ລາວຟອດ ນຳສະເໜີລົດຂົນສົ່ງເງິນນິລະໄພຮຸ່ນໃໝ່
March 20, 2017 - 11:09 AM


ໃນວັນທີ 16 ມີນາຜ່ານມານີ້, ບໍລິສັດ ເອເອັມເອ ລາວ ແລະ ບໍລິສັດ ລາວຟອດ ຊີຕີ, ໄດ້ຈັດພິທີນຳສະເໜີລົດຂົນເງິນ ຟອດ ເອເວີເຣດທ໌ ຮຸ່ນໃໝ່, ຊຶ່ງເປັນລົດຂົນເງິນທີ່ມີຂະໜາດໃຫຍ່, ມີຕູ້ນິລະໄພທີ່ມີລະບົບລ໋ອກເຖິງ 2 ຊັ້ນ ເພື່ອປ້ອງກັນການໂຈລະກຳຈາກກຸ່ມຄົນບໍ່ດີ, ພ້ອມທັງຮັບປະກັນຄວາມປອດໄພສູງເປັນຕົ້ນ ມີລະບົບການແຈ້ງເຕືອນສຸກເສີນກໍລະນີລົດຈະເກີດອຸປະຕິເຫດ, ມີຊຸດປະຖົມພະຍາບານເບື້ອງຕົ້ນ, ມີລະບົບສັນຍານເຕືອນກໍລະນີລົດເກີດໄຟໄໝ້, ມີຖັງດັບເພີງ, ໂຄມໄພ ແລະ ອຸປະກອນກວດຈັບຄວັນນຳອີກ.