Michelle Obama ປະນາມໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນອາເມລິກາ ຢ່າເລືອກ ທຣຳ ເປັນປະທານາທິບໍດີ

michelle obama ປະນາມໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນອາເມລິກາ ຢ່າເລືອກ ທຣຳ ເປັນປະທານາທິບໍດີ - 555 37 - Michelle Obama ປະນາມໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນອາເມລິກາ ຢ່າເລືອກ ທຣຳ ເປັນປະທານາທິບໍດີ
michelle obama ປະນາມໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນອາເມລິກາ ຢ່າເລືອກ ທຣຳ ເປັນປະທານາທິບໍດີ - kitchen vibe - Michelle Obama ປະນາມໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນອາເມລິກາ ຢ່າເລືອກ ທຣຳ ເປັນປະທານາທິບໍດີ

ແຫຼ່ງຂ່າວຈາກ vnnet, ວັນທີ 18 ສິງຫານີ້ ລາຍງານໃຫ້ຮູ້ວ່າ: ອະດີດສະຕີນຳເບີໜຶ່ງ Michelle Obamaໄດ້ອອກມາຕຳນິວິຈານຢ່າງໜັກຕໍ່ປະທານາທິບໍດີຄົນປັດຈຸບັນ ດໍໂນທຣຳ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນອາເມລິກາຢ່າປ່ອນບັດເລືອກເອົາ ທຣຳ ເປັນປະທານາທິບໍດີອີກຄັ້ງ.

ໜັງສືພິມ Axios ໃຫ້ຮູ້ວ່າ: ພັນລະຍາຂອງອະດີດປະທານາທິບໍດີ Barack Obama ໄດ້ສ້າງຄວາມສົນໃຈໃຫ້ແກ່ກອງປະຊຸມໃຫ່ຍຂອງພັກ ດີໂມແຄຣດ ໃນວັນທີ 18 ສິງຫາ ດ້ວຍບົດປາໄສວິພາກວິຈານ ທຣຳ ຢ່າງອອກໜ້າອອກຕາ.

michelle obama ປະນາມໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນອາເມລິກາ ຢ່າເລືອກ ທຣຳ ເປັນປະທານາທິບໍດີ - Visit Laos Visit SALANA BOUTIQUE HOTEL - Michelle Obama ປະນາມໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນອາເມລິກາ ຢ່າເລືອກ ທຣຳ ເປັນປະທານາທິບໍດີ

ທ່ານນາງ Obama ໃຫ້ຮູ້ວ່າ: ຈາກສະພາບການຕິດເຊື້ອໂຄວິດ-19ເພີ່ມຂຶ້ນຢ່າງໄວວາ, ການຖົດຖອຍທາງດ້ານເສດຖະກິດຂອງປະເທດ, ລວມທັງບັນຫາການຈຳແນກເຊື້ອຊາດຜິວພັນ, ການສຳພັນກັບຕ່າງປະເທດນັ້ນ, ປະທານາທິບໍດີຄົນປັດຈຸບັນໄດ້ສ້າງ “ຄວາມສັບສົນ, ແບ່ງແຍກ ແລະ ຂາດຄວາມເຫັນອົກເຫັນໃຈ”.

ທ່ານນາງ Obama ກ່າວວ່າ: “ຈົ່ງໃຫ້ຂ້ອຍເວົ້າແບບຕົງໆຈາກໃຈຈິງ ແລະ ເປັນທີ່ຈະແຈ້ງວ່າ: ການທີ່ເລືອກເອົາ ທຣຳ ມາເປັນປະທານາທິບໍດີແມ່ນຄວາມຜິດພາດຂອງປະເທດພວກເຮົາ. ເຂົາມີເວລາພຽງພໍທີ່ຈະພິສູດໃຫ້ເຫັນວ່າ ເຂົາອາດຈະເຮັດວຽກໄດ້, ແຕ່ເຂົາກັບກາຍມາເປັນຄົນບໍ່ຮູ້ຫຍັງເລີຍ, ເຂົາບໍ່ເໝາະສົມເປັນຜູ້ນຳໃນໄລຍະນີ້ ແລະ ເຂົາກໍບໍ່ແມ່ນຄົນທີ່ພວກເຮົາຕ້ອງການໃນເວລານິີ້”.

ອະດີດສະຕີນຳເບີໜຶ່ງ ໄດ້ຢໍ້າຄືນບົດມີຄຳເຫັນຕໍ່ກອງປະຊຸມຜູ້ແທນທົ່ວປະເທດຂອງພັກ ດີໂມແຄຣດ ປີ 2016 ວ່າ: “ໃນຂະນະທີ່ທຸກຄົນຢູ່ອ້ອມຂ້າງພວກເຮົາກຳລັງດຶງພວກເຮົາລົງ, ພວກເຮົາກໍຍິ່ງເງີຍຫົວຂຶ້ນໃຫ້ສູງ”. ທ່ານນາງ Obama ອະທິບາຍເພີ່ມເຕີມວ່າ: ບົດຄວາມດັ່ງກ່າວບໍ່ໝາຍຄວາມວ່າທຸກຄົນ “ມີແຕ່ຍິ້ມຫົວ ແລະ ເວົ້າແຕ່ຄວາມງາມໆ ເມື່ອປະເຊີນໜ້າກັບຄວາມຊົ່ວຊ້າ ແລະ ສາມານ”, ພວກເຮົາຕ້ອງມີຄວາມກ້າຫານປະເຊີນໜ້າ ເພື່ອ ລົບລ້າງ ແລະ ຢຶດໝັ້ນໃນເສັ້ນທາງຂຶ້ນສູ່ຈຸດສູງ.

ຂ່າວ: ລູກເມືອງພວນ.

 

 

michelle obama ປະນາມໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນອາເມລິກາ ຢ່າເລືອກ ທຣຳ ເປັນປະທານາທິບໍດີ - 3 - Michelle Obama ປະນາມໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນອາເມລິກາ ຢ່າເລືອກ ທຣຳ ເປັນປະທານາທິບໍດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!