Samsung ເປີດຕົວ Folder Flip 2 ໂທລະສັບມືຖືສໍາລັບຄົນທີ່ຮັກແບບຝາພັບ
June 25, 2017 - 1:54 PM




ໃນປັດຈຸບັນນີ້ ໂທລະສັບມືຖືໃນທ້ອງຕະຫຼາດດີໄຊເປັນແບບແທ່ງ (Bar) ກັນໝົດ ກໍຍັງມີຫຼາຍຄົນທີ່ຄິດຮອດໂທລະສັບແບບຝາພັບຢູ່ (Flip) ແຕ່ແງ່ຂອງການໃຊ້ງານແລ້ວ ມືຖືແບບແທ່ງໃຊ້ງານໄດ້ສະດວກກວ່າ ເຮັດໃຫ້ມືຖືຝາພັບເສື່ອມຄວາມນິຍົມລົງເລື່ອຍໆ.


ລ່າສຸດມີຂ່າວດີ ແລະຂ່າວຮ້າຍສໍາລັບຄົນທີ່ຢາກໄດ້ມືຖືແບບຝາພັບ ຂ່າວດີຄື: Samsung ໄດ້ເປີດໂຕມືຖືແບບຝາພັບລຸ້ນໃຫມ່ Folder Flip 2 ແລ້ວ. Folder Flip 2 ພ້ອມກັບລະບົບປະຕິບັດການ Android 7.0 Nougat, ໜ້າຈໍມີຂະນາດ 3.8 ນີ້ວ, ແຣມ 2GB, ແບັດເຕີຣີ 1,950mAh, ໜ່ວຍຄວາມຈໍາສູງສຸດ 256GB ແລະຊີພີຢູ Quad-core 1.4GHz ມີໃຫ້ເລືອກ 2 ລຸ້ນ ຄື: ລຸ້ນ 3G ແລະລຸ້ນ LTE ແລະມີໃຫ້ເລືອກ 2 ສີຄື: ສີດໍາ ແລະສີບົວ ລາຄາຢູ່ທີ່ປະມານ 8,850 ບາກ. ສ່ວນຂ່າວຮ້າຍຄື: Folder Flip 2 ຈະວາງຈໍາໜ່າຍຢູ່ພຽງປະເທດເກົາຫຼີເທົ່ານັ້ນ.

