ຊ້າງໂລກຊ້າງລາວ ປະເທດລາວໃນເມື່ອກ່ອນຊື່ວ່າ “ອານາຈັກລາວລ້ານຊ້າງ”


(ລະນຶກວັນ ຊ້າງໂລກ ວັນທີ 12 ສິງຫາ)
ໂດຍ: ມຶກບໍ່ແຫ້ງ
ຊ້າງເປັນສັດ ທີ່ຖືກຈັດໃນບັນຊີ ທີ່ໃກ້ຈະສູນພັນ ເພາະສະນັ້ນ ວັນຊ້າງໂລກ ຈຶ່ງມີຄວາມໝາຍສຳຄັນ ທີ່ສຸດ ທີ່ ເປັນໂອກາດ ໃນການທົບທວນວ່າ ຊ້າງພວກເຮົາ ໄດ້ຮັບການອະນຸລັກດີແລ້ວບໍ່?
ໃນທົ່ວໂລກ ຕ່າງກໍວິຕົກກັງວົນມາຫຼາຍປີ ເຖິງຈຳນວນທີ່ຫຼຸດລົງຂອງຊ້າງ ໂດຍສະເພາະ ຊ້າງອາຊີ ຍ້ອນການ ຄ້າຂາຍ ງາ, ການສູນເສຍທີ່ຢູ່ອາໄສຂອງຊ້າງ ແລະ ອື່ນໆ ທີ່ເປັນ ອາຊະຍາກຳທາງດ້ານ ສິ່ງແວດລ້ອມ ອັນໄດ້ເຮັດໃຫ້ ມີຄວາມຮີບຮ້ອນໃນການ ຮັກສາຊ້າງໄວ້.
ບໍ່ມີຂໍສົງໄສເລີຍວ່າ ສປປລາວ ເຄີຍມີ ຊ້າງຢ່າງຫຼວງຫຼາຍ ຈົນໄດ້ຕັ້ງຊື່ເປັນ ອານາຈັກລາວລ້ານຊ້າງ ເພາະສະນັ້ນ ຊ້າງແມ່ນສັດທີ່ຢູ່ຄູ່ບ້ານຄູ່ເມືອງພວກເຮົາມາດົນນານແລ້ວ, ຕິດພັນກັບ ຮີດຄອງປະເພນີຫຼາຍຂອງຄົນລາວ.
ແຕ່ໜ້າເສຍດາຍວ່າ ມາຮອດປັດຈຸບັນ ຊ້າງໃນ ສປປລາວ ກໍໄດ້ຫຼຸດລົງເຊັ່ນກັນ ຍ້ອນຫຼາຍສາເຫດ ໃນນັ້ນ ກໍລວມມີ ການບຸກລຸກ ທີ່ຢູ່ອາໄສຂອງຊ້າງ, ການລ່າຊ້າງ ເພື່ອເອົາງາ ແລະ ອື່ນໆ ເຊິ່ງເປັນເລື່ອງທີ່ໜ້າເສົ້າໃຈ ທີ່ເຫັນ ສັດທີ່ເປັນເອກະລັກ ຂອງຊາດນີ້ກຳລັງຖືກຄຸກຄາມ.
ຄວາມຫວັງ ໃນການຮັກສາ ປະຊາກອນຊ້າງກໍພໍມີ ປະກາຍຂຶ້ນມາ ເມື່ອຂະບວນການຊຸກຍູ້ສົ່ງເສີມໃນການ ອະນຸລັກ ຊ້າງ ເປັນຮູບຮ່າງຂຶ້ນມາໃນປີ 2001 ເມື່ອລັດຖະບານເຮົາ ສົມທົບກັບ ອົງການຈັດຕັ້ງສາກົນ ທີ່ມາຈາກປະເທດຝຣັ່ງ ໂດຍໄດ້ໃນການຈັດຄາຣາວານ ຊ້າງ ທີ່ຍ່າງ 1300 ກິໂລແມັດ ແຕ່ໃຕ້ຮອດເໜືອຂອງປະເທດ ເພື່ອສ້າງຈິດສຳນຶກ ໃນການອະນຸລັກຊ້າງ ຂອງສປປລາວ ທີ່ປະຊາກອນ ນັບມື້ນັບຫຼຸດລົງ.
