ຍ້ອນຫຍັງອະດີດທີ່ປຶກສານຳເບີໜຶ່ງຂອງ ທຣຳ ຈຶ່ງຖືກຈັບ?

ສຳນັກຂ່າວ baoquocte, ລາຍງານວັນທີ 21 ສິງຫານີ້ໃຫ້ຮູ້ວ່າ: ວັນທີ 20 ສິງຫາເຈົ້າໜ້າທີ່ຂອງສະຫະລັດໄດ້ຈັບຕົວທ່ານ Steve Bannon, ອະດີດທີ່ປຶກສາຂອງປະທານາທິບໍດີທຣຳ, ພ້ອມກັບພວກອີກ 3 ຄົນ, ດ້ວຍຂໍ້ຫາຫຼອກລວງເອົາເງິນຫຼາຍແສນໂດລາ ຈາກຜູ້ອຸປະຖຳເງິນສ້າງກຳແພງຊາຍແດນກັບ ແມັກຊິກໂກ.
ໄອຍະການຂອງສະຫະລັດໃຫ້ຮູ້ວ່າ: ພວກເຂົາໄດ້ສ້າງຂະບວນການຮຽກຮ້ອງເງິນຊ່ວຍເຫຼືອແບບທາງໄກຈາກຜູ້ອຸປະຖຳທີ່ມີຊື່ວ່າ “We Build the Wall” (ພວກເຮົາສ້າງກຳແພງ), ພວກເຂົາ ໄດ້ເງິນມາທັງໝົດ 25 ລ້ານໂດລາ. ເຖິງແມ່ນວ່າພວກເຂົາຈະປະກາດວ່າ ຈະເອົາເງິນທີ່ເກັບໄດ້ໄປສ້າງກະແພງ ແຕ່ເຂົາຊໍ້າເອົາໄປໃຊ້ຈ່າຍສ່ວນຕົວ. ທ່ານ Bannon ຖືກກ່າວຫາວ່າ ໄດ້ຮັບເງິນ 1 ລ້ານໂດລາ, ໂດຍຜ່ານອົງກອນບໍ່ຮຽກຮ້ອງຜົນກຳໄລ.
ນອກຈາກນັ້ນ ທ່ານ Bannon ພ້ອມກັບພັກພວກເຊັ່ນ: Brian Kolfage, Andrew Badolato ແລະ Timothy Shea ກໍຖືກຮ້ອງຟ້ອງເຊັ່ນດຽວກັນ. ຕາມແຜນການແລ້ວ, ທ່ານ Kolfage ຖືກນຳຂຶ້ນສານລະຫວ່າງລັດຢູ່ທີ່ລັດ Florida ໃນວັນທີ 20 ສິງຫາ, ອະດີດທີ່ປຶກສາ Bannon ຈະໃຫ້ການຕໍ່ສານທີ່ລັດ Manhattan, ສ່ວນຜູ້ຕ້ອງຫາອີກສອງຄົນຈະຖືກນຳຂຶ້ນສານຄຸ້ມຂອງລັດ Florida ແລະ Colorado.
ອະດີດທີ່ປຶກສາ Bannon ໄດ້ປະຕິເສດຂໍ້ຫາດັ່ງກ່າວ ແລະ ຈະໄດ້ຮັບອິດສະຫຼະພາບພາຍຫຼັງຈ່າຍເງິນຄໍ້າປະກັນໃນມູນຄ່າ 5 ລ້ານໂດລາ.
ທ່ານ
Steve Bannon ເປັນຜູ້ໜຶ່ງທີ່ມີຜົນງານໃນການປະກອບສ່ວນໃຫ້ ທຣຳ ໃນວຽກງານເລືອກຕັ້ງປະທານາທິບໍດີໃນປີ 2016, ຫຼັງຈາກນັ້ນກໍຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຈຸທີ່ປຶກສາຍຸດທະສາດຂອງ ທຣຳ. ເດືອນສິງຫາ 2017 ທ່ານ Bannon ໄດ້ອອກຈາກທຳນຽບຂາວ,
ຂ່າວ: ລູກເມືອງພວນ.