ຄະນະຜູ້ແທນຂັ້ນສູງ ພັກ, ລັດ ເດີນທາງໄປວາງພວງມາລາໄຫວ້ອາໄລອະ ດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ຄະນະຜູ້ແທນຂັ້ນສູງ ພັກ, ລັດ ເດີນທາງໄປວາງພວງມາລາໄຫວ້ອາໄລອະ  ດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ - Time fo an Adventure 2020 08 15T180800 - ຄະນະຜູ້ແທນຂັ້ນສູງ ພັກ, ລັດ ເດີນທາງໄປວາງພວງມາລາໄຫວ້ອາໄລອະ  ດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ຄະນະຜູ້ແທນຂັ້ນສູງ ພັກ, ລັດ ເດີນທາງໄປວາງພວງມາລາໄຫວ້ອາໄລອະ  ດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ - kitchen vibe - ຄະນະຜູ້ແທນຂັ້ນສູງ ພັກ, ລັດ ເດີນທາງໄປວາງພວງມາລາໄຫວ້ອາໄລອະ  ດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ໃນຕອນເຊົ້າຂອງວັນທີ 14 ສິງຫາ 2020, ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ​ລາວ ໄດ້ເດີນທາງໄປວາງພວງມາລາໄຫວ້ອາໄລ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຊິ່ງໄດ້ເຖິງແກ່ມໍລະ ນະກໍາ ເມື່ອວັນທີ 7 ສິງຫາ 2020 ຜ່ານມາ.

ພາຍຫລັງພິທີໄຫວ້ອາໄລທາງການແລ້ວ, ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ຕາງໜ້າຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ສູນກາງແນວລາວສ້າງຊາດ ຂຽນຄວາມຮູ້ສຶກລົງໃນປື້ມໄຫວ້ອາໄລ, ເຊິ່ງມີເນື້ອໃນບາງຕອນວ່າ: “ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດ​ລາວ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ສູນກາງແນວລາວສ້າງຊາດ ມີ​ຄວາມ​ໂສກ​ເສົ້າ​ເສຍ​ດາຍ​ເປັນ​ຢ່າງ​ຍິ່ງ ເມື່ອ​ໄດ້​ຮັບ​ຂ່າວ​ການ​ຈາກ​ໄປ​ຂອງ ສະ​ຫາຍເລຂາຟຽວ, ອະ​ດີດເລ​ຂາ​ທິ​ການ​ໃຫຍ່​ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ຢ່າງບໍ່ມີວັນຫວນກັບມາ. ການ​ຈາກ​ໄປ​ຂອງສະ​ຫາຍເລ​ຂາ​ຟຽວ ​ເປັນ​ການ​ສູນ​ເສຍອັນ​ໃຫຍ່ຫລວງຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ສູນ​ເສຍ​ນັກ​ປະ​ຕິ​ວັດ​ຜູ້​ອົງ​ອາດ​ກ້າ​ຫານ​ບໍ່​ຍອມ​ຈຳ​ນົນ, ຜູ້​ນຳ​​ທີ່ເຄົາ​ລົບ​ຮັກ​ຂອງພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມອ້າຍ​ນ້ອງ. ຕະຫລອດ​ໄລ​ຍະຫລາຍ​ທົດ​ສະ​ຫວັດ​ທີ່​ຜ່ານ​ມາ ສະ​ຫາຍ ເລຂາຟຽວ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫລວງເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ ເຮັດ​ໃຫ້​ປະ​ເທ​ດ​ຊາດ​ຫວຽດ​ນາມ ມີ​ການ​ພັດ​ທະ​ນາຢ່າງ​ບໍ່​ຢຸດຢັ້ງ. ການ​ຈາກ​ໄປ​ຂອງ​ສະ​ຫາຍ​ ຍັງ​ເປັນ​ການ​ສູນ​ເສຍ​ເພື່ອນຮ່ວມ​ຮົບ​ປະ​ຕິ​ວັດຜູ້​ອາດ​ຫານ, ​ສູນ​ເສຍສະ​ຫາຍທີ່ສະ​ໜິດ​ສະ​ໜົມ ແລະ ໃກ້​ຊິດ​ທີ່​ສຸດ​ຂອງ​ພັກ, ລັດແລະ ປະ​ຊາ​ຊົນລາວ​. ສະ​ຫາຍເປັນ​ຜູ້​ໜຶ່ງ​ທີ່​ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ ​ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍແລະ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານລະ​ຫວ່າງ​ສອງ​ປະ​ເທດລາວ ແລະ ຫວຽດ​ນາມຕະຫລອດ​ມາ”.

ໂອກາດດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ  ຫງວຽນຊວັນຟຸກ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງ​ຄວາມ​ອາ​ໄລ​ອາ​ວອນ​ຢ່າງ​ສຸດ​ຊຶ້ງ ແລະ ຂໍ​ແບ່ງ​ເບົາ​ຄວາມ​ທຸກ​ໂສກ​ ມາ​ຍັງຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກໍ່​ຄື​ຄອບ​ຄົວ, ຍາດ​ຕິ​ພີ່​ນ້ອງ​ຂອງສະ​ຫາຍເລຂາຟຽວ; ຕາງໜ້າໃຫ້ພັກ, ລັດຖະບານລາວ ສະແດງຄວາມເຫັນໃຈ ຕໍ່ສະຫາຍຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂກວິດ-19 ຮອບໃໝ່ ແລະ ເຊື່ອໝັ້ນວ່າ ດ້ວຍການເອົາໃຈໃສ່ຢ່າງໃກ້ຊິດຈາກການນຳພັກ-ລັດ ແລະ ການນໍາໃຊ້ມາດຕະການທີ່ເຂັ້ມງວດ, ທັນການ ສສ ຫວຽດນາມ ຈະສາມາດຄວບຄຸມພະຍາດດັ່ງກ່າວນີ້ໄດ້ຢ່າງສິ້ນເຊິງໃນໄວໆນີ້; ສະແດງຄວາມຊົມເຊີຍ ສສ ຫວຽດນາມ, ໃນສະພາບການທີ່ມີຄວາມຫຍຸ້ງຍາກ ພ້ອມຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ກໍ່ໄດ້ເຮັດໜ້າທີ່ເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ແລະ ປະທານ ອາຊຽນຢ່າງຕັ້ງໜ້າ.

ໃນການພົບປະຄັ້ງນີ້ ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການຮ່ວມມືສອງຝ່າຍ, ບັນຫາທີ່ພົ້ນເດັ່ນທີ່ຕ່າງຝ່າຍໃຫ້ຄວາມສົນໃຈ; ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການແຜ່ລະບາດ, ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ໂຄວິດ-19 ຢູ່ແຕ່ລະປະເທດ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການເຮັດວຽກຮ່ວມກັນເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຕ່າງໆ ຂອງການນໍາຂັ້ນສູງຂອງສອງພັກ-ລັດ ໂດຍສະ ເພາະການຮ່ວມມືດ້ານເສດຖະກິດ ທີ່ສອງນາຍົກໄດ້ປຶກສາຫາລືກັນໃນໂອກາດພົບປະຢູ່ນະຄອນດານັງ ໃນເດືອນກໍລະກົດ ແລ້ວນີ້ ແລະ ໃນອາທິດຜ່ານມາ ສອງຄະນະກໍາມະທິການຮ່ວມມືທັງສອງປະເທດ ກໍ່ໄດ້ມີກອງປະຊຸມກາງສະໄໝທາງໄກຮ່ວມກັນແລ້ວ ເພື່ອຜັນຂະຫຍາຍຜົນການຕົກລົງໃຫ້ເປັນຮູບປະທຳ, ນໍາເອົາໝາກຜົນຕົວຈິງມາສູ່ສອງຝ່າຍ.

ຄະນະຜູ້ແທນຂັ້ນສູງ ພັກ, ລັດ ເດີນທາງໄປວາງພວງມາລາໄຫວ້ອາໄລອະ  ດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ - 4 - ຄະນະຜູ້ແທນຂັ້ນສູງ ພັກ, ລັດ ເດີນທາງໄປວາງພວງມາລາໄຫວ້ອາໄລອະ  ດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!