ແລະມາຮອດ ປີ 2010 ລັດຖະບານຮ່ວມກັບ ອົງການຈັດຕັ້ງສາກົນ ຝຣັ່ງນັ້ນ ໄດ້ ສ້າງຕັ້ງ ສູນອະນຸລັກຊ້າງ ຂຶ້ນ ຢູ່ແຂວງ ໄຊຍະບູລີ ທີ່ມີຊ້າງ ລ້ຽງ 75% ຂອງປະເທດ ແລະ ເປັນບ່ອນທີ່ໃສ່ຊື່ວ່າ ໂຮງໝໍຊ້າງ ແຫ່ງດຽວໃນປະເທດເຮົາ.
ຕິດພັນກັບ ການອະນຸລັກຊ້າງ ຂອງລາວນັ້ນ ພວກເຮົາ ຍັງຮູ້ກັນດີ ແມ່ນງານບຸນຊ້າງ ຢູ່ແຂວງໄຊຍະບູລີ ເຊິ່ງມາຮອດ ປັດຈຸບັນ ເອີ້ນວ່າ ເປັນງານບຸນທີ່ສຳຄັນຂອງປະເທດເຮົາແລ້ວ ໂດຍສະເພາະ ໃນການສົ່ງເສີມການ ອະນຸລັກຊ້າງ, ສົ່ງເສີມວັດທະນະທຳ ຕິດພັນກັບການທ່ອງທ່ຽວ.
ແຕ່ນັ້ນ ບໍ່ອາດພຽງພໍ ໃນການຮັກສາຊ້າງພວກເຮົາ, ວັນຊ້າງສາກົນນັ້ນ ພວກເຮົາ ຍັງບໍ່ທັນໄດ້ມີຂະບວນການ ອັນໃດ ທີ່ເປັນທີ່ເດັ່ນຊັດ ໃຫ້ມວນເຫັນວ່າ ຊ້າງຂອງລາວນັ້ນ ສຳຄັນພຽງໃດ ໃນການປະກອບສ່ວນ ໃນຄວາມພະຍາຍາມໃນການຮັກສາຊ້າງຂອງໂລກ, ມາບັດນີ້ ເວົ້າໄດ້ວ່າ ຊ້າງຂອງລາວ ບໍ່ພຽງແຕ່ແມ່ນ ຊັບສົມບັດ ທີ່ສຳຄັນ ສຳລັບຄົນລາວ ແຕ່ຍັງມີຄວາມສຳຄັນ ຕໍ່ການຮັກສາຊ້າງຂອງສາກົນຕື່ມອີກ.
ໃນປີ 2017 ທີ່ພວກເຮົາຮູ້ນຳກັນວ່າ ທ່ານາຍົກ ກໍຄືລັດຖະບານໄດ້ ຍຸຕິການຂົນສົ່ງຊ້າງລາວ ທີ່ຜິດກົດໝາຍ ຈຳນວນ 13 ໂຕອອກ ໄປຕາເວັນອອກກາງນັ້ນ ໄດ້ສະແດງໃຫ້ເຫັນ ເຖິງເຈດຈຳນົງວ່າ ການອະນຸລັກຮັກສາຊ້າງ ຂອງລາວສຳຄັນພຽງໃດ ເຊິ່ງຢູ່ເໜືອອຳນາດເງິນຄຳ.
ພວກເຮົາສາມາດ ສົ່ງເສີມການອະນຸລັກຊ້າງໄດ້ຫຼາຍຊ່ອງທາງ, ຖາມວ່າພວກເຮົາຈຳເປັນແທ້ບໍ່ ທີ່ຈະຊື້ງາຊ້າງມາປະດັບເຮືອນຊານ ສະຖານທີ່? ເຮົາຈະເອົາ ປ່າດົງທີ່ຕຶບໜາທີ່ເປັນທີ່ອາໄສຂອງຊ້າງ ແລະ ຊີວະນາໆພັນອື່ນໆນັ້ນ ແລກກັບການລົງທຶນທີ່ສ່ວນຫຼາຍ ບໍ່ມີຄວາມຮັບຜິດຊອບນັ້ນບໍ່?