merkel ຮຽກຮ້ອງໃຫ້ມີການຊີ້ແຈງສາເຫດໃນກໍລະນີນັກການເມືອງຝ່າຍກົງກັນຂ້າມຊາວລັດເຊຍ Alexei Navalny ຖືກສະຫຼົບຢ່າງກະທັນຫັນ.
ໃນຂະນະທີ່ຖະແຫຼງຕໍ່ສື່ມວນຊົນ ຂອງນາຍົກລັດຖະມົນຕີ Merkel ນັ້ນ, ທ່ານໃຫ້ຮູ້ວ່າ: ຕາມທີ່ທ່ານຮູ້ ມາເຖິງປັດຈຸບັນສະພາບຂອງນັກການເມືອງຄົນດັ່ງກ່າວບໍ່ທັນມີຫຍັງດີຂຶ້ນເລີຍ, ບັນຫາທີ່ຮີບດ່ວນກໍຄືຊີ້ແຈງສາເຫດທີ່ຢູ່ເບື້ອງຫຼັງຂອງເຫດການໃຫ້ໄດ້.
ທ່ານນາງ Merkel ຢືນຢັນວ່າ, ຖ້າຫາກຮຽກຮ້ອງໃຫ້ການຊ່ວຍເຫຼືອ, ແບັກລີນ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອທາງດ້ານການແພດ ພ້ອມເອົາໄປປິ່ນປົວຢູ່ໃນໂຮງໝໍທີ່ດີທີ່ສຸດໃນເຢຍລະມັນ.
ນັກການເມືອງຝ່າຍກົງກັນຂ້າມຊາວລັດເຊຍຄົນນີ້, ຢູ່ໃນສະພາບສະຫຼົບ ແລະ ກຳລັງດູແລເບີ່ງແຍງເປັນພິເສດຢູ່ທີ່ໂຮງໝໍສຸກເສີນນຳເບີໜຶ່ງ ໃນແຂວງ Omsk ທີ່ຂຶ້ນກັບ Siberia. ຜູ້ປະກາດຂ່າວຂອງທ່ານ Navalny ໃຫ້ຮູ້ວ່າ: ນັກການເມືອງຄົນນີ້ ຖືກວາງຢາເບື່ອໃນຖ້ຽວບິນບິນຈາກ ມົສສະໂກຂອງລັດເຊຍເມື່ອວັນທີ 20 ສິງຫາ, ພາຍຫຼັງແວ່ດື່ມນໍ້າຊາຢູ່ໃນຮ້ານກາເຟແຫ່ງໜຶ່ງທີ່ສະໜາມບິນເມືອງ Tomsk, ທາງພາກຕາເວັນຕົກຂອງ Siberia.
ຂ່າວ: ລູກເມືອງພວນ.