ລູກຊອດລາວ ຈະເຂົ້າແຂ່ງຂັນນາງງາມ ຂອງຫວຽດນາມ ປີ 2020


ຂ່າວຈາກ 24h ຂອງຫວຽດນາມ, ວັນທີ 13 ສິງຫານີ້ ໃຫ້ຮູ້ວ່າວ່າ: ນາງສາວລູກຊອດລາວຂອງຫວຽດນາມ, ອາຍຸ 20 ປີຈະເຂົ້າແຂ່ງຂັນນາງງາມປີ 2020, ນາງມີຊື່ວ່າ ໃຈສຳເລັດ ວາດສະໜາ, ເປັນລູກຊອດລາວ-ຫວຽດນາມ, ໄດ້ຈົດທະຽນເພື່ອເຂົ້າແຂ່ງຂັນນາງງາມຂອງຫວຽດນາມປີ 2020. ນາງໄດ້ຮັບແຮງບັນດານໃຈຈາກຜູ້ທີ່ນິຍົມຊົມຊອບ ແລະ ຊື່ນຊົມກັບເຂົາ. ປັດຈຸບັນກຳລັງສຶກສາຢູ່ທີ່ມະຫາວິທະຍາໄລການຄ້າ, ສາຂາພາກວິຊາກົດໝາຍເສດຖະກິດ.
ນາງ ໄດ້ລ້ຽງຄວາມຝັນເສັງນາງງາມມາແຕ່ຍັງນ້ອຍ, ໃນເວລາທີ່ຍັງຮຽນຢູ່ຊັ້ນມັດທະຍົມຕົ້ນພຸ້ນ ແຕ່ຮູບຮ່າງຂອງນາງບໍ່ໃຫ້ ເພາະອ້ວນໂພດ, ໃນເວລານັ້ນນາງອາຍຸ 16 ປີ ມີນໍ້າໜັກ 72 ກິໂລກະລາມ, ໃນເວລານັ້ນ ເນື່ອງຈາກວ່າໃກ້ຈະສອບເສັງ ແລະ ຕາຕະລາງການຮຽນກໍໜັກໜ່ວງ ຈຶ່ງບໍ່ກ້າທີ່ຈະລົດນໍ້າໜັກລົງໄດ້.
ໃນຂະນະນີ້ ນາງສາວ ໃຈສຳເລັດ ວາດສະໜາ ມີຄວາມສູງ 1,68ມ, ທັງ3 ຮອບວັດຢູ່ທີ່: 84-63-96 ຊມ ແລະ ມີນໍ້າໜັກ 53 ກິໂລກະລາມ. ນາງໃຫ້ຮູ້ວ່າເພື່ອລົດນໍ້າໜັກລົງ, ນາງຕ້ອງແລ່ນ 13 ກິໂລແມດ ແຕ່ລະວັນ, ຈາກການແລ່ນຫຼາຍ ຈຶ່ງເກີດຂໍ່ຫົວເຂົ່າເຊື່ອມ, ຈຳຕ້ອງໄດ້ປິ່ນປົວເປັນເວລາ 3 ເດືອນ, ແຕ່ເຂົາກໍຍັງມີແຜນທີ່ຈະສືບຕໍ່ລົດນໍ້າໜັກລົງ ດ້ວຍວິທີການ ອອກກຳລັງກາຍດ້ວຍ gym ເຊັ່ນ: ຍົກນໍ້າໜັກ, ດຶງນໍ້າໜັກ, ຫັດທ້ອງ ສົມທົບກັບ cardio ເພື່ອການເຜົາໄໝ້ນໍ້າມັນໜ້າທ້ອງ. ພາຍຫຼັງອອກກຳລັງກາຍມາໄດ້ 2 ປີ ນໍ້າໜັກຂອງນາງລົດລົງ 19 ກິໂລກະບາ. ນາງໄດ້ຮັບແຮງບັນດານໃຈ ແລະ ຊຶ່ນຊົມເພາະເຂົາມີສອງສາຍພັນເລືອດລາວ-ຫວຽດນາມ ແລະ ແຖມເຂົາຍັງເປັນຄົນທີ່ມີຮູບຮ່າງໜ້າຕາສວຍງາມ. ເຖິງຢ່າງໃດກໍຕາມ ນາງໄດ້ເຮັດທຸກສິ່ງທຸກຢ່າງເພື່ອແລ່ນຕາມຄວາມຝັນ ເພື່ອໃຫ້ໄດ້ແຂ່ງນາງງາມ.
ປັດຈຸບັນນາງກຳລັງຝຶກຊ້ອມພາສາອັງກິດເພີ່ມ ເພື່ອໃຫ້ມີການເວົ້າວ່າຢ່າງລ່ຽວໄຫຼ ໃນການແຂ່ງຂັນທີ່ຈະມາເຖິງ.
ຂ່າວ: ລູກເມືອງພວນ.