ລັດຖະມົນຕີກະຊວງການຕ່າງປະເທດສໍາເລັດການຢ້ຽມຢາມມາເລເຊຍ


ໃນການພົບປະສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດທີ່ມີມາແຕ່ດົນນານໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆຈົນເຖິງປັດຈຸບັນ, ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດຢ່າງເປັນປົກກະຕິໃນໄລຍະຜ່ານມາ, ພ້ອມນັ້ນສອງຝ່າຍຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດບາງດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາເຊັ່ນ: ຜົນສຳເລັດການຈັດກິດຈະກຳສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ມາເລເຊຍຄົບຮອບ 50 ປີ, ການເປີດຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດຢູ່ປະເທດຂອງກັນ ແລະ ກັນໃນປີ 2016 ຜ່ານມາ, ການຂະຫຍາຍຕົວດ້ານການຄ້າສອງຝ່າຍທີ່ສາມາດບັນລຸໄດ້ 30,9 ລ້ານໂດລາສະຫະລັດໃນປີ 2016 ເພີ່ມຂຶ້ນ 75% ເມື່ອທຽບໃສ່ປີຜ່ານມາ, ການເພີ່ມຂຶ້ນມູນຄ່າການລົງທຶນຂອງມາເລເຊຍຢູ່ລາວ, ເຊິ່ງມີປະມານ 820 ລ້ານໂດລາສະຫະລັດໃນປັດຈຸບັນກວມເອົາ 104 ໂຄງການ, ເຮັດໃຫ້ມາເລເຊຍກາຍເປັນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ລາວ, ການຂະຫຍາຍເສັ້ນທາງການບິນຕື່ມອີກ 1 ສາຍຂອງບໍລິສັດ Air Asia Berhad ຄືລະຫວ່າງກົວລາລຳເປີ-ຫລວງພະບາງຢ່າງເປັນທາງການໃນວັນທີ 21 ພະຈິກ 2016 ຜ່ານມາ, ເຊິ່ງເພີ່ມເປັນ 4 ຖ້ຽວຕໍ່ອາທິດລວມທັງສາຍການບິນເກົ່າຄືກົວລາລຳເປີ-ນະຄອນ
ຫລວງວຽງຈັນ ແລະ ຜົນສຳເລັດຂັ້ນຕອນການກະກຽມຮ່າງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວ ແລະ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງມາເລເຊຍ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລືກັນເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນໃນດ້ານຕ່າງໆໃຫ້ໄດ້ຮັບຫມາກຜົນຫລາຍຂຶ້ນເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງນຳກັນໃນອະນາຄົດອັນໃກ້ໆນີ້, ການຄົມມະນາຄົມເຊື່ອມຈອດ ແລະ ການທ່ອງທ່ຽວ, ການເງິນ-ທະນາຄານ, ລົງທຶນ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ພິເສດແມ່ນຈະເລີ່ມການພົວພັນຮ່ວມມືສອງຝ່າຍລະຫວ່າງສະຖາບັນການຕ່າງປະເທດຂອງລາວແລະ ສະຖາບັນການທູດ ແລະ ການພົວພັນຕ່າງປະເທດຂອງມາເລເຊຍ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະກຳມະການຮ່ວມ (JC) ຄັ້ງທີ 4. ຝ່າຍລາວໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນທີ່ມາເລເຊຍໄດ້ສະໜັບສະໜູນ ແລະ ຊ່ວຍເຫລືອໃນໂອກາດທີ່ ສປປ ລາວ ເປັນປະທານ ແລະ ຈັດກອງປະຊຸມທີ່ສຳຄັນຂອງອາຊຽນໃນປີ 2016, ສ່ວນຝ່າຍມາເລເຊຍໄດ້ຕີລາຄາສູງຕໍ່ການເປັນປະທານອາຊຽນ ແລະ ຜົນສຳເລັດໃນການຈັດກອງປະຊຸມສຳຄັນຕ່າງໆໃນໄລຍະດັ່ງກ່າວ. ສອງຝ່າຍຢືນຢັນຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນໃນວຽກງານຕ່າງໆຮ່ວມກັນໂດຍສະເພາະໃນກອບອາຊຽນ. ຝ່າຍລາວຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານມາເລເຊຍທີ່ໄດ້ໃຫ້ການຊ່ວຍເຫລືອໃນດ້ານຕ່າງໆໃນໄລຍະຜ່ານມາເຊັ່ນ: ການພິຈາລະນາປ່ຽນໃບຕາດິນຂອງສະຖານທູດລາວຢູ່ກົວລາລຳເປີເປັນກຳມະ
ສິດຖາວອນ, ການຊ່ວຍເຫລືອດ້ານການເງິນເພື່ອພັດທະນາ ແລະ ປັບປຸງລະບົບສາຍສົ່ງໄຟຟ້າຢູ່ນະຄອນຫລວງວຽງຈັນ ແລະ ພາກເໜືອເປັນຈຳນວນເງິນ 65 ລ້ານໂດລາສະຫະລັດ, ການຊ່ວຍເຫລືອດ້ານການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານໂຄງການ MTCP (Malaysia Technical Cooperation Programme), ຊຶ່ງນັບແຕ່ປີ 1991 ມາເຖິງປັດຈຸບັນມີເຖິງ 1.435 ທຶນ, ມາເລເຊຍໄດ້ສົ່ງທີມແພດຈໍານວນ 50 ຄົນເພື່ອໃຫ້ບໍລິການກວດສຸຂະພາບແບບບໍ່ເສຍຄ່າຢູ່ບ້ານໂພນສະຫວັນ, ເມືອງສັງທອງ, ນະຄອນຫລວງວຽງຈັນໃນໄລຍະຜ່ານມາ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ສະພາບສາກົນ ແລະ ພາກພື້ນທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ດາໂຕະ ສຣິນາຈິບ ຕຸນອັບ ດູນຣາຊັກ ນາຍົກລັດຖະມົນຕີແຫ່ງມາເລເຊຍ ທີ່ສຳນັກງານນາຍົກລັດຖະມົນຕີ.